ການ​ຊົດ​ເຊີຍ​ໂຄງການ​ກໍ່ສ້າງ​ທາງ​ດອນ​ນົກ​ຂຸ້ມຫາ​ທາງ 450 ປີ ມີຫລາຍບັນຫາ​ຫຍຸ້ງ​ຍາກ

- Untitled 2 copy 1 - ການ​ຊົດ​ເຊີຍ​ໂຄງການ​ກໍ່ສ້າງ​ທາງ​ດອນ​ນົກ​ຂຸ້ມຫາ​ທາງ 450 ປີ ມີຫລາຍບັນຫາ​ຫຍຸ້ງ​ຍາກ
- kitchen vibe - ການ​ຊົດ​ເຊີຍ​ໂຄງການ​ກໍ່ສ້າງ​ທາງ​ດອນ​ນົກ​ຂຸ້ມຫາ​ທາງ 450 ປີ ມີຫລາຍບັນຫາ​ຫຍຸ້ງ​ຍາກ

​ໃນ​ວັນ​ທີ 16 ກໍ​ລະ​ກົດ ນີ້, ຢູ່​ໃນ​ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 5 ສະພາ​ປະຊາຊົນ ນະຄອນຫລວງ​ວຽງຈັນ ທ່ານ ​​ແກ້ວ​ພິລາ​ວັນ ອາ​ໄພ​ລາດ  ນະຄອນຫລວງ​ວຽງຈັນ ​ໄດ້​ຊີ້​ແຈງ ກ່ຽວກັບ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ດອນ​ນົກ​ຂຸ້ມ ຫາທາງ 450 ປີ ​ໃຫ້​ຮູ້​ວ່າ: ​ໂຄງການ​ດັ່ງກ່າວ​ໃນ​ເບື້ອງຕົ້ນ ບໍລິສັດ​ ນ້ຳທາກໍ່ສ້າງ​ຂົວ-ທາງ ຈຳກັດ ​ໄດ້​ຮັບ​ອະນຸຍາດ​ໃຫ້​ສຳ​ຫລວດ​ອອກ​ແບບ ​ແລະ ລົງທຶນ​ຮັບ​ເໝົາກໍ່ສ້າງ​ເສັ້ນທາງ​ຕັດ​ໃໝ່ ​ແຕ່​ສາມ​ແຍກ​ໄຟ​ແດງ​ໂພນ​ທັນ​ຂ້າມ​ບຶງ​ທາດ ຫລວງ-​ໂນນ​ຫວາຍ-ບ້ານ​ນາ​ຄວາຍ​ໃຕ້ ​ແລະ ​ເຊື່ອມ​ຕໍ່​ເສັ້ນທາງ 450 ປີ, ຕໍ່ມາ​ລັດຖະບານ​ໄດ້​ຕົກລົງ​​ໃຫ້ ບໍລິສັດ ຫວ່ານ​ເພີງ ຊຽງ​ໄຮ້ ສປ ຈີນ ​ເພື່ອ​ພັດທະ ນາບຶງທາດຫລວງ ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ແຕ່​ບ້ານ ດອນ​ນົກ​ຂຸ້ມ ​ໄປ​ຫາ​ເສັ້ນທາງ​ກຳ​ແພງ​ເມືອງ ຜ່ານ​ບຶງ​ທາດຫລວງ ບ້ານ ຊຽງ ດາ-ດົງ​ໂພ​ສີ ​ເຊື່ອມ​ຕໍ່ ຫາ ທາງ 450 ປີ ມີ​ຄວາມ​ຍາວ 9,5 ກິ​ໂລ​ແມັດ ​ແລະ ​ເສັ້ນທາງ​ມາ​ຈາກ​ຫລັກ 21 ບ້ານ​ນາ​ຄວາຍ ​ເມືອງ ​ໄຊ​ເສດ​ຖາ​ແທນ, ​ໃຫ້​ເປັນ​ທາງ​ປູຢາງ​ອາດສະ​ຟານ 2 ຊັ້ນ ມູນ​ຄ່າ 76 ລ້ານກ່ວາໂດ​ລາ ​ແລະ ສະຫງວນ ດິນ 2 ຟາກ​ທາງ 200 ​ແມັດ ​ເພື່ອ​ໃຫ້​ບໍລິສັດ​ຂາຍ​ຊຳລະໜີ້​, ​ແຕ່ຕໍ່ມາ​ໂຄງການ​ດັ່ງກ່າວ​ໄດ້​ຖືກ​ຍົກ​ລະດັບ​ໃຫ້​ເປັນ​ທາງ​ເບ​ຕົງ ຊຶ່ງ​ມີ​ມູນ​ຄ່າ​ເພີ່ມ​ເປັນ 78 ລ້ານກ່ວາ​ໂດ​ລາ, ເພື່ອ​ແກ້​ໄຂ​ບັນຫາ​ລົດ​ຕິດ ​ແລະ ມີ​ເສັ້ນທາງ​ຂະໜາດ​ໃຫຍ່​ອອກ​ໄປ​ສູ່​ເສັ້ນທາງ 450 ປີ, ​ເສັ້ນທາງ​ລົດ​ໄຟ, ມາ​ຮອດ​ປັດຈຸບັນ​ໄດ້​ສຳ​ເລັດ​ການກໍ່ສ້າງ​ ​ແລະ ​ເທ​ເບ​ຕົງ​ສຳ​ເລັດ​ປະມານ 65%, ສຳ​ເລັດ​ການກໍ່ສ້າງ​ຂົວ​ຂ້າມ​ບຶງ​ທາດຫລວງ ປະມານ 90% ​ແລະ ຂົວ​ນາ​ຄວາຍ 80%, ​ແລະ ​ໄດ້​ຜ່ານ​ການ​ຊຳລະ​ໃນ​ຜ່ານ​ມາ​ເປັນ​ເງີ​ນ 103 ຕື້ກີບ, ​ແລະ ຍັງ​ສະຫງວນ​ດິນ ຕາມ​ການ​ສຳ​ຫລວດ​ເກັບ​ກຳ​ຂໍ້​ມູນ​ຕອນ​ດິນ​ເບື້ອງຕົ້ນ​ຄື: ດິນ​ຖືກ​ຜົນ​ກະທົບ​ທັງໝົດ 691 ຕອນ​ ມີ​ເນື້ອທີ່  3 ລ້ານ​ກ່ວາຕາ​ແມັດ, ​ໃນ​ນີ້ ຕອນ​ດິນ​ຖືກ​ແລວ​ທາງ 210 ຕອນ ​ເນື້ອທີ່ກ່ວາ 4 ​ແສນ​ຕາ​ແມັດ.

ທ່ານ ຮອງ​ເຈົ້າ​ຄອງນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ຜ່ານ​ການ​ສັງ​ເກດ​ຕີ​ລາຄາ​ເຫັນ​ວ່າ: ການກໍ່ສ້າງທາງ​ແມ່ນ​ມີຄວາມ​ຊັກ​ຊ້າ, ​ເນື່ອງ​ຈາກ​ບໍລິສັດ ບໍ່ມີ​ງົບປະມານ​ພຽງພໍ​ໃນ​ການກໍ່ສ້າງ, ການ​ຊົດ​ເຊີຍ​ຈຳນວນ ໜຶ່ງ ຍັງ​ຊັກ​ຊ້າ​ເຮັດ​ໃຫ້​ປະຊາຊົນ​ບໍ່ພໍ​ໃຈ, ​ເກີດ​ຄວາມ​ເຂົ້າ​ໃຈ​ຜິດ​ລະຫວ່າງ ນະ ຄອນ​ຫລວງ​ວຽງຈັນ ກະຊວງ​ທີ່​ກ່ຽວຂ້ອງ, ບໍລິສັດ​ນ້ຳທາກໍ່ສ້າງ ​ແລະ ປະຊາ ຊົນທີ່​ມີ​ດິນ​ຖືກ​ໂຄງການ, ດິນ​ທີ່​ບໍລິສັດ​ໄດ້​ຊົດ​ເຊີຍ​ແລ້ວ ​ເພື່ອ​ຂາຍ​ມາ​ເປັນ​ທຶນ​ກໍ່ສ້າງ​ທາງ​ແມ່ນ​ບໍ່​ໄດ້​ຂາຍ, ການ​ຊົດ​ເຊີຍ​ບໍ່​ເປັນ​ໄປຕາ​ມການ​ກຳນົດ ​ເນື່ອງ​ຈາກ ປະຊາຊົນ​ຮຽກຮ້ອງ​ສູງ, ມີ​ການ​ອອກ​ໃບ​ຕາດິນ​ທັບ​ຊ້ອນ, ອອກ​ໃບ​ອະນຸຍາດ ປຸກ​ສ້າງ​ໃນ​ເຂດ​ດັ່ງກ່າວ, ປະຊາຊົນ​ທີ່​ເຂົ້າ​ມາ​ຈັບຈອງ​ໃນ​ເຂດ​ສະຫງວນ​ຂອງ ລັດ ກໍ​ບໍ່ຍອມ​ອອກ, ມີ​ການວິ້ງ​ເຕັ້ນ​ກໍ່ກວນ, ຂັດຂວາງ​ການກໍ່ສ້າງ ​ແລະ ອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ການ​ຊົດ​ເຊີຍ​ໂຄງການ​ກໍ່ສ້າງ​ທາງ​ດອນ​ນົກ​ຂຸ້ມຫາ​ທາງ 450 ປີ ມີຫລາຍບັນຫາ​ຫຍຸ້ງ​ຍາກ

​​ເພື່ອ​ແກ້​ໄຂ​ສະພາບ​ດັ່ງກ່າວ ທາງ ນະຄອນຫລວງ ວຽງຈັນ​ເລັ່ງສຳ​ຫລວດ​ກວດກາ ​ແລະ ປະ​ເມີນ​ການຈັດ​ຕັ້ງ​ໂຄງການ​ດັ່ງກ່າວ​ຄືນ, ​ແລະ ​ແກ້​ໄຂ​ຄຳ​ສະ​ເຫ​ນີ ຂອງປະຊາຊົນຈຳນວນ 126 ຄອບຄົວ ທີ່​ຖືກ​ຜົນ​ກະທົບ ​ແລະ ສົມທົບ​ກັບ​ປະຊາຊົນ​ໄກ່​ເກ່ຍທີ່​ຖືກ​ຜົນ​ກະທົບ ​​ແນ​ໃສ່​ເຮັດ​ໃຫ້ການ​ກໍ່ສ້າງ​ດຳ​ເນີນ​ໄປ​ຕາມ​ແຜນການ​ວາງ​ໄວ້.

- 3 - ການ​ຊົດ​ເຊີຍ​ໂຄງການ​ກໍ່ສ້າງ​ທາງ​ດອນ​ນົກ​ຂຸ້ມຫາ​ທາງ 450 ປີ ມີຫລາຍບັນຫາ​ຫຍຸ້ງ​ຍາກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!