ລາວ-ໄທລົງນາມບົດບັນທຶກຄວາມເຂົ້າໃຈພັດທະນາຊັບພະຍາກອນມະນຸດ
March 10, 2017 - 11:13 AM
ວັນທີ 9 ມີ


ການລົງນາມຄັ້ງນີ້ມີທ່ານ ບຸນເຈົ້າ ພິຈິດ ຮອງປະທານ, ຫົວໜ້າກຳມາທິການພົວພັນຕ່າງປະເທດ ສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານຜູ້ຊ່ວຍສາສະດາຈານ ດຣ. ທົງໄຊ ສຸຂະດີ ຮອງອະທິການບໍດີສະຖາບັນການພາລະສຶກສາເຂດເພັດສະບູນ ແລະ ທ່ານ ວິລິດທະພົນ ຫິຣັນຣັດ ປະທານສະມາຄົມນັກວິທະຍຸ ແລະ ໂທລະພາບແຂວງເພັດຊະບູນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
- ໃຫ້ສົ່ງເສີມສະໜັບສະໜູນການຈັດກິດຈະກຳທາງວິຊາການແລກປ່ຽນຄວາມຮູ້ປະສົບການດ້ານສື່ມວນຊົນ ແລະ ກິດຈະກຳອື່ນໆ ເພື່ອການພັດທະນາບຸກຄະລາກອນແຫ່ງ ສປປ ລາວ, ບຸກຄະລາກອນສະຖາບັນການພາລະສຶກສາ ວິທະຍາເຂດເພັດຊະບູນ ແລະ ບຸກຄະລາກອນນັກວິທະຍຸ ແລະ ໂທລະພາບແຂວງເພັດຊະບູນ; 2. ໃຫ້ສະຖາບັນພາລະສຶກສາ ວິທະຍາເຂດເພັດຊະບູນ ໃຫ້ທຶນການສຶກສາປີ 2017, ໃນລະດັບປະລິນຍາຕີສາຂາສື່ສານການກິລາ ແລະ ສາຂາການຈັດການກິລາ, ສຳລັບບຸກຄະລາກອນສະມາຄົມນັກຂ່າວແຫ່ງ ສປປ ລາວ ຈຳນວນ 10 ທຶນ ແລະ ສະມາຄົມນັກຂ່າວວິທະຍຸ ແລະ ໂທລະພາບແຂວງເພັດຊະບູນ ຈຳນວນ 5 ທຶນ, ຊຶ່ງທຶນດັ່ງກ່າວແມ່ນຍົກເວັ້ນຄ່າໜ່ວຍກິດ ຕະຫລອດຈົບຫລັກສູດການສຶກສາ ໃນ 4 ປີ, ມີຫໍພັກ ແລະ ທຶນການສຶກສາຕາມຄວາມເໝາະສົມ; 3. ໃຫ້ສະຖາບັນໃຫ້ສະມາຄົມນັກຂ່າວວິທະຍຸໂທລະພາບແຂວງເພັດຊະບູນ ສະໜັບສະໜູນວິທະຍາກອນທີ່ມີຄວາມສາມາດສະເພາະດ້ານສື່ມວນຊົນ ແລະ ອຸປະກອນທີ່ຮັບໃຊ້ໃນການຮຽນ, ການສອນ, ການເຝິກປະສົບການວິຊາຊີບ ແລະ ປະສານງານແຫລ່ງເຝິກປະສົບການວິຊາສະເພາະທີ່ມີມາດຕະຖານເໝາະສົມທັນສະໃໝ, ພ້ອມທັງຊອກຫາທຶນການສຶກສາໃຫ້ແກ່ນັກສຶກສາຈາກສະມາຄົມນັກຂ່າວແຫ່ງ ສປປ ລາວ ຕາມຄວາມເໝາະສົມ.