ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການເກັບລາຍຮັບຢູ່ແຂວງຊຽງຂວາງ


ເມື່ອບໍ່ດົນມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ; ໃຫ້ການຕ້ອນຮັບໂດຍທ່ານ ຄຳ ປາວ ມົວ ຮອງເຈົ້າແຂວງຊຽງຂວາງ.
ໃນໂອກາດນີ້, ທ່ານ ຄຳພູມີ ບົວລະພິມ ຫົວໜ້າພະແນກການເງິນແຂວງໄດ້ລາຍງານສະພາບການຈັດຕັ້ງແຜນງົບປະມານແຫ່ງລັດກໍຄືການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ສົກປີ 2018 ໄລຍະ 5 ເດືອນຜ່ານມາ ສາມາດເກັບລາຍຮັບທ້ອງຖິ່ນໄດ້ 47 ຕື້ກີບກວມ 33,5% ຂອງແຜນປີ, ຖ້າທຽບໃສ່ປີຜ່ານມາເຫັນວ່າເພີ່ມຂຶ້ນ.
ໃນນີ້, ລາຍຮັບສ່ວຍສາອາກອນກວມເອົາ 93%, ຊັບສິນກວມເອົາ 7% ຂອງແຜນປີ, ຫົວໜ່ວຍທຸລະກິດທົ່ວແຂວງມີ 4.645 ຫົວໜ່ວຍ, ແຂວງຄຸ້ມຄອງ 235 ຫົວໜ່ວຍ, ເມືອງຄຸ້ມຄອງ 4.410 ຫົວໜ່ວຍ ແລະ ປະຕິບັດລາຍຈ່າຍໄດ້ 216,3 ຕື້ກີບເທົ່າກັບ 42,5% ຂອງແຜນປີ, ໃນນີ້, ລາຍຈ່າຍເງິນເດືອນ 321,2 ຕື້ກີບ ລວມເອົາ 63% ຂອງແຜນລາຍຈ່າຍ ແລະ ລາຍຈ່າຍພາກລົງທຶນຂອງລັດ 103 ຕື້ກວ່າກີບກວມເອົາ 20% ຂອງແຜນລາຍຈ່າຍປະຈຳປີ.
ໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້, ພ້ອມໄດ້ເນັ້ນໃຫ້ບັນດາຂົງເຂດເສດຖະກິດຈັດຕັ້ງແຜນງົບປະມານລາຍຮັບ-ລາຍຈ່າຍຕາມແຜນທີ່ໄດ້ກຳນົດໄວ້ພ້ອມກັນສູ່ຊົນສ້າງແຜນງົບປະມານຫັນເອົານັກລົງທຶນຈາກພາຍໃນ ແລະ ຕ່າງປະເທດມາລົງທຶນຢູ່ພາຍໃນແຂວງຊຽງຂວາງໃຫ້ນັບມື້ຫລາຍຂຶ້ນ ແລະ ສ້າງແຜນການຈັດຕັ້ງປະຕິບັດໃນຂົງເຂດຕົນເອງຮັບຜິດຊອບໃນປີ 2018 ເພື່ອກຳນົດເປັນທິດທາງ, ເປົ້າໝາຍ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນປີຕໍ່ໄປໃຫ້ປະກົດຜົນເປັນຈິງ.