ເລື່ອງຈິງຈາກປາກນາຍໜ້າຄ້າຂາຍອະໄວຍະວະຜູ້ລີ້ໄພຊາວຊີຣີ
ສາຍຕາຂອງ ອາບູ ຈາຟາ ສະແດງຄວາມພູມໃຈຕອນທີ່ລາວເລົ່າໃຫ້ຟັງວ່າທຸກມື້ນີ້ເຮັດວຽກຫຍັງ. ຈາຟາ ເຄີຍເປັນພະນັກງານຮັກສາຄວາມປອດໄພທີ່ຮ້ານບັນເທີງແຫ່ງໜຶ່ງກ່ອນຈະໄດ້ຮູ້ຈັກກັບກຸ່ມນັກຄ້າຂາຍອະໄວຍະວະມະນຸດ ໂດຍ ຈາຟາ ຮັບໜ້າທີ່ຊອກຫາຄົນທີ່ຍອມເສຍອະໄວຍະວະເພື່ອແລກກັບເງິນ ແລະ ກຸ່ມຜູ້ລີ້ໄພຊາວຊີຣີທີ່ເດີນທາງເຂົ້າມາຢູ່ລີບັງເປັນໂອກາດຫາເງິນຂອງ ຈາຟາ.
“ແມ່ນ ຂ້ອຍຫາຜົນປະໂຫຍດຈາກຄົນເຫລົ່ານີ້” ຈາຟາ ຍອມຮັບ, ແຕ່ລາວຄິດວ່າຜູ້ລີ້ໄພຊາວຊີຣີອາດບໍ່ມີຊີວິດລອດ ຖ້າບໍ່ໜີມາລີບັງ. ປະສົບການອັນໂຫດຮ້າຍຢູ່ບ້ານເກີດຍັງທຽບບໍ່ໄດ້ກັບການເສຍອະໄວຍະວະໄປບາງສ່ວນ.
ບ່ອນເຮັດວຽກຂອງ ຈາຟາ ເປັນພຽງຮ້ານກາເຟນ້ອຍໆຢູ່ອາຄານເກົ່າໆໃນເຂດແອອັດທາງໃຕ້ຂອງນະຄອນຫລວງເບຣຸດ, ທາງຫລັງຂອງຮ້ານມີຜ້າກັ້ນຫ້ອງແບ່ງພື້ນທີ່ເປັນອີກຫ້ອງໜຶ່ງ ເຊິ່ງ ຈາຟາ ໃຊ້ເປັນສະຖານທີ່ຈັດການເລື່ອງຊື້ຂາຍອະໄວຍະວະຊາວຊີຣີປະມານ 30 ຄົນ ໃນໄລຍະ 3 ປີຜ່ານມາ.
“ອະໄວຍະວະສ່ວນຫລາຍທີ່ຄົນຕ້ອງການຄືໝາກໄຂ່ຫລັງ, ແຕ່ຂ້ອຍກໍຫາອະໄວຍະວະອື່ນໆໃຫ້ໄດ້ນຳ. ມີເທື່ອໜຶ່ງລູກຄ້າຢາກໄດ້ໜ່ວຍຕາເບື້ອງໜຶ່ງ ເຊິ່ງຂ້ອຍກໍຫາໃຫ້ໄດ້”.
“ຂ້ອຍຖ່າຍຮູບໜ່ວຍຕາທີ່ມີຜູ້ຕ້ອງການຂາຍ ແລ້ວສົ່ງໃຫ້ລູກຄ້າເບິ່ງທາງວອດແອັບ ຖ້າຢືນຢັນວ່າຈະເອົາ ຂ້ອຍກໍຈັດໃຫ້”.
ຢູ່ຖະໜົນເສັ້ນແຄບໆ ເຊິ່ງ ຈາຟາ ໃຊ້ເປັນສະຖານທີ່ເຮັດທຸລະກິດ ມີຜູ້ລີ້ໄພຢູ່ກັນໜາແໜ້ນ ໂດຍ 1 ໃນ 4 ຂອງຜູ້ລີ້ໄພຢູ່ລີບັງເດີນທາງຂ້າມຊາຍແດນມາຈາກຊີຣີ. ພາຍໃຕ້ກົດໝາຍຂອງລີບັງ ຄົນເຫລົ່ານີ້ສ່ວນຫລາຍບໍ່ໄດ້ຮັບອະນຸຍາດໃຫ້ເຮັດວຽກ, ຫລາຍຄອບຄົວບໍ່ມີເງິນພຽງພໍຈະດຳລົງຊີວິດ. ຜູ້ທີ່ຕ້ອງຜະເຊີນຊະຕາກຳໂຫດຮ້າຍຄືຊາວປາແລັສຕິນທີ່ຖືວ່າເປັນຜູ້ລີ້ໄພຢູ່ແລ້ວໃນຊີຣີ. ຄົນເຫລົ່ານີ້ບໍ່ອາດລົງທະບຽນເປັນຜູ້ລີ້ໄພກັບສຳນັກງານຜູ້ລີ້ໄພຂອງສະຫະປະຊາຊາດໄດ້ອີກເມື່ອເດີນທາງມາເຖິງລີບັງ.
“ຄົນເຫລົ່ານີ້ຈະເຮັດຫຍັງໄດ້” ຈາຟາ ຕັ້ງຄຳຖາມ. “ພວກເຂົາບໍ່ມີທາງອອກຈົນເຖິງຂັ້ນຕ້ອງຂາຍອະໄວຍະວະແລກເງິນ”.
ມີຜູ້ລີ້ໄພຈຳນວນບໍ່ໜ້ອຍ ໂດຍສະເພາະເດັກນ້ອຍທີ່ນັ່ງຂໍທານຕາມຖະໜົນ, ບາງຄົນກໍຮັບຈ້າງຂັດເກີບ, ຂາຍເຂົ້າໜົມຢູ່ຕາມເສັ້ນທາງ ຫລື ຖືກໃຊ້ເປັນແຮງງານເດັກ ແລະ ຫລາຍຄົນຕ້ອງຍອມໄປເປັນໂສເພນີ. ຂະນະທີ່ການຂາຍອະໄວຍະວະເປັນຫົນທາງຫາເງິນໄດ້ໄວກວ່າ ເມື່ອມີຜູ້ຕ້ອງການຂາຍອະໄວຍະວະ ອາບູ ຈາຟາ ຈະຂັບລົດພາໄປສະຖານທີ່ນັດໝາຍ ໂດຍມີຜ້າປິດຕາໄວ້ຕະຫລອດການເດີນທາງ. ບາງເທື່ອການຜ່າຕັດມີຂຶ້ນຢູ່ເຮືອນເຊົ່າ ເຊິ່ງດັດແປງມາເປັນຄລີນິກຊົ່ວຄາວ, ເມື່ອຜ່າຕັດສຳເລັດ ຈາຟາ ຈະຂັບລົດພາກັບ ແລະ ຊ່ວຍເບິ່ງແຍງປະມານໜຶ່ງອາທິດ ຈົນກວ່າຈະຕັດດ້າຍອອກ. ແຕ່ຈາກນັ້ນ “ຂ້ອຍກໍບໍ່ສົນໃຈແລ້ວວ່າຈະເກີດຫຍັງຂຶ້ນ ຈະຕາຍ ຫລື ບໍ່, ຂ້ອຍໄດ້ໃນສິ່ງທີ່ຂ້ອຍຕ້ອງການ. ຄົນທີ່ຂາຍອະໄວຍະວະໄດ້ເງິນໄປແລ້ວ ກໍບໍ່ແມ່ນບັນຫາຂອງຂ້ອຍອີກ”.
ຈາຟາ ເລົ່າວ່າເດັກນ້ອຍຜູ້ຊາຍຊາວຊີຣີອາຍຸ 17 ປີ ທີ່ລີ້ໄພມາລີບັງເມື່ອ 3 ປີກ່ອນ ຫລັງພໍ່ ແລະ ອ້າຍນ້ອງຖືກສັງຫານ, ເປັນຄົນຫລ້າສຸດທີ່ລາວຕິດຕໍ່ເລື່ອງຊີ້ຂາຍອະໄວຍະວະ, ເດັກນ້ອຍຄົນນີ້ຢູ່ລີບັງພ້ອມແມ່ ແລະ ເອື້ອຍ, ນ້ອງສາວອີກ 5 ຄົນ ທັງທຸກຍາກ ແລະ ມີໜີ້ສິນ ຈຶ່ງຍອມຂາຍໝາກໄຂ່ຫລັງເບື້ອງໜຶ່ງໃນລາຄາ 8 ພັນໂດລາສະຫະລັດ.
ຕອນທີ່ນັກຂ່າວ BBC ໄປພົບຫລັງຜ່າຕັດເອົາໝາກໄຂ່ຫລັງອອກໄປໄດ້ສອງມື້, ເດັກນ້ອຍຄົນນີ້ບຶດລຸກບຶດນັ່ງດ້ວຍຄວາມເຈັບປວດ, ເຫື່ອໄຫລເຕັມໜ້າ ຂະນະທີ່ເລືອດສີແດງຍັງໄຫລຊຶມຜ່ານຜ້າຜັນແພ ແລະ ຢາແກ້ປວດກໍບໍ່ໄດ້ຊ່ວຍໃຫ້ລາວຮູ້ສຶກດີຂຶ້ນ.
ຈາຟາ ບໍ່ຍອມບອກວ່າຫາເງິນໄດ້ເທົ່າໃດຈາກການຂາຍອະໄວຍະວະຂອງເດັກນ້ອຍຄົນນີ້, ລາວບອກວ່າບໍ່ຮູ້ວ່າໃຜເປັນຜູ້ຮັບໝາກໄຂ່ຫລັງຂອງເດັກນ້ອຍຄົນນີ້ໄປ, ແຕ່ເຊື່ອວ່າອາດຈະສົ່ງອອກໄປຕ່າງປະເທດ.
ຈາກຂະນົບທຳນຽບ ແລະ ຄວາມເຊື່ອທາງສາສະໜາ ເຮັດໃຫ້ຄົນຢູ່ຕາເວັນອອກກາງບໍ່ນິຍົມບໍລິຈາກອະໄວຍະວະ ເຊິ່ງເປັນທີ່ຕ້ອງການ.
ອາບູ ຈາຟາ ອ້າງວ່າມີຄົນເຮັດວຽກເປັນນາຍໜ້າຄືລາວຢ່າງໜ້ອຍ 7 ຄົນຢູ່ລີບັງ, ເຖິງຈະຮູ້ວ່າສິ່ງທີ່ເຮັດນັ້ນຜິດກົດໝາຍ, ແຕ່ລາວເຫັນວ່າຄົນທີ່ຍອມຂາຍອະໄວຍະວະຈະມີຊີວິດທີ່ດີກວ່າໃນພາຍຫລັງ. ຈາຟາ ອ້າງວ່າບໍ່ໄດ້ບັງຄັບໃຫ້ໃຜຕັດສິນໃຈເຮັດແບບນີ້ ພຽງແຕ່ຮັບຊອກຫາໃຫ້ຕາມຄວາມເພິ່ງພໍໃຈຂອງເຂົາເຈົ້າເທົ່ານັ້ນ.
ໝາຍເຫດ: ອາບູ ຈາຟາ ບໍ່ແມ່ນຊື່ແທ້ຂອງນາຍໜ້າຄ້າຂາຍອະໄວຍະວະຄົນນີ້ ເຊິ່ງຍອມເວົ້າກັບ BBC ແຕ່ຂໍໃຫ້ປົກປິດຕົວຕົນທີ່ແທ້ຈິງ.