ເຕະບານໂລກ 2018 ພາບແຫ່ງຄວາມຊົງຈຳຂອງມວນມະນຸດ

- 221 - ເຕະບານໂລກ 2018 ພາບແຫ່ງຄວາມຊົງຈຳຂອງມວນມະນຸດ
- kitchen vibe - ເຕະບານໂລກ 2018 ພາບແຫ່ງຄວາມຊົງຈຳຂອງມວນມະນຸດ

ໂດຍ: ທິດກ່ຳ 

ການແຂ່ງຂັນເຕະບານ ໂລກ 2018 ທີ່ປະເທດລັດເຊຍ ເປັນເຈົ້າພາບໄດ້ຈັດຂຶ້ນຢ່າງຍິ່ງ ໃຫຍ່ອາລັງການ, ທັງ ມ່ວນຊື່ນຄຶກຄື້ນ ແລະ ມີຄວາມ ໝາຍທາງດ້ານປະຫວັດສາດຕໍ່ປວງຊົນໃນທົ່ວໂລກ.

- Visit Laos Visit SALANA BOUTIQUE HOTEL - ເຕະບານໂລກ 2018 ພາບແຫ່ງຄວາມຊົງຈຳຂອງມວນມະນຸດ

 

5 ວິທີຟື້ນຟູຮ່າງກາຍຫລັງຈົບການເຊຍບານໂລກ

ຈົດຈໍ່ເບິ່ງບານໂລກ 2018 ທີ່ປະເທດລັດເຊຍ

ການແຂ່ງຂັນໄດ້ເລີ່ມຕົ້ນມາແຕ່ ວັນທີ 24 ມິຖຸນາ ຈົນ ມາຮອດ ວັນທີ 15 ພະຈິກ ຈຶ່ງສາມາດເຫັນຜູ້ທີ່ໄດ້ເປັນ ແຊ້ມໂລກໃນຄັ້ງນີ້ ແມ່ນ ປະເທດຝຣັ່ງ, ອັນດັບ 2 ໂຄຼ ເອເຊຍ, ອັນດັບ 3 ແບນຊິນ (ເບລຢ້ຽມ) ແລະ ອັນດັບ 4 ແມ່ນປະເທດອັງກິດ.

ໃນຂະນະທີ່ຊາວ ໂລກ ພ້ອມກັນຮືຮາ ມ່ວນຊື່ນ ແລະ ຫັນເຫໄປກັບບັນຍາກາດ ການຊົມການເຊຍເຕະບານ ໂລກຢ່າງຈົດຈໍ່ຕໍ່ການແຂ່ງ ຂັນແຕ່ລະຄັ້ງ, ແຕ່ລະນັດນັ້ນ, ຢູ່ຊິກໂລກ ແລະ ພາກພື້ນບ່ອນ ໜຶ່ງອີກ ພັດປະສົບກັບບັນຫາ ສົງຄາມ ແລະ ເກີດອຸປະຕິເຫດ ຢ່າງບໍ່ຄາດຝັນເຊັ່ນ: ຢູ່ປະເທດ ຊີຣີມີຄົນເຈັບ ແລະ ຄົນລົ້ມ ຕາຍຍ້ອນຮ່າລະເບີດຈາກສົງຄາມຍາດແຍ່ງຄວາມຍິ່ງໃຫຍ່ ແລະ ຍາດແຍ່ງຜົນປະໂຫຍດ.

ຢູ່ປະເທດໄທພັດມີເຫດ ການນັກກິລາທິມເຍົາວະຊົນ ອາຄະເດມີເຂົ້າໄປທ່ຽວໃນ ຖ້ຳຂຸນນ້ຳນາງນອນເລີຍຕິດກັບດັກຍ້ອນນ້ຳຖ້ວມອັດຮູຖ້ຳຢ່າງກະທັນຫັນ, ຊ້ຳບໍ່ໜຳພັດ ເກີດອຸປະຕິເຫດເຮືອທ່ອງ ທ່ຽວຫລົ້ມຢູ່ພູເກັດມີນັກທ່ອງທ່ຽວຕາຍ ແລະ ສູນຫາຍ ຫລາຍສິບສົບສ່ວນຢູ່ຍີ່ປຸ່ນກໍ ເກີດໄພນ້ຳຖ້ວມແບບກະທັນຫັນໃນວົງກວ້າງຢ່າງໜັກ ໜ່ວງຈົນເຮັດໃຫ້ຄົນເສຍຊີວິດ ແລະ ຊັບສິນກໍຖືກເສຍຫາຍ ຢ່າງຫລວງຫລາຍພາຍມາກ.

ແນວໃດກໍຕາມ, ບົນສະ ໜາມລູກໜັງທີ່ພວມສູ້ກັນ ຢ່າງດຸເດືອດເພື່ອໃຫ້ໄດ້ມາ ເຊິ່ງກຽດສັກສີ ແລະ ຊື່ສຽງ ໃຫ້ແກ່ປະເທດຊາດ ແລະ ເພື່ອ ຄວາມເປັນໜຶ່ງໃນໂລກຂອງແຕ່ລະປະເທດນັ້ນມັນປຽບ ເໝືອນສະໝໍລະພູມທີ່ສູ້ຕາຍ ເພື່ອຍາດແຍ່ງເອົາໄຊຊະນະ ມາຢູ່ໃນກຳມື.

ແຕ່ໃນວາລະອັນສຸດ ທ້າຍງານແຂ່ງຂັນບານໂລກ 2018. ກໍຈົບລົງດ້ວຍຄວາມ ຮັກ, ຄວາມສາມັກຄີ, ຄວາມ ເຂົ້າອົກເຂົ້າໃຈ, ຄວາມສຳພັນ ທະໄມຕີເປັນຈິດໜຶ່ງໃຈດຽວ ກັນ ຢ່າງເລິກເຊິ່ງເຖິງຖອງ.

ກ່ອນໜ້ານັ້ນ, ມີຫລາຍ ຄົນ ແລະ ຫລາຍຫາງສຽງ ກໍໄດ້ຄາດການກັນວ່າແຊັມ ໂລກຄັງນີ້ ແນວໃດກໍຕ້ອງ ແມ່ນອິນຊີເຫລັກ (ເຢຍລະ ມັນ) ຈະເປັນຜູ້ຄອງແຊ້ມ ວ່າຊັ້ນ! ມີບາງຄົນ ກໍວ່າຕ້ອງ ແມ່ນອັງກິດ, ເບຣຊິນ, ປ໊ອກ ຕຸຍການ, ໂຄຼເອເຊຍ ແລະ ອື່ນໆ.

ມີບາງລາຍກໍຈົນເຖິງຂັ້ນເຮັດແບບງົມງວາຍສ່ຽງດູ ສ່ຽງເດົາໄປສັບມະປີຕາມ ຄວາມເຊື່ອຂອງແຕ່ລະຄົນ ແລະ ກຸ່ມຄົນເຊັ່ນ: ກ່ອນການ ແຂ່ງຂັນນັດລະຫວ່າງທິມ ອັງກິດກັບໂຄຼເອເຊຍ ໄດ້ເອົາ ໄກ່ແມ່ສອງໂຕມາ ໂດຍຂຽນ ໃສ່ ໂຕໜຶ່ງເປັນທິມອັງກິດ, ສ່ວນໂຕທີສອງກໍຂຽນໃສ່ ເປັນທິມໂຄຼເອເຊຍແລ້ວກໍເອົາໄກ່ຜູ້ໂຕລ້ຳສັນແຂງແຮງຈຶກຈັກມາເຊີງໄກ່ແມ່ສອງໂຕນັ້ນວ່າມັນຈະເຊີງໂຕໃດຫລາຍ ກວ່າ? ຖ້າໄກ່ຜູ້ໂຕນັ້ນຫາກ ໜ່ຳໄກ່ໂຕໃດໜັກກໍເປັນອັນ ວ່າຕ້ອງແມ່ນປະເທດນັ້ນເປັນຝ່າຍຊະນະ ວ່າຊັ້ນ.

ສຸດທ້າຍມາໄກ່ຜູ້ໂຕນັ້ນມັນກໍໜ່ຳເຊີງໄກ່ແມ່ທິມອັງ ກິດຢ່າງລຽນຕິດ ເຊີງແລ້ວ ເຊີງອີກ,ໜ່ຳແລ້ວມັນກໍໜ່ຳ ອີກໄດ້ຮອດ 4-5 ຄັ້ງ ເກີນວ່າ ໄດ້ໃຈພວກສະຫລອກກອກ ພາກັນເຮັດ.

ເມື່ອໄກ່ຂົ່ມຂືນກັນ ເສັດ ຮຽບຮ້ອຍແລ້ວຫລາຍຄົນ ເຮຮາກັນວ່າອັງກິດຕ້ອງຊະ ນະໂຄຼເອເຊຍຢ່າງແນ່ນອນ, ແຕ່ອານິຈັງມັນບໍ່ເປັນຈັ່ງວ່າ, ຜ່ານການແຂ່ງຂັນໂຄຼເອເຊຍ ຊະນະອັງກິດ 2-1 ໄປຕາມ ວາດ, ອັນນີ້ລະເຂົາວ່າໄກ່ຕົ້ມ ຄົນແລ້ວຄົນຜູ້ຖືກອົກຫັກກໍ ເລີຍມາຕົ້ມໄກ່ກິນເພື່ອລ້າງ ອາຖັນ.

ຕາມທິດກ່ຳສັງເກດ, ຂອງແນວວ່າໄກ່ແມ່ໂຕເປັນ ຂອງອັງກິດມັນທັງງາມ, ທັງ ແຂງແຮງທັງອວບສຸດທ້າຍ ໄກ່ຜູ້ມັນກໍໜ່ຳເອົາ, ສ່ວນ ໄກ່ແມ່ໂຕ ເປັນຂອງໂຄຼເອເຊຍ ພັດທັງຈ່ອຍທັງໜ້າຕາ ເຫລືອງລ່າ ບໍ່ເປັນຕາຂຶ້ນ ໃຈມັນກໍເລີຍບໍ່ສົນຈົນເຮັດ ໃຫ້ພວກສະຫລອກກອກທັງ ຫລາຍພາກັນຫລົງເຊື່ອທັງ ເສຍຄວາມຫວັງທີ່ຕັ້ງໃຈ, ເສຍເຫລົ້າເສຍຢາ, ເສຍຂອງ ກັບຂອງແກ້ມໄປຕາມໆກັນ ນີ້ລະເຂົາເອີ້ນວ່າໄກ່ຕົ້ມຄົນ ຄົນຕົ້ມໄກເປັນພາບບັນຍາ ກາດອັນມ່ວນຊື່ນເຮຮາຂອງການເຕະບານໂລກ 2018 ທີ່ປະເທດລັດເຊຍເກີນວ່າມັນ ຄັກແມ່ບັກລຳເຊເອີຍ./.

- 221 - ເຕະບານໂລກ 2018 ພາບແຫ່ງຄວາມຊົງຈຳຂອງມວນມະນຸດ
(ພາບປະກອບ)

- 4 - ເຕະບານໂລກ 2018 ພາບແຫ່ງຄວາມຊົງຈຳຂອງມວນມະນຸດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!