ສົກຮຽນ 2018-2019 ມຊ ຈະຮັບນັກສຶກສາ 7 ພັນກວ່າຄົນ


ທ່ານ ອຸດົມ ພອນຄຳເພັງ ຮອງອະທິການບໍດີ ຝ່າຍວິຊາການ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃຫ້ຮູ້ວ່າ: ສົກປີ 2018-2019 ນີ້, ມຊ ຈະຮັບນັກສຶກສາພຽງແຕ່ 7 ພັນກວ່າຄົນເທົ່ານັ້ນ ແລະ ປີນີ້ ມຊ ໄດ້ປ່ຽນຮູບແບບການຊື້ຄຳຮ້ອງມາເປັນການລົງທະບຽນສອບເສັງຜ່ານລະບົບອອນລາຍ. ຊຶ່ງໄດ້ເລີ່ມມາແຕ່ວັນທີ 16 ກໍລະກົດ ຜ່ານມາ ໄປເຖິງວັນທີ 22 ສິງຫາ 2018 ຄາດວ່າຈະມີນັກຮຽນ ມາລົງທະບຽນສອບເສັງຫຼາຍກວ່າ 20 ພັນຄົນ. ສ່ວນວັນທີ 25 ສິງຫາ ແມ່ນມື້ສອບເສັງຢ່າງເປັນທາງການ ແລະ ແບ່ງເປັນ 3 ກຸ່ມຄື: ກຸ່ມ A ສາຍ ທໍາມະຊາດວິທະຍາສາດ, ກຸ່ມ B ສາຍສັງຄົມ ແລະ ກຸ່ມ C ສາຍວິທະຍາສາດ-ສັງຄົມສາດ. ພິເສດປີນີ້ ນັກສອບເສັງຄົນໜຶ່ງສາມາດເລືອກໄດ້ສອງສາຂາ ເຊັ່ນ: ສາຂາຕົ້ນຕໍ ແລະ ສາຂາສຳຮອງ ຄື: ຖ້າເລືອກສອບເສັງສາຍ A ສາມາດເລືອກເສັງສຳຮອງສາຍ B ຫຼືສາຍ C ໄດ້, ຖ້າເລືອກສອບເສັງສາຍ C ສາມາດເລືອກເສັງສາຍ B ໄດ້, ສ່ວນຜູ້ທີ່ສອບເສັງສາຍ B ແມ່ນບໍ່ສາມາດເລືອກສອບເສັງສາຍ C ແລະ ສາຍ A ໄດ້. ຊຶ່ງສູນສອບເສັງໃຫຍ່ໄດ້ກໍານົດເອົາ ມຊ, ສ່ວນຈຸດສອບເສັງຍ່ອຍມີຄື: ມສ ວຽງຈັນ, ມສ ຕານມີໄຊ, ມສ ດອນໜູນ, ວິທະຍາໄລ ສັບພະວິຊາ ແລະ ໂຮງຮຽນລາວຫວຽດ. ໂດຍຫ້າມນັກສອບເສັງນໍາເອົາເອກະສານ, ອຸປະກອນສື່ສານເຂົ້າຫ້ອງສອບເສັງເດັດຂາດ ເປັນຕົ້ນ: ຈັກຄິດໄລ່, ໂທລະສັບມືຖື, ຖ້ານັກສອບເສັງຄົນໃດລະເມີດແມ່ນຈະຖືກຕັດສິດສອບເສັງທັນທີ.
ສ່ວນຜູ້ທີ່ຍັງບໍ່ສາມາດເຂົ້າເຖິງອິນເຕີເນັດ ຫຼື ບໍ່ເຂົ້າໃຈຂັ້ນຕອນດັ່ງກ່າວ, ແມ່ນໃຫ້ກະກຽມເອກະສານເຂົ້າມາພົວພັນໄດ້ທີ່ ສະໂມສອນ ມຊ ຊຶ່ງຈະມີພະນັກງານປະຈຳຢູ່ສະຖານທີ່ດັ່ງກ່າວ ເພື່ອໃຫ້ຄວາມຊ່ວຍເຫຼືອແນະນໍາຂັ້ນຕອນການລົງທະບຽນໃຫ້. ສຳລັບຜູ້ທີ່ລົງທະບຽນສອບເສັງທາງອອນລາຍແລ້ວ ຈະມີລະຫັດລັບບອກ ແລະ ສາມາດນຳເອົາລະຫັດດັ່ງກ່າວພ້ອມກັບຮູບ 2 ໃບ ແລະ ເງິນຈຳນວນ 40 ພັນກີບ ເຂົ້າມາພົວພັນເອົາບັດເຂົ້າຫ້ອງສອບເສັງໄດ້ໃນວັນທີ 23 ສິງຫາ 2018 ທີ່ສະໂມສອນ ມຊ.