ລະບົບທັດຢູ່ ສ.ເກົາຫຼີ ມີຄວາມສາມາດດັກສະກັດແລ້ວ
May 2, 2017 - 5:03 PM




ທ່ານ ຣົບ ມານນິງ ໂຄສົກກອງທະຫານອາເມລິກາປະຈຳ ສ.ເກົາຫຼີ ຖະແຫຼງຫຼັງກອງທະຫານຕົນຢືນຢັນວ່າ: ລະບົບທັດຢູ່ໃນສະພາບເຮັດວຽກໄດ້, ມີຄວາມສາມາດດັກສະກັດລູກສອນໄຟຂອງ ສປປ ເກົາຫຼີ ແລະ ປ້ອງກັນ ສ.ເກົາຫຼີ ໄດ້ແລ້ວ.
ຈາກການທີ່ ສ.ເກົາຫຼີ ແລະ ອາເມລິກາເລັ່ງລັດຕິດຕັ້ງລະບົບທັດນັ້ນ ໄດ້ເຮັດໃຫ້ປະຊາຊົນ ສ.ເກົາຫຼີ ປະທ້ວງຢ່າງຮຸນແຮງ ໂດຍໄດ້ໂຮມຊຸມນຸມແບບໄຕ້ທຽນຢູ່ສະໜາມຫຼວງກວາງຮວາມູນນະຄອນຫຼວງເຊອຸນ ໃນຕອນຄ່ຳວັນທີ 29 ເມສາຜ່ານມາ ທັງໄດ້ກ່າວຕຳໜິວ່າ: ແຜນການຕິດຕັ້ງລະບົບທັດເປັນການກະທຳຜິດກົດໝາຍ ແລະ ບໍ່ມີຜົນສັກສິດ ທັງຮຽກຮ້ອງໃຫ້ຖອນລະບົບນີ້ອອກຈາກ ສ.ເກົາຫຼີ.