ກະຊວງພະລັງງານ ແລະ ບໍ່ແຮ່ ອອກແຈ້ງການເອົາໃຈໃສ່ບໍລິຫານຈັດການນໍ້າຢູ່ແຕ່ລະເຂື່ອນໄຟຟ້າໃຫ້ຮັບປະກັນດີ
ໃນວັນທີ 25 ກໍລະກົດນີ້, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການເຖິງເຈົ້າຂອງໂຄງການເຂື່ອນໄຟຟ້າທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ ເພື່ອເພີ່ມທະວີຄວາມເອົາໃຈໃສ່ໃນການບໍລິຫານຈັດການນ້ຳ ແລະ ການຄຸ້ມຄອງການຜະລິດຂອງເຂື່ອນໄຟຟ້າແຕ່ລະແຫ່ງ, ຫລັງຈາກເຫັນວ່າໃນລະຫວ່າງກາງຫາທ້າຍເດືອນກໍລະກົດນີ້, ໄດ້ເກີດສະພາບຝົນຕົກໜັກເປັນບໍລິເວນກວ້າງຢູ່ໃນທົ່ວປະເທດ, ໂດຍສະເພາະໄດ້ເກີດພາຍຸເຂດຮ້ອນເຊິນຕິນພັດຜ່ານປະເທດເຮົາ, ພາໃຫ້ມີສະພາບຝົນຕົກໜັກຕິດຕໍ່ກັນເປັນເວລາຫລາຍວັນ, ອັນໄດ້ເຮັດໃຫ້ເກີດສະພາບນ້ຳຖ້ວມຢູ່ໃນຫລາຍແຂວງ ແລະ ຄາດຄະເນວ່າໃນຕໍ່ໜ້ານີ້, ຝົນກໍຍັງຈະສືບຕໍ່ຕົກໜັກຕື່ມອີກໃນຕະຫລອດລະດູຝົນນີ້ ແລະ ຈາກສະພາບດັ່ງກ່າວ, ຈະເຮັດໃຫ້ມວນນ້ຳຢູ່ບັນດາແມ່ນ້ຳສາຍຕ່າງໆເພີ່ມຂຶ້ນຢ່າງໄວວາ, ເຊິ່ງອາດສົ່ງຜົນກະທົບຕໍ່ການບໍລິຫານຈັດການນ້ຳ ແລະ ການຄຸ້ມຄອງການຜະລິດຂອງເຂື່ອນໄຟຟ້າແຕ່ລະແຫ່ງ, ນັບທັງບັນດາເຂື່ອນທີ່ໄດ້ດຳເນີນການຜະລິດແລ້ວ ແລະ ໂຄງການທີ່ພວມກໍ່ສ້າງຢູ່ໃນປັດຈຸບັນ. ພ້ອມນີ້ ກໍອາດຈະສົ່ງຜົນກະທົບ ແລະ ກໍ່ຄວາມເສຍຫາຍເຖິງຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ ເປັນຕົ້ນຢູ່ໃນບໍລິເວນໃຕ້ເຂື່ອນ. ດັ່ງນັ້ນ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການຄື: (1) ໃຫ້ທຸກເຂື່ອນ ແລະ ທຸກໂຄງການກໍ່ສ້າງຕ້ອງເພີ່ມທະວີຄວາມເອົາໃຈໃສ່ໃນການຕິດຕາມສະພາບການຜັນແປຂອງດິນຟ້າອາກາດ, ໂດຍສະເພາະສະພາບການເກີດພາຍຸ, ມີຝົນຕົກໃນລະດັບຄ່ອຍຫາປານກາງ ແລະ ໜັກຕິດຕໍ່ກັນຫລາຍມື້, ຕິດຕາມສະພາບການເພີ່ມຂຶ້ນ, ການຫລຸດລົງຂອງບໍລິມາດນ້ຳຢູ່ໜ້າເຂື່ອນ ແລະ ໃຕ້ເຂື່ອນໃຫ້ເປັນລະບົບປົກກະຕິ. ພ້ອມນີ້, ກໍກະກຽມແຜນ ແລະ ກຽມພ້ອມຮັບມືກັບສະພາບ ແລະ ຜົນກະທົບທີ່ອາດຈະເກີດຂຶ້ນໃຫ້ທັນການ, ຫລີກເວັ້ນຜົນເສຍຫາຍໃນທຸກໆດ້ານທີ່ອາດຈະເກີດຂຶ້ນ. (2) ໃຫ້ທຸກເຂື່ອນ ແລະ ທຸກໂຄງການກໍ່ສ້າງຕ້ອງລາຍງານສະພາບ, ແຜນການກັກເກັບ ແລະ ບໍລິຫານນ້ຳ, ແຜນການຄຸ້ມຄອງການຜະລິດ, ຕິດຕາມກວດກາສະພາບທໍລະນີສາດ, ໂຄງສ້າງໂຕເຂື່ອນໂຮງຈັກ, ສະຖານີ, ລະບົບຕາຂ່າຍໄຟຟ້າ ແລະ ໂຄງປະກອບທີ່ກ່ຽວຂ້ອງ ແລ້ວລາຍງານໃຫ້ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ແຕ່ລະອາທິດໃຫ້ເປັນປົກກະຕິ, ຈາກນັ້ນໃຫ້ຫ້ອງການກະຊວງສັງລວມລາຍງານໃຫ້ຄະນະນຳກະຊວງ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເພື່ອຮັບຊາບ. (3) ໃນກໍລະນີທີ່ມີຫລາຍເຂື່ອນຮ່ວມດຳເນີນການຜະລິດກະແສໄຟຟ້າຢູ່ລຳນ້ຳດຽວກັນ, ໃຫ້ແຕ່ລະເຂື່ອນເປັນເຈົ້າການປະສານສົມທົບກັນໃຫ້ລະອຽດ, ເປັນປົກກະຕິກ່ຽວກັບແຜນການກັກເກັບ ແລະ ບໍລິຫານນ້ຳ, ແຜນການຄຸ້ມຄອງການຜະລິດຂອງແຕ່ລະເຂື່ອນໃຫ້ລະອຽດ, ຊັດເຈນ ເພື່ອໃຫ້ເກີດຄວາມເປັນເອກະພາບ ແລະ ບໍ່ຕົກທ່າຮັບໃນກໍລະນີໃດໜຶ່ງທີ່ອາດຈະເກີດຂຶ້ນ. (4) ໃນກໍລະນີແຕ່ລະເຂື່ອນມີແຜນທີ່ຈະລະບາຍນ້ຳ ຕ້ອງມີລະບອບແຈ້ງຂ່າວ ໂດຍສົມທົບກັບອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເພື່ອປະກາດໃຫ້ປະຊາຊົນບັນດາເຜົ່າຢູ່ໃນບໍລິເວນໃຕ້ເຂື່ອນຊາບຢ່າງທົ່ວເຖິງກ່ອນຢ່າງໜ້ອຍ 7 ວັນ (ໜຶ່ງອາທິດ) ເພື່ອຮັບປະກັນບໍ່ໃຫ້ມີສະພາບແຕກຕື່ນ ແລະ ເກີດຄວາມບໍ່ເຂົ້າໃຈກ່ຽວກັບການລະບາຍນ້ຳ. (5) ໃຫ້ແຕ່ລະເຂື່ອນຕ້ອງມີແຜນລະອຽດ ໂດຍສົມທົບກັບອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເພື່ອຮັບມືກັບໄພພິບັດໃດໜຶ່ງທີ່ຈະເກີດຂຶ້ນເຊັ່ນ: ສະຖານທີ່ຮັບປະກັນຄວາມປອດໄພ ເຊິ່ງຈະເຄື່ອນຍ້າຍປະຊາຊົນໄປຢູ່ຊົ່ວຄາວ ນັບທັງພາຫະນະ, ວັດຖຸອຸປະກອນ ເພື່ອຮອງຮັບການເຄື່ອນຍ້າຍວັດຖຸສິ່ງຂອງ, ສັດລ້ຽງ ແລະ ປະຊາຊົນໄປສູ່ບ່ອນປອດໄພໄດ້ທັນທີ ແລະ ເມື່ອເຈົ້າຂອງໂຄງການເຂື່ອນຕ່າງໆໄດ້ຮັບແຈ້ງການນີ້ແລ້ວ ໃຫ້ຮີບຮ້ອນປຶກສາຫາລື, ກຳນົດເປັນແຜນການ, ຈັດວາງການຈັດຕັ້ງປະຕິບັດໃຫ້ທັນກັບສະພາບການ ແລະ ໃນເວລາຈັດຕັ້ງແຈ້ງການສະບັບນີ້ ຫາກພົບຄວາມຫຍຸ້ງຍາກ ຫລື ບໍ່ເຂົ້າໃຈແຈ້ງບ່ອນໃດ ໃຫ້ລາຍງານຂໍຄຳເຫັນນຳກະຊວງພະລັງງານ ແລະ ບໍ່ແຮ່ ເປັນປົກກະຕິ ແລະ ໃຫ້ທັນກັບເວລາ.