ສະໜາມໄຊ ສະໜາມແຫ່ງນ້ຳໃຈ

- 38017750 1507997785968262 7067568465971773440 n - ສະໜາມໄຊ ສະໜາມແຫ່ງນ້ຳໃຈ
- kitchen vibe - ສະໜາມໄຊ ສະໜາມແຫ່ງນ້ຳໃຈ

ໂດຍ: ທິດກ່ຳ

ຈາກເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກທະລຸ ນັບແຕ່ຄືນວັນທີ 23 ກໍລະກົດ ເປັນຕົ້ນມາ ໄດ້ເຮັດ ໃຫ້ເມືອງ ສະໜາມໄຊ ແຂວງ ອັດຕະປື ກາຍເປັນສະໜາມແຫ່ງນ້ຳ ໃຈຂອງຜູ້ຄົນທີ່ມີສັດທາຢຽວຢາຊ່ວຍເຫລືອ, ນັບທັງຄົນ ພາຍໃນ ແລະ ຕ່າງປະເທດຕະ ຫລອດຮອດເພື່ອນມິດທີ່ຢູ່ ໃກ້, ຢູ່ໄກພ້ອມກັນເສຍສະ ຫລະນຳເອົາວັດຖຸສິ່ງຂອງ, ເງິນຄຳ ແລະ ສະຫລະແຮງ ກາຍແຮງໃຈໄປກອບກູ້ເອົາຜູ້ປະສົບເຄາະ ຮ້າຍຈາກໄພພິ ບັດຄັ້ງນີ້ຈົນກາຍເປັນພະລັງແຫ່ງນ້ຳໃຈຂອງຄົນໃຈຊາດ ແລະ ຕ່າງຊາດຢ່າງລົ້ນ ເຫລືອປະເທດທຳອິດທີ່ໄດ້ ເຂົ້າມາຊ່ວຍເຫລືອໃນຄັ້ງນີ້. ກໍແມ່ນປະເທດ ບ້ານໃກ້ ເຮືອນຄຽງເຮົານອກຈາກ ນັ້ນ, ກໍມີເພື່ອນມິດໃນຫລາຍ ປະເທດເຊັ່ນ: ຈີນ, ຫວຽດ ນາມ, ຍີ່ປຸ່ນ, ເກົາຫລີໃຕ້, ສິງ ກະໂປ, ຟີລິບປິນ, ອາເມລິ ກາ, ມາເລເຊຍ, ອົງການສະ ຫະປະຊາຊາດ ແລະ ທະນະ ຄານໂລກ ໃນບັນດາປະເທດ ແລະ ອົງການຈັດຕັ້ງສາ ກົນທີ່ໄດ້ກ່າວມານີ້, ບາງ ປະເທດນອກຈາກຈະນຳ ເອົາເງິນ ແລະ ວັດຖຸມາຊ່ວຍ ເຫລືອແລ້ວ ຍັງໄດ້ນຳເອົາ ກຳລັງກູ້ໄພມາຮ່ວມກັນກັບຝ່າຍເຮົາເພື່ອພ້ອມກັນໄປ ຊອກກູ້ ແລະ ຄົ້ນຫາເອົາຜູ້ ປະສົບເຄາະຮ້າຍຈາກມະ ຫັນຕະໄພໃນຄັ້ງນີ້.

- Visit Laos Visit SALANA BOUTIQUE HOTEL - ສະໜາມໄຊ ສະໜາມແຫ່ງນ້ຳໃຈ

 

ບົດຮຽນທີ່ລ້ຳຄ່າຍອດຕຳລາອັນວິເສດຈາກເຂື່ອນທະລຸ

ເສັ້ນທາງ-ຂົວ ຫລາຍຈຸດຢູ່ເມືອງສະໜາມໄຊໄດ້ຮັບຄວາມເສຍຫາຍ

ດ້ວຍຄວາມເສຍສະ ຫລະຈິງໃຈປ່ຽບເໝືອນກັບ ວ່າຄົນຢູ່ໃນຄອບຄົວດຽວ, ປະເທດດຽວ ແລະ ຊາດດຽວ ນີ້ລະສຸພາສິດບູຮານ ເພິ່ນວ່າ ຢາກເຫັນເພື່ອນກິນ, ເພື່ອນ ຕາຍແມ່ນເຫັນຕອນຕົກທຸກ ໄດ້ຍາກ, ເຫັນຕອນອັດຕະຄັດ ຂັດສົນ, ຄຳວ່າເພື່ອນກິນ, ເພື່ອນໂກງນີ້ມັນຫາງ່າຍ, ແຕ່ ວ່າຊອກຫາເພື່ອນຕາຍມັນ ຫາຍາກ.

ທິດກ່ຳ, ຂໍຍອມຮັບ ແລະ ຊົມເຊີຍທີ່ສຸດຕໍ່ພີ່ນ້ອງຊາວ ໄທນັບແຕ່ອົງພະມະຫາກະ ສັດ, ລັດຖະບານນັບທັງປະ ຊາຊົນຊາວໄທຫລາຍພາກ ສ່ວນນັບທັງພາກລັດ, ເອກະ ຊົນ ແລະ ບຸກຄົນໄດ້ມີນ້ຳໃຈ ເສຍສະຫລະຫັນໜ້າມາສູ່ ເມືອງສະໜາມໄຊ ແຂວງອັດ ຕະປື ເພື່ອນຳເອົາເງິນ, ວັດ ຖຸສິ່ງຂອງນັບທັງກຳລັງວັງ ຊາຂອງຕົນມາຮ່ວມກັນກູ້ໄພໃນຄັ້ງນີ້ດ້ວຍຄວາມເສຍສະ ຫລະຢ່າງບໍ່ຮູ້ອິດຮູ້ເມື່ອຍ.
ຍ້ອນແນວນີ້, ມັນຈຶ່ງຕັດ ກັນບໍ່ຂາດ ເປັນບ້ານພີ່ເມືອງ ນ້ອງ, ບ້ານໃພ້ເມືອງເຂີຍ, ໄປ ພຸ້ນກິນປາ ມາພີ້ກິນເຂົ້າ ພາສາ ເວົ້າຄ້າຍຄືກັນ./.

 

- 38017750 1507997785968262 7067568465971773440 n - ສະໜາມໄຊ ສະໜາມແຫ່ງນ້ຳໃຈ
(ພາບປະກອບ)

- 4 - ສະໜາມໄຊ ສະໜາມແຫ່ງນ້ຳໃຈ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!