ການຄ້າດໍາເນີນຫລາຍມາດຕະການຄວບຄຸມບໍ່ໃຫ້ລາຄາສີນຄ້າເໜັງຕິງແຮງ




ທ່ານລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ ກ່າວວ່າ: ໃນຕໍ່ໜ້ານີ້ເພື່ອບໍ່ໃຫ້ລາຄາສີນຄ້າມີການເໜັງຕິງແຮງ ແລະ ສົ່ງຜົນກະທົບຕໍ່ການຜະລິດ, ການດໍາລົງຊີວິດຂອງປະຊາຊົນ, ກະຊວງການຄ້າໄດ້ກໍານົດມາດຕະການຄຸ້ມຄອງລາຄາສິນຄ້າຄື: ໄດ້ອອກຂໍ້ກໍານົດວ່າດ້ວຍການເພີ່ມລາຍການສິນຄ້າຄວບຄຸມລາຄາຈາກ 4 ມາເປັນ 8 ປະເພດຄື: ນໍ້າມັນເຊື້ອໄຟ, ເຂົ້າສານ, ຊີ້ນ, ປາ, ເຫລັກເສັ້ນ, ຊີມັງ ແລະ ອາຍແກັດ. ພ້ອມທັງປັບປຸງຂອດປະສານງານລະຫວ່າງກະຊວງ, ແຂວງ ແລະ ທ້ອງຖິ່ນ ເພື່ອໃຫ້ມີຄວາມສະດວກກົມກຽວ, ໂດຍການຖືເອົານະຄອນຫລວງເປັນຕົວແບບໃນການຄຸ້ມຄອງລາຄາສິນຄ້າ, ນອກຈາກນີ້, ໄດ້ຖືສໍາຄັນວຽກງານກວດກາການຄ້າ, ວຽກງານປົກປ້ອງຜູ້ຊົມໃຊ້ ແລະ ວຽກງານອື່ນໆດວ້ຍການນໍາໃຊ້ລະບົບເຄື່ອງສື່ສານທີ່ທັນສະໄໝ, ພ້ອມດຽວກັນນັ້ນກໍໄດ້ແຕ່ງຕັ້ງຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ຊີ້ນໍາວຽກງານກົມການຄ້າພາຍໃນຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງ ເພື່ອຈັດກອງປະຊຸມເຜີຍແຜ່ລະບຽບການກ່ຽວກັບວຽກງານຄຸ້ມຄອງລາຄາສິນຄ້າ, ໂດຍເຊີນບັນດາຜູ້ປະກອບການ, ຜູ້ຈັດສັນ ຫລື ເຈົ້າຂອງຕະຫລາດ, ບໍລິສັດຂາອອກ-ຂາເຂົ້າ, ບັນດາຮ້ານຄ້າທົ່ວໄປ ເພື່ອຮັບຮູ້ ແລະ ເຊື່ອມຊຶມບັນດານິຕິກໍາທີ່ກ່ຽວຂ້ອງ ໂດຍມີເຈົ້າເມືອງ, ຮອງເຈົ້າເມືອງເຂົ້າຮ່ວມເປັນປະທານກ່ອນຈະມີການແຕ່ງຕັ້ງຄະນະລົງກວດກາຢູ່ 7 ເມືອງຕາມສະຖານທີ່ເປົ້າໝາຍ ເຊັ່ນ: ຮ້ານຄ້າສະດວກຊື້ ແລະ ຕະຫລາດເທດສະບານ ເພື່ອລົງຕິດຕາມກວດກາລາຄາສິນຄ້າຕາມທ້ອງຕະຫລາດ ເປັນຕົ້ນ: ການຕິດລາຄາສິນຄ້າເປັນເງີນກີບ, ການຕິດສະຫລາກສິນຄ້າເປັນພາສາລາວ ແລະ ເຮັດບົດບັນທຶກກັບຜູ້ປະກອບການເພື່ອບໍ່ໃຫ້ລັກລອບສວຍໂອກາດຂຶ້ນລາຄາສິນຄ້າໂດຍພາລະການໃນໄລຍະດັດປັບດັດສະນີເງິນເດືອນສົກປີ 2017 ແລະ. ໄດ້ລົງເຜີຍແຜ່ນິຕິກໍາຢູ່ບັນດາແຂວງຕ່າງໆອີກດ້ວຍ.