ນາຍົກ​ຊີ້​ໃຫ້​ເຫັນ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ລາວ​ໃນ​ການພົ້ນອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ

- PM thoungloun - ນາຍົກ​ຊີ້​ໃຫ້​ເຫັນ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ລາວ​ໃນ​ການພົ້ນອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ
- kitchen vibe - ນາຍົກ​ຊີ້​ໃຫ້​ເຫັນ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ລາວ​ໃນ​ການພົ້ນອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ

ໃນໂອກາດໂອ້ລົມຕໍ່ກອງ ປະຊຸມເຜີຍແຜ່ການຈັດຕັ້ງຜັນຂະຫຍາຍດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາໃນວັນທີ 17 ກໍລະກົດນີ້ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານໄດ້ ຊີ້ໃຫ້ເຫັນຄວາມຄືບໜ້າ, ໂອກາດ ແລະ ສິ່ງທ້າທາຍຂອງ ສປປ ລາວ ໃນການຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ (LDC) ວ່າ: ໃນເດືອນມີນາ 2018 ຄະນະກໍາມະການວ່າ ດ້ວຍນະໂຍບາຍດ້ານການພັດທະນາຂອງສະຫະປະຊາຊາດ ໄດ້ປະເມີນຕົວຈິງເຫັນວ່າ ສປປ ລາວ ສາມາດບັນລຸໄດ້ 2 ໃນ 3 ເງື່ອນ ໄຂຂອງການຫລຸດພົ້ນອອກຈາກ LDC ຄື: ລວມຍອດລາຍຮັບ ແຫ່ງຊາດ (GNI ແລະ ດັດສະນີ ຊັບສີນມະນຸດ HAI ແມ່ນຜ່ານ, ສ່ວນດັດສະນີຄວາມອ່ອນໄຫວ ທາງດ້ານເສດຖະກິດ EVI ແມ່ນ ບໍ່ບັນລຸໄດ້. ສະນັ້ນ ສປຊ ຈະປະ ເມີນ ສປປ ລາວ ຕື່ມອີກເປັນຄັ້ງທີ 2 ໃນປີ 2021 ໝາຍວ່າຖ້າຍັງ ສືບຕໍ່ບັນລຸໄດ້ເງື່ອນໄຂສອງໃນ ສາມຄືດັ່ງຜ່ານມາ ສປປ ລາວ ຈະໄດ້ຮັບການຢັ້ງຢືນຈາກສະພາເສດຖະກິດ-ສັງຄົມ ສປຊ ແລະ ຈະມີການວາງຍຸດທະສາດ ຂ້າມຜ່ານອີກສາມປີ ແລະ ຈັດ ຕັ້ງປະຕິບັດໄລຍະເວລາຂອງການຂ້າມຜ່ານ. ຫລັງຈາກນັ້ນ ຈຶ່ງສາມາດ ຫລື ບໍ່ສາມາດປະກາດຫລຸດພົ້ນອອກຈາກ LDC ຢ່າງເປັນທາງການໃນປີ 2024. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ເມື່ອປະເທດພວກເຮົາອອກຈາກ LDC ແລ້ວ ຈະໄດ້ ຮັບຜົນປະໂຫຍດຄື: ດ້ານການເມືອງແມ່ນພັກ ແລະ ລັດຖະບານ ຈະໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກປະຊາຊົນບັນ ດາເຜົ່າ ແລະ ວົງຄະນະຍາດສາກົນ ຕໍ່ກັບການຈັດຕັ້ງປະຕິບັດຄໍາໝັ້ນໝາຍຂອງຕົນໃນການນໍາພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃຫ້ສໍາເລັດຕາມຄາດໝາຍ. ສ່ວນດ້ານເສດຖະກິດ ເຖິງວ່າຈະບໍ່ສາມາດໄດ້ຮັບຜົນປະໂຫຍດທັນທີໃນການອອກຈາກ LDC ດັ່ງນັ້ນ ສປປ ລາວ ຈະຕ້ອງມີນະໂຍບາຍທີ່ສອດຄ່ອງ ແລະ ກົມກຽວ ເພື່ອແນໃສ່ຍາດ ແຍ່ງເອົາຜົນປະໂຫຍດດ້ານ ຕ່າງໆໃນໄລຍະຂ້າມຜ່ານ ກໍຄືໄລຍະການກະກຽມຄວາມພ້ອມ ເພື່ອຮັບມືກັບຄວາມສ່ຽງທີ່ຈະເຮັດໃຫ້ປະເທດກັບຄືນສູ່ການ ເປັນປະເທດ LDC ອີກຄັ້ງ, ການສືບຕໍ່ເຊື່ອມສານ ແລະ ຮ່ວມມືກັບພາກພື້ນ ແລະ ສາກົນ ແມ່ນມີຄວາມສໍາຄັນທີ່ສຸດໃນການສ້າງເຄືອຂ່າຍຜະລິດຕະພາບ ເພື່ອເປີດ ໂອກາດໃນການສ້າງເສດຖະກິດ ໃຫ້ມີຄວາມຫລາກຫລາຍ, ສົ່ງເສີມຜະລິດຕະພາບ ແລະ ຄວາມສາມາດໃນການແຂ່ງຂັນ, ໂດຍສະເພາະແມ່ນສືບຕໍ່ສົ່ງເສີມຂະແໜງການເສດຖະກິດທີ່ເປັນທ່າແຮງໃນການແຂ່ງຂັນສູງຂອງ ສປປ ລາວ. ສ່ວນສິ່ງທ້າທາຍແມ່ນການອອກຈາກ LDC ຈະເຮັດໃຫ້ ສປປ ລາວ ສູນເສຍການຊ່ວຍເຫລືອທາງດ້ານການເງິນ ແລະ ດ້ານເຕັກນິກຈໍານວນໜຶ່ງ, ການປະກອບສ່ວນເງິນພັນທະຕໍ່ອົງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆຈະ ເພີ່ມຂຶ້ນ, ສະນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງຂະຫຍາຍການຮ່ວມມືແບບສອງຝ່າຍກັບປະເທດ ເພື່ອນມິດໃຫ້ຫລາຍຂຶ້ນ ໂດຍສະ ເພາະປະເທດອາຊຽນ, ສປ ຈີນ, ອິນເດຍ, ສ.ເກົາຫລີ ແລະ ຍີປຸ່ນ, ພ້ອມນັ້ນ ຕ້ອງສືບຕໍ່ສ້າງຄວາມ ເຂັ້ມແຂງ ແລະ ລະດົມແຫລ່ງທຶນ ພາຍໃນປະເທດ, ປັບປຸງນະໂຍ ບາຍສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ຫລາຍຂຶ້ນ ເພື່ອປ່ຽນແທນແຫລ່ງທຶນຊ່ວຍ ເຫລືອລ້າ (ODA) ທີ່ມີທ່າອ່ຽງ ຫລຸດລົງ ແລະ ການຫລຸດລົງຈາກລາຍຮັບທາງດ້ານພາສີ ຍ້ອນການເປັນປະຊາຄົມເສດຖະກິດອາຊຽນ ເພື່ອມີແຫລ່ງທຶນ ພຽງພໍໃນການບັນລຸວາລະການພັດທະນາແຫ່ງຊາດ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ. ໃນຂະນະດຽວກັນ, ສປປ ລາວ ຕ້ອງ ເອົາໃຈໃສ່ຕໍ່ສິ່ງທ້າທາຍທາງດ້ານການພັດທະນາຊັບພະຍາ ກອນມະນຸດ, ກໍາລັງແຮງງານ ຍັງຂາດສີມື ແລະ ທັກຊະ, ເອົາ ໃຈໃສ່ພັດທະນາການເຕີບໂຕສີຂຽວ ແລະ ສົ່ງເສີມການທ່ອງ ທ່ຽວແບບອະນຸລັກໃຫ້ຫລາຍຂຶ້ນ.

- 3 - ນາຍົກ​ຊີ້​ໃຫ້​ເຫັນ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ລາວ​ໃນ​ການພົ້ນອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ
- Visit Laos Visit SALANA BOUTIQUE HOTEL - ນາຍົກ​ຊີ້​ໃຫ້​ເຫັນ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ລາວ​ໃນ​ການພົ້ນອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!