ຊີວິດ ແລະ ການເຮັດວຽກດຸ່ນດ່ຽງຂຶ້ນດ້ວຍ 4 ເຄັດລັບ

- 031607 2018 - ຊີວິດ ແລະ ການເຮັດວຽກດຸ່ນດ່ຽງຂຶ້ນດ້ວຍ 4 ເຄັດລັບ
- kitchen vibe - ຊີວິດ ແລະ ການເຮັດວຽກດຸ່ນດ່ຽງຂຶ້ນດ້ວຍ 4 ເຄັດລັບ

Work-Life Balance ຫລື ການສ້າງຄວາມດຸ່ນດ່ຽງໃນຊີວິດ ແລະ ການເຮັດວຽກໄປພ້ອມກັນມີຄວາມສຳຄັນຫລາຍຂຶ້ນໃນຕະຫລາດແຮງງານ ເຊິ່ງມີທັດສະນະຄະຕິຕໍ່ການເຮັດວຽກທີ່ແຕກຕ່າງອອກໄປຈາກແຕ່ກ່ອນ ຄືຈະເນັ້ນໃສ່  Work-Life Balance ມັກທີ່ຈະໃຫ້ການເຮັດວຽກ ແລະ ການໃຊ້ຊີວິດທີ່ດຸ່ນດ່ຽງກັນ ໂດຍຈະບໍ່ທຸ້ມເທສຸດໂຕໃຫ້ກັບການເຮັດວຽກພຽງຢ່າງດຽວ, ແຕ່ຈະໃຫ້ຄວາມສຳຄັນກັບຊີວິດສ່ວນໂຕ ແລະ ສຸຂະພາບຂອງໂຕເອງຫລາຍຂຶ້ນ. ແຕ່ເຖິງວ່າຈະມີແນວຄິດແບບນີ້ ໃນໂລກແຫ່ງຄວາມເປັນຈິງອາດຈະເຮັດໄດ້ຍາກ ຍິ່ງກໍລະນີທີ່ມີກິດຈະການເປັນຂອງໂຕເອງ ຫາກຍັງເປັນກິດຈະການນ້ອຍໆ ທັງຈະຕ້ອງຊື້ເຄື່ອງເຂົ້າຮ້ານ, ຈັດກຽມສິ່ງຂອງ, ເຮັດຜະລິດຕະພັນຕາມສັ່ງ, ເປີດໜ້າຮ້ານ, ເຮັດບັນຊີ ເຊິ່ງເອີ້ນໄດ້ວ່າເກືອບຈະບໍ່ມີເວລາໄດ້ວ່າງເລີຍ.

ສ່ວນຄົນທີ່ພະຍາຍາມຫາວຽກເພື່ອສ້າງ Passive Income ກໍຍິ່ງຕ້ອງທຸ້ມເທເວລາຢ່າງຫລວງຫລາຍເພື່ອສ້າງທຸລະກິດ ແລະ ສ້າງຄວາມໝັ້ນຄົງໃນທຸລະກິດເພື່ອທີ່ຈະໄດ້ສາມາດສ້າງລາຍໄດ້ເຂົ້າມາເລື້ອຍໆຈົນອາດເຮັດໃຫ້ບໍ່ມີເວລາດູແລໂຕເອງ ບໍ່ມີເວລາໃຫ້ກັບຄອບຄົວ ຫລື ກິດຈະກຳຢ່າງອື່ນໄດ້ເລີຍ.

- Visit Laos Visit SALANA BOUTIQUE HOTEL - ຊີວິດ ແລະ ການເຮັດວຽກດຸ່ນດ່ຽງຂຶ້ນດ້ວຍ 4 ເຄັດລັບ

ເຖິງວ່າຄຳຈຳກັດຄວາມຂອງ Work-Life Balance  ຈະແຕກຕ່າງອອກໄປ ເຊິ່ງຂຶ້ນກັບແຕ່ລະຄົນ, ແຕ່ກໍມີເຄັດລັບການສ້າງ Work-Life Balance  ຈາກເວັບໄຊ Masii.co.th ທີ່ໃຜໆກໍເອົາໄປປັບໃຊ້ໄດ້ໃນຮູບແບບຂອງໂຕເອງມາແນະນຳທ່ານ.

  1. ບໍລິຫານເວລາຢ່າງມີປະສິດທິພາບ : ທຸກຄົນມີເວລາເທົ່າກັນໝົດ ແຕ່ຈະຈັດສັນແນວໃດໃຫ້ເກີດປະສິດທິພາບສູງສຸດ ຫລາຍຄົນໃຊ້ເວລາຫລາຍໄປກັບການເຮັດວຽກ, ແຕ່ບໍ່ມີການວາງແຜນທີ່ດີ ແລະ ບໍ່ມີເປົ້າໝາຍທີ່ຈະແຈ້ງ ເຮັດໃຫ້ການເຮັດວຽກກິນເວລາຫລາຍເກີນໄປກໍມີ ບາງຄົນເຖິງຂັ້ນຕ້ອງເອົາວຽກກັບມາເຮັດຢູ່ເຮືອນ, ຕ້ອງເຮັດວຽກລ່ວງເວລາ ເພາະເຮັດບໍ່ແລ້ວຕາມເວລາເຮັດວຽກ ຜົນທີ່ຕາມມາກໍຄືເຮັດໃຫ້ເວລາສຳລັບການພັກຜ່ອນ ຫລື ເວລາທີ່ຈະໄດ້ໃຊ້ກັບຄອບຄົວຫລຸດໜ້ອຍລົງໄປນຳ.

ສະນັ້ນ ເຮົາຄວນວາງແຜນເວລາຂອງເຮົາໃຫ້ດີ, ຫາວິທີການເຮັດວຽກທີ່ຈະໄດ້ຜົນທີ່ມີຄຸນນະພາບໃນເວລາທີ່ໄວວາ, ຕັ້ງເປົ້າໝາຍໃຫ້ຈະແຈ້ງກ່ອນວ່າຈະຕ້ອງເຮັດຫຍັງໃຫ້ແລ້ວພາຍໃນເວລາໃດ ເພື່ອທີ່ຈະໄດ້ມີເວລາເອົາໄປເຮັດຢ່າງອ່ືນນຳ ເຊັ່ນ : ກິນເຂົ້າກັບຄອບຄົວ, ຫລິ້ນເກມກັບລູກໆ ເປັນຕົ້ນ.

  1. ດູແລສຸຂະພາບກາຍ ແລະ ໃຈໃຫ້ແຂງແຮງ : ເຮົາອາດຈະເຄີຍເຫັນໂຕຢ່າງມາຫລາຍແລ້ວ ກັບຄົນທີ່ປະສົບຄວາມສຳເລັດໃນຊີວິດການເຮັດວຽກມີເງິນຫລາຍ ແຕ່ກໍຕ້ອງເສຍຊີວິດຍ້ອນພະຍາດຮຸກຮານ ເນື່ອງຈາກບໍ່ດູແລສຸຂະພາບຂອງຕົນເອງ.

ເຮົາຄວນເອົາໃຈໃສ່ກັບອາຫານການກິນຂອງໂຕເອງຫລາຍຂຶ້ນ, ກິນອາຫານທີ່ມີປະໂຫຍດ, ນອນຫລັບໃຫ້ພຽງພໍ ແລະ ອອກກຳລັງກາຍເປັນປະຈຳຢ່າງໜ້ອຍ 2 – 3 ເທື່ອຕໍ່ອາທິດ, ການອອກກຳລັງກາຍຈະຊ່ວຍຫລຸດຄວາມເຄັ່ງຄຽດ ແລະ ເຮົາຈະຮູ້ສຶກດີກັບໂຕເອງຫລາຍຂຶ້ນເມື່ອຮ່າງກາຍເຮົາແຂງແຮງຂຶ້ນ ເຮົາກໍຈະມີຄວາມໝັ້ນໃຈໃນໂຕເອງຫລາຍຂຶ້ນນຳ.

  1. ຊີວິດຕ້ອງມີເລື່ອງທີ່ບໍ່ແມ່ນວຽກນຳ : ຖ້າເຮົາເຮັດແຕ່ວຽກຢ່າງດຽວ ຫາກມື້ໃດມື້ໜຶ່ງເຮົາວ່າງວຽກຂຶ້ນມາ ຫລື ທຸລະກິດລົ້ມລະລາຍ ເຮົາຈະເຮັດແນວໃດ ? ໄລຍະທີ່ຫາວຽກເຮັດ ເຮົາຈະເຮັດຫຍັງ ? ແລ້ວຕອນກະສຽນເຮົາຈະເຮັດຫຍັງ ?  ເຊິ່ງເຮົາອາດຈະຕອບວ່າກໍຊອກວຽກໃໝ່ເຮັດໄປກ່ອນກໍໄດ້, ແຕ່ເຖິງແນວໃດເຮົາກໍຕ້ອງມີຄວາມສົນໃຈດ້ານອື່ນແດ່ ເມື່ອເຖິງເວລາທີ່ວຽກບໍ່ແມ່ນສິ່ງສຳຄັນໃນຊີວິດອີກຕໍ່ໄປ.    ໃນຊີວິດເຮົາຕ້ອງມີກິດຈະກຳຢ່າງອື່ນນອກເໜືອຈາກວຽກແດ່ ໂດຍສະເພາະຄົນທີ່ເຮັດວຽກໜັກມາຫລາຍ ຄວນຫາໂອກາດຫລຸດຄວາມເຄັ່ງຄຽດດ້ວຍກິດຈະກຳອື່ນໆ ເຊັ່ນ : ເບິ່ງຮູບເງົາ, ອ່ານ ໜັງສື, ອອກກຳລັງກາຍ, ໄປທ່ຽວຕ່າງແຂວງ, ຫາວຽກເສີມເຮັດ ທີ່ຈະຊ່ວຍໃຫ້ເຮົາຜ່ອນຄາຍຄວາມເຄັ່ງຄຽດ, ສ້າງຊີວິດຊີວາໃຫ້ໂຕເອງແດ່.
  2. ຄ່ອຍເປັນຄ່ອຍໄປ ຢ່າກົດດັນໂຕເອງຫລາຍເກີນໄປ : ສຳລັບຄົນທີ່ບໍ່ຄ່ອຍໄດ້ເບິ່ງແຍງໂຕເອງ ເພາະເມົາແຕ່ທຸ້ມເທຄວາມສົນໃຈໄປກັບການເຮັດວຽກ ລອງປັບພຶດຕິກຳໂຕເອງກ່ອນດີກ່ວາ, ແຕ່ບໍ່ຕ້ອງເຖິງກັບຫັກໂຫມເລີ່ມແລ່ນແຕ່ເຊົ້າ 10 ກິໂລຈົນເມື່ອຍຫອບ ເຮັດໃຫ້ແລ່ນບໍ່ໄດ້ໃນມື້ຕໍ່ໄປ ເພາະຂາບໍ່ມີແຮງກາຍເປັນແລ່ນໄດ້ເດືອນລະ 2 ເທື່ອ ເພາະຕ້ອງພັກໃຫ້ເຊົາເຈັບອີກ 1 ອາທິດ.

ການປ່ຽນແບບກະທັນຫັນຈະເຮັດໃຫ້ເຮົາມີບັນຫາ ເພາະຈະເຮັດໄດ້ບໍ່ຕະຫລອດ ວິທີທີ່ດີສຸດກໍແມ່ນການປ່ຽນມື້ລະໜ້ອຍ ແລ້ວຄ່ອຍໆສ້າງນິໄສໃໝ່ຂຶ້ນມາແທນນິໄສເກົ່າທີ່ເຮົາບໍ່ຕ້ອງການ.

ເຮົາຄວນເລີ່ມຈາກການຕັ້ງເປົ້າໝາຍທີ່ເປັນໄປໄດ້ແທ້ກ່ອນ ເຊັ່ນ : ຈາກແຕ່ກ່ອນທີ່ບໍ່ເຄີຍອອກກຳລັງກາຍເລີຍ ອາດຈະເລີ່ມຈາກການເຕັ້ນແອໂຣບິກຕອນແລງປະມານ 30 ນາທີ ອາທິດລະ 1 ເທື່ອ ຫລື 2 ເທື່ອກ່ອນ ເມື່ອເຮັດໄດ້ສຳເລັດແລ້ວ ເຮົາກໍຈະຮູ້ສຶກວ່າໂຕເອງກໍເຮັດໄດ້ ແລະ ຈະມີກຳລັງໃຈຫລາຍຂຶ້ນ ຫລັງຈາກນັ້ນກໍຄ່ອຍໆເລື່ອນເປັນອາທິດລະ 2 – 3 ເທື່ອ ແລະ ເພີ່ມຂຶ້ນເລື້ອຍໆດັ່ງທີ່ເຮົາຕ້ອງການ ຄ່ອຍເປັນຄ່ອຍໄປດີທີ່ສຸດ.

- 5 - ຊີວິດ ແລະ ການເຮັດວຽກດຸ່ນດ່ຽງຂຶ້ນດ້ວຍ 4 ເຄັດລັບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!