9 ໂຣກຮ້າຍທີ່ມາກັບນໍ້າຖ້ວມ ແລະ ຫຼັງນໍ້າຖ້ວມ

- 19 010 - 9 ໂຣກຮ້າຍທີ່ມາກັບນໍ້າຖ້ວມ ແລະ ຫຼັງນໍ້າຖ້ວມ
- kitchen vibe - 9 ໂຣກຮ້າຍທີ່ມາກັບນໍ້າຖ້ວມ ແລະ ຫຼັງນໍ້າຖ້ວມ

9 ໂຣກທີ່ຄວນລະວັງ ແລະ ວິທີປ້ອງກັນມາຝາກ

  1. ໂຣກນໍ້າກັດຕີນຈາກເຊື້ອລາ ແລະ ບາດແຜພຸພອງເປັນໜອງ: ຊຶ່ງເກີດຈາການຢຽບນໍ້າ ຫຼືແຊ່ນໍ້າທີ່ມີເຊື້ອໂຣກ ຫຼຶປຽກຊຸ່ມຈາກເຄື່ອງນຸ່ງ ແລະ ເຄື່ອງແຕ່ງກາຍທີ່ບໍ່ສະອາດເປັນເວລາດົນ ໂດຍຈະມີອາການຕີນເປື່ອຍ, ເປັນໜອງ ແລະ ເລີ່ມຄັນຕາມວ່າງນິ້ວຕີນ, ຜິວໜັງລອກ ຈາກນັ້ນຜິວໜັງຈະພຸພອງ ນິ້ວຕີນໜາ ແລະ ແຕກ ມີໂອກາດເກີດໂຣກແຊກຊ້ອນ ຄືຜິວໜັງອັກເສບ.
  • ປ້ອງກັນໄດ້ດ້ວຍການເຊັດຕີນໃຫ້ແຫ້ງ, ຫາກມີບາດແຜຄວນໃຊ້ແອວກໍຮໍເຊັດແລ້ວທາດ້ວຍຢາຂ້າເຊື້ອ.
  1. ໂຣກໄຂ້ຫວັດ ແລະ ໄຂ້ຫວັດໃຫຍ່ທີ່ເກີດຈາກເຊື້ອໄວຣັດ: ຕິດຕໍ່ໄດ້ທຸກເພດທຸກໄວ, ແພ່ກະຈາຍໃນລົມຫາຍໃຈ, ຂີ້ຄະເຖິ, ນໍ້າລາຍ, ອາການມີໄຂ້, ເຈັບຫົວ, ປອດເມື່ອຍຕົນໂຕ, ໄອ-ຈາມ, ອ່ອນເພຍ.
  • ປ້ອງກັນໄດ້ດ້ວຍ ການໃຊ້ຜ້າປິດປາກເວລາໄອ-ຈາມ, ຄວນດື່ມນໍ້າອູ່ນຫຼາຍໆ ຖ້າມີໄຂ້ສູງເກີນ 7 ວັນຄວນໄປພົບແພດໝໍ.
  1. ໂຣກປອດບວມ ເກີດຈາກການຕິດເຊື້ອແບັກທີເຣຍ, ໄວຣັດ ຫຼືມີສິ່ງແປກປອມເຂົ້າໄປໃນປອດເຊັ່ນ: ນໍ້າເປື້ອນຈົນເຮັດໃຫ້ເກີດອາການປອດອັກເສບ, ອາການໄຂ້ສູງ, ໄອຫຼາຍ, ຫອບຫາຍໃຈໄວ, ປາກຈືດ ຫຼືຂຽວຊໍ້າ ແລະ ຊຶມເສົ້າ.
  • ຫາກມີອາການນີ້ຄວນໄປພົບແພດໝໍທັນທີ
  1. ໂຣກຕາແດງ: ຕິດຕໍ່ໄດ້ງ່າຍໃນເດັກນ້ອຍ ແຕ່ເປັນໂຣກທີ່ບໍ່ອັນຕະລາຍຮຸນແຮງ ສ່ວນໃຫຍ່ເກີດຈາກເຊື້ອໄວຣັດ ແຕ່ຫາກບໍ່ໄດ້ຮັບການປິ່ນປົວ ອາດມີເຊື້ອແບັກທີເຣຍແຊກຊ້ອນໄດ້, ອາການຫຼັງໄດ້ຮັບເຊື້ອໄດ້ປະມານ 1-2 ມື້ ຈະມີອາການລະຄາຍເຄືອງ, ເຈັບປອດຕາ, ນໍ້າຕາໄຫຼ, ສູ້ແສງບໍ່ໄດ້, ມີຂີ້ຕາຫຼາຍ, ໜັງຕາບວມ, ເຍື້ອບຸຕາຂາວອັກເສບແດງ ທັງນີ້ໃນການປິ່ນປົວຖືກວິທີຈະດີໄດ້ໃນ 1-2 ອາທິດ ແຕ່ຖ້າບໍ່ປິ່ນປົວອາດເກີດອາການແຊກຊ້ອນເຊັ່ນ: ແກ້ວຕາດໍາອັກເສບ.
  • ປ້ອງກັນໄດ້ດ້ວຍ ການລ້າງດວງຕາໃຫ້ສະອາດ ເມື່ອຖືກຝຸ່ນລະອອງ, ໝັ່ນລ້າງມືດຸໆ ແລະ ບໍ່ຄວນສີຕາ.
  1. ໂຣກຕິດເຊື້ອທາງເດີນອາຫານ: ສ່ວນໃຫຍ່ເກີດຈາກເຊື້ອໂຣກທີ່ເຂົ້າສູ່ຮ່າງກາຍຈາກການກິນອາຫານ ຫຼືດື່ມນໍ້າທີ່ປົນເປື້ອນເຊື້ອໂຣກເຊັ່ນ: ອາຫານປຸງແຕ່ງສຸກໆດິບໆ, ອາຫານທີ່ມີແມງໄມ້ຕອມ, ອາຫານຄ້າງຄືນ ຫຼືບູດເໜົ່າ ແບ່ງເປັນຫຼາຍໂຣກໄດ້ເຊັ່ນ: ຖອກທ້ອງ, ອາການຖ່າຍຈະແຫຼວ ຫຼືເປັນນໍ້າ, ອາດມີມູກເລືອດ ແລະ ມີອາການປວດຮາກຮ່ວມດ້ວຍ ແລະ ໂຣກອິຫິວາ.
  • ປ້ອງກັນໄດ້ໂດຍລ້າງມືໃຫ້ສະອາດ, ເລືອກກິນອາຫານ, ກໍາຈັດສິ່ງເປັນພິດ, ຂີ້ເຫຍື້ອ ເພື່ອບໍ່ໃຫ້ເກີດແຫຼ່ງເພາະພັນຂອງແມງວັນ ແຕ່ຫາກບໍ່ສະບາຍຈໍາເປັນຕ້ອງດື່ມນໍ້າ ຫຼືອາຫານແຫຼວຫຼາຍໆ ລວມທັງດື່ມສານລະລາຍນໍ້າຕານເກືອແຮ່ (ໂອ ອາຣ໌ ເອສ) ດ້ວຍ.
  1. ໂຣກຍ່ຽວໜູ: ເປັນໂຣກຕິດຕໍ່ຈາກສັດສູ່ຄົນ ມີໜູເປັນຕົວແຜ່ໂຣກທີ່ສໍາຄັນ ເຊື້ອອອກມາກັບປັດສະວະສັດແລ້ວປົນເປື້ອນໃນນໍ້າຂັງ ໂດຍໂຣກນີ້ຈະຕິດຕໍ່ທາງບາດແຜ່, ຮອຍຂີດ ຫຼື ຊຶມເຂົ້າຕາມເຍື້ອຫຸ້ມຕາ, ດັງ, ປາກ ຫຼືຜິວໜັງທີ່ແຊນໍ້າດົນໆ ອາການຫຼັງຈາກໄດ້ຮັບເຊື້ອປະມານ 4-10 ມື້ ຈະມີໄຂ້ສູງທັນທີ, ປວດເມື່ອຍກ້າມຊີ້ນ, ເຈັບປວດຫຼັງ ແລະ ຫົວ, ບາງຄົນອາດມີອາການຕາແດງ, ເຈັບຄໍ, ເບື່ອອາຫານ ຈໍາເປັນຕ້ອງໄປພົບແພດໝໍ ຖ້າບໍ່ດັ່ງນັ້ນອາດເຖິງຂັ້ນເຍື້ອຫຸ້ມສະໝອງອັກເສບ, ກ້າມຊີ້ນຫົວໃຈອັກເສບ ແລະ ເສຍຊີວິດໄດ້.
  • ແນວໃດກໍຕາມສາມາດປ້ອງກັນໄດ້ໂດຍ ໃສ່ເກີບກັນນໍ້າ ແລະ ອະນາໄມທີ່ຢູ່ອາໄສບໍ່ໃຫ້ເປັນແຫຼ່ງອາໄສຂອງໜູ.
  1. ໄຂ້ເລືອດອອກ: ມີຍຸງລາຍເປັນພາຫະນະພົບໄດ້ທຸກໄວໃນທຸກພື້ນທີ່: ມີອາການໄຂ້ຂຶ້ນສູງໝົດມື້, ເກີດຈຸດແດງໆນ້ອຍໆຕາມຕົນໂຕ ຕໍ່ມາໄຂ້ຈະຫຼຸດລົງ ຊຶ່ງຕ້ອງລະມັດລະວັງເປັນພິເສດ ເພາະອາດເກີດອາການຮຸນແຮງ, ມີຄວາມຜິດປົກກະຕິເຊັ່ນ: ຖ່າຍດໍາ, ໄອປົນເລືອດ, ເກີດພາວະຊ໋ອກ ແລະ ເສຍຊີວິດໄດ້.
  • ທັງນີ້ການປິ່ນປົວຫ້າມໃຊ້ຢາແອສໄພຣິນ ແລະ ລະວັງບໍ່ໃຫ້ຖືກຍຸງກັນ.
  1. ໂຣກຫັດ: ເປັນໂຣກໄຂ້ອອກຜື່ນທີ່ພົບໃນເດັກ ເກີດຈາກໄວຣັດ ແລະ ມັກົບໃນລະດູຝົນ ຫາກມີການແຊກຊ້ອນອາດເສຍຊີວິດໄດ້ ສໍາຫຼັບການຕິດຕໍ່ຜ່ານທາງການໄອ-ຈາມ ເຊື້ອກະຈາຍູ່ໃນລະອອງຂີ້ຄະເຖິ, ນໍ້າມູກ, ນໍ້າລາຍ , ອາການຫຼັງຈາກໄດ້ຮັບເຊື້ອ 8-12 ມື້ ມີໄຂ້, ຕາແດງ, ພົບຈຸດໆຈາວໆນ້ອຍໆບໍລິເວນແກ້ມ.
  • ປ້ອງກັນໄດ້ໂດຍສີດວັກຊິນ ຫຼີກລ່ຽງການສໍາພັດຜູ້ທີ່ເປັນເປັນໄຂ້.
  1. ໄຂ້ມາລາເລຍ: ຕິດຕໍ່ໂດຍຍຸງກັດ ເປັນພາຫະນໍາເຊື້ອໂຣກ ອາການຫຼັງຮັບເຊື້ອ 7-10 ມື້ຈະມີອາການເຈັບຫົວ, ໂດຍທົ່ວໄປຄ້າຍຄືໄຂ້ຫວັດ ແຕ່ຫຼັງຈາກນັ້ນຈະໜາວສັ່ນ ແລະ ໄຂ້ຂຶ້ນສູງຕະຫຼອດເວລາ ອັນຕະລາຍເຖິງຂັ້ນເສຍຊີວິດ.
  • ປ້ອງກັນໂດຍຫຼີກລ່ຽງຍຸງດ້ວຍການທາຢາ ຫຼືນຸ່ງເສື້ື້ອຜ້າໃຫ້ປົກປິດ.
- 5 - 9 ໂຣກຮ້າຍທີ່ມາກັບນໍ້າຖ້ວມ ແລະ ຫຼັງນໍ້າຖ້ວມ
- Visit Laos Visit SALANA BOUTIQUE HOTEL - 9 ໂຣກຮ້າຍທີ່ມາກັບນໍ້າຖ້ວມ ແລະ ຫຼັງນໍ້າຖ້ວມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!