ຮ່ວມໃຈຊ່ວຍໄພນ້ຳຖ້ວມ


ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ດັ່ງພວກເຮົາໄດ້ ຮູ້ໄດ້ເຫັນນຳກັນມາແລ້ວ ເຊິ່ງ ຈາກຜົນກະທົບຮ້າຍແຮງ ຂອງໄພພິບັດນ້ຳຖ້ວມ ເມືອງ ສະໜາມໄຊ ແຂວງອັດຕະປື, ເນື່ອງຈາກເຂື່ອນຕັນນ້ຳເຊ ປ່ຽນ-ເຊນ້ຳນ້ອຍແຕກເມື່ອ ຄ້າຍແລງຂອງວັນທີ 23 ຜ່ານມາອັນໄດ້ສ້າງຄວາມ ເສຍຫາຍຢ່າງມະຫາສານໃຫ້ ແກ່ຊີວິດ ແລະ ຊັບສິນຂອງ ຊາວເມືອງດັ່ງກ່າວ, ດັ່ງທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເວົ້າວ່າ: ມັນແມ່ນ ການສູນເສຍຄັ້ງໃຫຍ່ຂອງປະ ເທດເຮົາຈົນມາຮອດປັດຈຸບັນ ບັນດາໜ່ວຍກູ້ໄພທັງພາຍໃນ ແລະ ປະເທດເພື່ອນມິດຕ່າງ ກໍຍັງສືບຕໍ່ຄົ້ນຫາຜູ້ເສຍຊີວິດ ຢູ່ເຂດນ້ຳຖ້ວມດ້ວຍຄວາມ ອົດທົນພະຍາຍາມພ້ອມໃຫ້ ການຊ່ວຍເຫລືອວັດຖຸປັດໄຈ ຕ່າງໆ ແກ່ຜູ້ລອດຊີວິດສູນ ອົບພະຍົບດ້ວຍຄວາມຮັບຜິດ ຊອບເພື່ອເຂົາເຈົ້າສາມາດ ຟື້ນຟູຊີວິດຈິດໃຈຂອງຕົນ ກັບຄືນສູ່ສະພາບປົກກະຕິ ໂດຍໄວ.
ເຖິງວ່າຜູ້ປະສົບໄພເຫລົ່າ ນັ້ນຫລາຍຄົນໄດ້ສູນເສຍພໍ່ ແມ່, ລູກເມຍ, ບຸກຄົນ ເຂົາຮັກ ແລະ ຫວງແຫນໄປຢ່າງບໍ່ມີ ວັນຈະກັບຄືນມາອີກແລ້ວ, ແຕ່ພວກເຮົາຜູ້ໂຊກດີທີ່ບໍ່ ໄດ້ຮັບເຄາະຮ້າຍດັ່ງກ່າວ, ຈົ່ງໄດ້ຮ່ວມແຮງຮ່ວມໃຈກັນ ຊ່ວຍເຫລືອເຂົາເຈົ້າບົນຈິດໃຈ ເອື້ອເຟື້ອເພືື່ອແຜ່ໂອບອຸ້ມຕຸ້ມ ຫໍ່ພີ່ນ້ອງຮ່ວມຊາດດຽວກັນ, ດ້ວຍຄວາມຮັກໄຄ່ ແລະ ເປັນ ທີ່ເພິ່ງໃຫ້ແກ່ກັນຊ່ວຍເຫລືອ ກັນຫລຸດພົ້ນອອກຈາກຄວາມ ໂສກເສົ້າດັ່ງກ່າວໄດ້ໂດຍໄວ.
ເຊິ່ງການຊ່ວຍເຫລືອ ເຫລົ່ານັ້ນບໍ່ຫລາຍຂໍພຽງທຸກ ຄົນທົ່ວປະເທດເຮົາອົດອາ ຫານພຽງຄາບດຽວກໍຈະ ສາມາດຊ່ວຍເອົາຜູ້ປະສົບ ໄພເຫລົ່ານັ້ນກັບມາມີຊີວິດ ການເປັນຢູ່ດີຂຶ້ນ./.


+ ບໍລິສັດຈະເລີນເຊກອງພະລັງງານມອບເຄື່ອງຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກໄພທຳມະຊາດຢູ່ແຂວງອັດຕະປື
+ ມອບເຄື່ອງຊ່ວຍເຫລືອບ້ານຈຸດສຸມນ້ຳສຽມ

