ຖ້າທ່ານຄິດວ່າທ່ານທຸກ ? ພາບຕໍ່ໄປນີ້ຈະເຮັດໃຫ້ທ່ານຄິດໃຫມ່…
ນີ້ຄືທະເລຂີ້ເຫຍື້ອ Bantar Gebang, ໄດ້ຮັບສາຍາວ່າເປັນບ່ອນຖິ້ມຂີ້ເຫຍື້ອໃຫຍ່ທີ່ສຸດໃນເຂດອາຊີຕາເວັນອອກ ສຽງໃຕ້ ມີຂະຫນາດທົບ 120 ເທື່ອຂອງສະຫນາມກິລາບານເຕະ, ສະຖານທີ່ນີ້ໃກ້ກັບນະຄອນຫລວງ Jakarta ປະ ມານ 20 ກມ ເທິງເກາະ Java. ສະຖານທີ່ນີ້ຍັງມີຜູ້ອາໄສຢູ່ປະມານ 3.000 ກວ່າຄອບຄົວ ທີ່ຕ້ອງອາໄສຂີ້ເຫຍື້ອ ກອງເທົ່າພູ ແລະ ສົ່ງກິ່ນເຫມັນຕະຫລອດເວລາ. ແຕ່ຮ້າຍແຮງກວ່ານັ້ນເດັກນ້ອຍຫລາຍຄົນຍັງເອີ້ນສະຖານທີ່ ນີ້ວ່າ: ເຮືອນ ເພາະພວກເຂົາເກີດຢູ່ບ່ອນນີ້.
ຮູບພາບທີ່ຖ່າຍທອດການດຳລົງຊີວິດຂອງຄົນຢູ່ບ່ອນນີ້ແມ່ນໄດ້ມາຈາກຊ່າງຖ່າຍຮູບໄວ 36 ປີ ຄົນຝຣັ່ງ Alexander Sattler D.
Sattler ແມ່ນຄົນທີ່ສົນໃຈກ່ຽວກັບບັນຫາຂີ້ເຫຍື້ອລົ້ນເມືອງ ແລະ ສິ່ງທີ່ລາວພົບເຫັນໃນ Bantar Gebang ນີ້ເຮັດ ໃຫ້ລາວຕ້ອງຕົກໃຈຢ່າງໃຫຍ່.
Sattler ໄດ້ອະທິບາຍກ່ຽວກັບສະຖານທີ່ນີ້ແມ່ນໂລກແຫ່ງຄວາມເປື້ອນເປີ. ທຸກຄົນອາໄສຢູ່ນີ້ແມ່ນການເກັບສິ່ງທີ່ ເຫລືອໃຊ້ແລ້ວນຳໄປຂາຍຕໍ່ ເພື່ອການດຳລົງຊີບຂອງຕົນໃນແຕ່ລະວັນ. ທຸກຄົນທີ່ອາໄສຢູ່ນີ້ຕ້ອງຜະເຊີນກັບເກິ່ນ ເຫມັນ, ພະຍາດ, ສານເຄມີຕ່າງຯ ເຊິ່ງທຸກຄົນລ້ວນແຕ່ບໍ່ມີເງື່ອນໄຂໃນການເບີ່ງແຍງສຸຂະພາບ.
ຖ້າຫາກຈະມີເງິນເພື່ອມີຊີວິດ ທຸກຄົນຕ້ອງຕໍ່ສູ້ກັບສຸຂະພາບຂອງຕົນ ຕີນຈົມໃນກອງຂີ້ເຫຍື້ອ: ມືດຳຈົນບໍ່ມີບ່ອນ ຂາວ. ທຸກຄົນໃນນີ້ລ້ວນແຕ່ຜະເຊີນກັບພະຍາດທີ່ຕິດເຊື້ອທາງຜິວຫນັງ, ປອດ ແລະ ພະຍາດລະບົບທາງເດີນອາຫານ.
Settler ຍັງໃຫ້ຮູ້ອີກວ່າ: ເດັກນ້ອຍທີ່ດຳລົງຊີວິຢູ່ນີ້ ແລະ ກອງຂີ້ເຫຍື້ອນີ້ກໍ່ເປັນສວນຫລິ້ນຂອງພວກເຂົາ, ພວກ ເຂົາແລ່ນຫລິ້ນດ້ວຍຕີນເປົ່າ ເຊິ່ງເປັນສິ່ງທີ່ອັນຕະລາຍຫລາຍ. ພໍ່ແມ່ຂອງເດັກນ້ອຍໄດ້ໃຫ້ຂ້ອຍເບີ່ງບາດແຜຢູ່ ຕີນເດັກນ້ອຍ ເຊິ່ງເບິ່ງແລ້ວຂ້ອຍຮູ້ສຶກໄດ້ແຕ່ເສົ້າໃຈ. ແຕ່ເຖິງຢ່າງໃດ ດ້ວຍຄວາມໄຮ້ດຽງສາ ນ້ອງໆຫລິ້ນຢ່າງມີ ຄວາມສຸກ ແລ່ນຫົວຢອກໄຍກັນ ຂ້າມພູຂີ້ເຫຍື້ອໄປຫາອີກພູ.
ແຕ່ວ່າ ມີຜູ້ຍິງຄົນຫນຶ່ງຊື່ວ່າ Resa Boenard ທີ່ມີຈຸດປະສົງຢາກຫລຸດພົ້ນອອກຈາກສະພາບແວບລ້ອມແບບນີ້. ລາວໄດ້ທຸ້ມເທຕົນເອງກັບການສຶກສາທີ່ເຮັດໃຫ້ລາວໄດ້ຮູ້ ແລະ ນຳສິ່ງທີ່ລາວໄດ້ຮຽນມາສິດສອນຄົນໃນ Bantar Gebang ໃຫ້ຫລຸດພົ້ນຈາກຄວາມທຸກຍາກນີ້.
Resa Boenard ແລະ ເພື່ອນຂອງລາວ ໄດ້ສ້າງຕັ້ງມູນນິທິຂຶ້ນ ເຊິ່ງເອີ້ນວ່າ “ມູນນິທິແກ້ໄຂ ແລະ ຊ່ວຍເຫລືອ ຜົນຂ້າງຄຽງຂອງ Bantar Gebang”. ມູນນິທິນີ້ໄດ້ສ້າງຫ້ອງຮຽນໃຫ້ຄົນທີ່ຢູ່ນີ້ໄດ້ມີຄວາມຮູ້ໃນການຊ່ວຍເຫລືອ ຕົນເອງ.