ບລິກ-ສະມິດ ຄວ້າແຊ໊ມກ໊ອຟ ຊູຣິກ ຄາສສິກ ອອຟນິວ ອໍລີນ ໄປຄອງ




ຜົນປາກົດວ່າໃນການແຂ່ງ ເພລອອຟແບບໂຟບອລ (ຕີຄົນ ລະລູກນັບຄະແນນທີ່ຜົນງານດີທີ່ສຸດ) ທີ່ຂຸມ 18 ພາ 5 ນັ້ນ ທັງ 2 ຄູ່ກີນກັນບໍ່ລົງ ຮັກສາພາ ແລະ ສະເໝີກັນໄປເຖິງ 2 ຄັ້ງ ກ່ອນທີ່ ຈະຍ້າຍໄປຫຼິ້ນກັນທີ່ຂຸມ 19 ພາ 3 ໃນການແຂ່ງເພລອອຟຂຸມທີ 3 ເຊິ່ງທັງ 2 ຄູ່ກໍຍັງສະເໝີກັນດ້ວຍ ການຮັກສາພາຄືເກົ່າ ຂະນະທີ່ ການເພລອອຟຂຸມທີ 4 ຍ້າຍກັບ ມາຫຼິ້ນກັນທີຂຸມ 18 ພາ 5 ຄັ້ງນີ້ ຜົນປາກົດວ່າຄູ່ຂອງ ບລິກ ກັບ ສະມິດ ໄດ້ເບີດີ້ ຂະນະທີ່ຄູ່ຂອງ ຄິສເນີ ກັບ ບຣາວ ໄດ້ພຽງພາ ສົ່ງ ຜົນໃຫ້ຄູ່ຂອງ ບລິກ ກັບ ສະມິດ ຄວ້າແຊ໊ມໄປຄອງ ພ້ອມກັບເງິນ ລາງວັນໄປຄົນ 1.02 ລ້ານໂດ ລາ ສະຫະລັດ ພ້ອມຮັບຄະແນນ ສະສົມເຟດເອັກ ຄັບ ໄປຄົນລະ 400 ຄະແນນ ໂດຍສະເພາະສຳ ລັບນັກກ໊ອຟຈາກ ສະວີເດນ ຖື ເປັນການຄວ້າແຊ໊ມໃນພີຈີເອທົວ ເປັນລາຍການທຳອິດຂອງລາວ ເອງນຳອີກ.
ສຳລັບລາຍການນີ້ທີເ່ປັນ ການແຂ່ງຂັນແບບທີມ 2 ຄົນຄັ້ງ ທຳອິດໃນພີຈີເອທົວ ນັບແຕ່ລາຍ ການ ວອລ ດິສນີ ເວລ ເນຊັນ ແນວ ທີມແຊ໊ມປຽນຊິບ ເມື່ອປີ 1981 ໂດຍມີນັກກ໊ອຟເຂົ້າຮ່ວມ ແຂ່ງຂັນ 80 ທີມ ໂດຍໃຫ້ເລືອກ ຈັບຄູ່ກັນເອງຕາມໃຈມັກ ເຊິ່ງນັກ ກ໊ອຟສ່ວນໃຫຍ່ເລື່ອກຄົນທີ່ຕົນສະໜິດຫຼາຍກວ່າເລືອກເຫດຜົນຂອງການແຂ່ງຂັນ ເຊິ່ງເຮັດໃຫ້ບັນຍາ ກາດຂອງການແຂ່ງຂັນບໍ່ເຄັງ ຕືງ .