ການແຂ່ງຂັນສະນຸກເກີຊີງແຊ໊ມໂລກ 2017 ທີ່ຄຣູເບິ້ລ ເທຍ ເຕີ ໃນເມືອງເຊຟຟິລ ປະເທດອັງ ກິດ ໃນວັນຈັນທີ 1 ພຶດສະພາ ຜ່ານມາ ໃນຮອບຊີງຊະນະເລີດ ລະຫວ່າງ ມາກ ເຊລບີ ມືວາງ ອັນດັບ 1 ຂອງໂລກ ອາຍຸ 33 ປີ ພົບກັບ ຈອນ ຮິກກິນ ຈາກ ສະ ກອດແລນ ອາຍຸ 41 ປີ ຜົນປາ ກົດວ່າ ເຊລບີ ທີ່ຕາມຫຼັງ ຮິກກິນ 4-10 ເຟຣມ ແຕ່ຫຼັງຈາກນັ້ນເລັງ ເຄື່ອງເກັບໄຊ 14 ຈາກ 19 ເຟຣມ ຫຼ້າສຸດ ເຮັດໃຫ້ລາວກັບ ມາແຊງຊະນະ 18-15 ເຟຣມ ຄວ້າແຊ໊ມໂລກເປັນສະໄໝທີ 3 ໄປຄອງ (2014, 2016, 20 17). ພ້ອມກັບປ້ອງກັນແຊ໊ມ ໂລກເອົາໄວ້ໄດ້ສຳເລັດເປັນຄົນທີ 4 ໃນປະຫວັດສາດຕໍ່ຈາກ ສະຕີຟ ເດວິສ (1983, 1987-9). ສະ ຕີເຟນ ເຮນດຣີ (1992-96). ແລະ ຣອນນີ ໂອຊຸລລິແວນ (2012-13). ຮັບເງິນລາງວັນ ໄປໃນຖານະແຊ໊ມຫຼາຍທີ່ສຸດໃນ ປະຫວັດສາດວົງການສະນຸຸກເກີ ຈຳນວນ 375.000 ປອນ.
ນອກຈາກນັ້ນ ແຊ໊ມໃນຄັ້ງ ນີ້ຍັງເຮັດໃຫ້ ເຊລບີ ເປັນນັກສະ ນຸກເກີຄົນທີ 5 ທີ່ໄດ້ແຊ໊ມໂລກ ຢ່າງໜ້ອຍ 3 ສະໄໝຕໍ່ຈາກ ເຮນ ດຣີ 7 ສະໄໝ, ເດວິສ 6 ສະໄໝ, ຣອນນີ ໂອຊຸລລິແວນ 5 ສະໄໝ ແລະ ຮິກກິນ 4 ສະໄໝ ລວມທັງ ເຮັດໃຫ້ ເຊລບີ ເປັນນັກສະນຸກເກີ ທີ່ເຮັດເງິນລາງວັນໃນຮອບໜຶ່ງ ລະດູການ (2016/17). ສູງທີ່ ສຸດ 932.000 ປອນ ທຳລາຍ ສະຖິຕິເກົ່າທີ່ ເຮນດຣີ ເຄີຍເຮັດ ເອົາໄວ້ທີ 740.000 ປອນ.