ປວດກ້ານຄໍຍ້ອນເຮັດວຽກຫລາຍຈະປ້ອງກັນແລະແກ້ໄຂແນວໃດ




ສາເຫດຂອງອາການເຈັບປວດຄໍທີ່ພົບຫລາຍມັກຈະເກີດຈາກການນັ່ງ ຫລື ນອນບໍ່ຖືກລັກສະນະ ຫລື ຜິດທ່າ ເຮັດໃຫ້ກ້າມ ຊີ້ນບາງມັດຖືກໃຊ້ວຽກຈົນເມື່ອຍເກີນໄປ ແລະ ຄວາມເຄັ່ງຄຽດທາງຈິດໃຈກໍເປັນອີກໜຶ່ງສາເຫດທີ່ເກີດຈາກສະຖານທີ່ເຮັດວຽກ.
ວິທີຫລຸດອາການປວດຄໍ ເນື່ອງຈາກການເຮັດວຽກເບື້ອງຕົ້ນແມ່ນໃຫ້ກິນຢາແກ້ປວດ, ປະຄົບດ້ວຍນ້ຳກ້ອນ ຫລື ນ້ຳອຸ່ນ ອາດເຮັດພາຍຫລັງຈາກອາບນ້ຳອຸ່ນ ຫລື ປະຄົບຮ້ອນ 10 – 15 ນາທີ ແລະ ສິ່ງຈຳເປັນແມ່ນການອອກກຳລັງກ້າມຊີ້ນຄໍ.
ສັນຍານອາການອັນຕະລາຍທີ່ຄວນປຶກສາແພດຜູ້ຊ່ຽວຊານດ້ານກະດູກ ແລະ ຂໍ້ ໄດ້ແກ່ : ປວດກ້ານຄໍລາມລົງໄປຫາບ່າໄຫລ່ ແລະ ແຂນ ຫລື ຂໍ້ມື, ປວດກ້ານຄໍຮ່ວມກັບຈັງຊານິ້ວມື, ປວດກ້ານຄໍຮ່ວມກັບມີອາການມືອ່ອນແຮງ, ປວດກ້ານຄໍ ຫລື ປວດບ່າໄຫລ່ຊ້ຳເຮື້ອ. ສ່ວນການປິ່ນປົວນັ້ນນອກຈາກການບຳບັດ ແລະ ໃຊ້ຢາແກ້ອັກເສບຄາຍກ້າມຊີ້ນແລ້ວຍັງມີການໃຊ້ອຸປະກອນປະຄອງ. ສ່ວນຄົນທີ່ເປັນແຮງປວດກ້ານຄໍ ຮ່ວມກັບມືືຈັງຊາ ຫລື ປວດລາມລົງແຂນ ອາດຈະຕ້ອງປິ່ນປົວໂດຍການສັກຢາໃສ່ເສັ້ນປະສາດ, ການຈີ້ດ້ວຍຄື້ນຄວາມຮ້ອນ ຫລື ຄົນທີ່ເປັນແຮງກ່ວານີ້ກໍຕ້ອງຜ່າຕັດ ເຊັ່ນ : ເອົາໝອນຮອງກະດູກອອກ ແລ້ວເຊື່ອມຕໍ່ໃຫ້ຕິດກັນ ຫລື ໃສ່ໝອນຮອງກະດູກທຽມ.