ການຖີ້ມຂີ້ເຫຍື້ອຊະຊາຍບັນຫາຊໍາເຮື້ອຕ້ອງແກ້ໄຂ

- kitchen vibe - ການຖີ້ມຂີ້ເຫຍື້ອຊະຊາຍບັນຫາຊໍາເຮື້ອຕ້ອງແກ້ໄຂ

- 17203142 729873880513567 5701850743623620451 n 300x169 - ການຖີ້ມຂີ້ເຫຍື້ອຊະຊາຍບັນຫາຊໍາເຮື້ອຕ້ອງແກ້ໄຂ
ສະພາບການຖີ້ມຂີ້ເຫຍື້ອແບບຊະຊາຍຕາມແຄມທາງ, ຮ່ອງນໍ້າ, ດິນ ຫວ່າງໃນຕົວເມືອງນັບທັງຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຕ່າງໆ ໄດ້ກາຍເປັນບັນຫາຊໍາເຮື້ອທີ່ທຸກພາກສ່ວນບໍ່ຄວນເບິ່ງຂ້າມ ແລະ ຕ້ອງຊອກຫາວິທີແກ້ໄຂຮ່ວມກັນຢ່າງຮີບດ່ວນ.
ທ່ານຜູ້ອ່ານສັງເກດບໍ່ວ່າປັດຈຸບັນ, ເມື່ອເດີນທາງຂຶ້ນເໜືອລົງໃຕ້ພຽງ ແຕ່ ຂີ່ລົດຜ່ານຕົວເມືອງໄປບໍ່ພໍເທົ່າໃດກິໂລແມັດກໍຈະເຫັນຂີ້ເຫຍື້ອ ທີ່ຖືກຖີ້ມແບບຊະຊາຍຕາມແຄມຖະໜົນຫົນທາງ, ເຊິ່ງສ້າງພາບພົດ ອັນບໍ່ຈົບງາມ ແລະ ອາດກາຍເປັນແຫລ່ງແຜ່ເຊື້ອພະຍາດຕ່າງໆມາສູ່ ຄົນເຮົາໄດ້.

ບົດລາຍງານການສຶກສາກ່ຽວກັບການຄຸ້ມຄອງຂີ້ເຫຍື້ອໃນລາວຂອງທ
ນາຄານໂລກໃນໄລຍະຜ່ານມາຊີ້ໃຫ້ເຫັນວ່າ: ຂີ້ເຫຍື້ອໃນຕົວເມືອງໃຫຍ່ ພວມມີປະລິມານສູງຂຶ້ນ ແລະ ສົ່ງຜົນກະທົບບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມກໍຄືສົ່ງຜົນສະທ້ອນໂດຍກົງຕໍ່ຄຸນນະພາບແມ່ນໍ້າ ແລະ ນໍ້າໃຕ້ ດິນ.

- Visit Laos Visit SALANA BOUTIQUE HOTEL - ການຖີ້ມຂີ້ເຫຍື້ອຊະຊາຍບັນຫາຊໍາເຮື້ອຕ້ອງແກ້ໄຂ

ການຂະຫຍາຍຕົວຂອງປະຊາກອນໃນຕົວເມືອງບວກກັບລະບົບຈັດເກັບຂີ້ເຫຍື້ອທີ່ຍັງບໍ່ທັນໄດ້ມາດຕະຖານ ແລະ ສະໜາມກໍາຈັດຂີ້ເຫຍື້ອ ທີ່ຍັງບໍ່ທັນແທດເໜາະພວມສ້າງຜົນກະທົບຕໍ່ສິ່ງແວດລ້ອມສູງຂຶ້ນ, ໂດຍສະເລ່ຍແລ້ວ ການຖີ້ມຂີ້ເຫຍື້ອໃນຕົວເມືອງແຕ່ລະວັນແມ່ນ ມີປະມານ 0,75 ກິໂລຕໍ່ຄົນ, ຂະນະທີ່ນະຄອນຫຼວງວຽງຈັນ ແລະ ບັນດາ 4 ເມືອງໃຫຍ່ ເຊັ່ນ: ຫລວງພະບາງ, ທ່າແຂກ, ສະຫວັນນະເຂດ ແລະ ປາກເຊ ແມ່ນມີປະມານ 0,8-1,4 ກິໂລຕໍ່ຄົນ ແລະ ຂີ້ເຫຍື້ອສ່ວນໃຫຍ່ ແມ່ນເສດພຶດຜັກ 30%, ຖົງຢາງ 30%, ເສດແກ້ວ, ກະປ໋ອງ, ໂລຫະ ຕ່າງໆ 25% ແລະ ເສດເຈ້ຍ 15%.

ເຖິງວ່າຈະມີສະຖານທີ່ກໍາຈັດຂີ້ເຫຍື້ອຫລາຍແຫ່ງໃນບັນດາຕົວເມືອງໃຫຍ່ກໍຕາມ, ແຕ່ຂອດບໍລິການຈັດເກັບຂີ້ເຫຍື້ອແມ່ນຍັງຈຳກັດສະ ເພາະ ແຕ່ເຂດທີ່ເຂົ້າເຖິງໄດ້ງ່າຍ, ກຸ່ມເປົ້າໝາຍທີ່ມີລາຍຮັບສູງເຊັ່ນ: ສໍານັກງານ, ບໍລິສັດ, ຫ້າງຮ້ານ, ຕະຫລາດ ແລະ ຄົວເຮືອນທີ່ມີລາຍ ຮັບສູງ. ສະນັ້ນຈຶ່ງເຮັດໃຫ້ອັດຕາສະເລ່ຍຄວາມອາດສາມາດຈັດເກັບຂີ້ ເຫຍື້ອໃນບັນດາຕົວເມືອງໃຫຍ່ບັນລຸໄດ້ພຽງ 45%. ສ່ວນຢູ່ບັນດາຕົວ ເມືອງ ນ້ອຍການຈັດເກັບຂີ້ເຫຍື້ອເຫັນວ່າຈຳກັດສະເພາະແຕ່ເຂດທຸລະ ກິດໃນໃຈກາງເມືອງເທົ່ານັ້ນ.

ຍ້ອນສາເຫດດັ່ງກ່າວຈຶ່ງປາກົດວ່າມີປະຊາຊົນຈຳນວນຫລາຍຍັງບໍ່ສາມາດເຂົ້າເຖິງການບໍລິການໄດ້, ຈຶ່ງເລືອກວິທີກໍາຈັດຂີ້ເຫຍື້ອດ້ວຍການ ຈູດ ແລະ ລັກນໍາໄປຖີ້ມແບບຊະຊາຍຕາມແຄມທາງ, ຫ້ວຍນໍ້າ, ຮ່ອງ ນໍ້າ, ດິນຫວ່າງ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ຄວາມສະອາດຈົບ ງາມຂອງຕົວເມືອງ ແລະ ສົ່ງຜົນກະທົບບໍ່ດີຕໍ່ສຸຂະພາບຂອງຄົນ.

ຕໍ່ບັນຫາດັ່ງກ່າວ, ພາກສ່ວນກ່ຽວຂ້ອງຕ້ອງເພີ່ມທະວີການກຳນົດ ມາດຕະການເຂັ້ມງວດກວ່າເກົ່າຕໍ່ຜູ້ທີ່ຖີ້ມຂີ້ເຫຍື້ອຊະຊາຍ, ຍົກສູງ ຄວາມອາດສາມາດ ແລະ ປັບປຸງລະບົບການຈັດເກັບໃຫ້ແທດເໝາະ ເພື່ອຮອງຮັບປະລິມານຂີ້ເຫຍື້ອທີ່ເພີ່ມຂຶ້ນ ແລະ ກໍານົດຄ່າບໍລິການ ຈັດເກັບຂີ້ເຫຍື້ອທີ່ເໝາະສົມຕາມສະພາບເງື່ອນໄຂຂອງເສດຖະກິດ, ຄຽງຄູ່ກັບການໂຄສະນາປູກຈິດສຳນຶກໃຫ້ປະຊາຊົນໃນການຫລຸດຜ່ອນການຖີ້ມຂີ້ເຫຍື້ອແບບຊະຊາຍ, ຫລຸດຜ່ອນນຳໃຊ້ຖົງຢາງ ແລະ ຄັດ ແຍກປະເພດຂີ້ເຫຍື້ອເພື່ອຄວາມສະດວກໃນການກໍາຈັດ, ພ້ອມນັ້ນກໍ ຕ້ອງສ້າງພຶດຕິກຳມັກຄວາມສະອາດ, ມີລະບຽບໃນການຖີ້ມຂີ້ເຫຍື້ອ ໃຫ້ເຍົາວະຊົນໜຸ່ມນ້ອຍຢູ່ສະຖາບັນການສຶກສາຕ່າງໆໃຫ້ພວກເຂົາມີ ຄວາມຊີນເຄີຍແຕ່ເຍົາໄວ, ເບື້ອງປະຊາຊົນກໍຄວນໃຫ້ຄວາມຮ່ວມມື ກັບ ພາກລັດໃນການກຳຈັດຂີ້ເຫຍື້ອຍຢ່າງຖືກວິທີ, ໂດຍຫັນມາໃຊ້ ບໍລິການທີ່ລັດກໍານົດໃຫ້ ເພື່ອຫລີກເວັ້ນພຶດຕິກຳມັກງ່າຍ, ເຫັນແຕ່ ຕົວໂດຍການຈູດ ແລະ ລັກຖີ້ມຂີ້ເຫຍື້ອແບບຊະຊາຍ.

- 3 - ການຖີ້ມຂີ້ເຫຍື້ອຊະຊາຍບັນຫາຊໍາເຮື້ອຕ້ອງແກ້ໄຂ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!