ພະຍາດໜອງໃນແທ້ອາດປົວບໍ່ເຊົາຂາດ

ພະຍາດໜອງໃນແທ້ອາດປົວບໍ່ເຊົາຂາດ - 040307 2018 - ພະຍາດໜອງໃນແທ້ອາດປົວບໍ່ເຊົາຂາດ
ພະຍາດໜອງໃນແທ້ອາດປົວບໍ່ເຊົາຂາດ - kitchen vibe - ພະຍາດໜອງໃນແທ້ອາດປົວບໍ່ເຊົາຂາດ

ເດມແຊນລີ ເດວິສ ແພດໃຫຍ່ຂອງອັງກິດ ລະບຸວ່າ : ພະຍາດໜອງໃນແທ້ອາດກາຍເປັນພະຍາດທີ່ປິ່ນປົວບໍ່ເຊົາຂາດ ຫລັງມີການກວດພົບເຊື້ອດື້ຢາປິ່ນປົວເພີ່ມຂຶ້ນໃນອັງກິດ ເນື່ອງຈາກຄົນປ່ວຍບໍ່ໄດ້ຮັບການສັ່ງຈ່າຍຢາທ່ີເໝາະສົມ. ແພດໃຫຍ່ຂອງອັງກິດ ມີໜັງສືເຕືອນໃຫ້ແພດທົ່ວໄປ ແລະ ຮ້ານຂາຍຢາສັ່ງຈ່າຍຢາປິ່ນປົວພະຍາດໜອງໃນແທ້ຢ່າງຖືກຕ້ອງ ເພາະມີລາຍງານວ່າ : ຄົນປ່ວຍບາງຄົນບໍ່ໄດ້ຮັບຢາປິ່ນປົວຢ່າງເໝາະສົມ 2 ຊະນິດ ຄື : ຢາສັກ ceftriaxone ແລະ ຢາເມັດ azithromycin, ແຕ່ຈາກການກວດພົບວ່າ : ຮ້ານຂາຍຢາອອນລາຍບາງແຫ່ງສັ່ງຈ່າຍຢາຊະນິດເມັດພຽງຢ່າງດຽວ ສົ່ງຜົນໃຫ້ເຊື້ອເກີດການດື້ຢາ.

ແພດຜູ້ຊ່ຽວຊານດ້ານສຸຂະອະນາໄມທາງເພດ ບອກວ່າ : ພະຍາດໜອງໃນແທ້ມີທ່າອ່ຽງດື້ຢາປິ່ນປົວຫລາຍຂຶ້ນ ໂດຍໃນເດືອນມີນາ 2018 ທີ່ຜ່ານມາ ພົບເຊື້ອໜອງໃນແທ້ສາຍພັນທີ່ມີຄວາມດື້ຢາສູງໃນເມືອງລີດສ໌ ເຊິ່ງສາມາດຕ້ານທານການປິ່ນປົວດ້ວຍຢາ azithromycin ເຊິ່ງຕາມປົກກະຕິມັກໃຊ້ປິ່ນປົວຄຽງຄູ່ກັບຢາ ceftriaxone.

ພະຍາດໜອງໃນແທ້ອາດປົວບໍ່ເຊົາຂາດ - Visit Laos Visit SALANA BOUTIQUE HOTEL - ພະຍາດໜອງໃນແທ້ອາດປົວບໍ່ເຊົາຂາດ

ທັງນີ້, ພະຍາດໜອງໃນແທ້ເກີດຈາກເຊື້ອແບັກທີເຣຍ Neisseria gonorrhoea ທີ່ແຜ່ສູ່ກັນຜ່ານການມີເພດສຳພັນທີ່ບໍ່ປ້ອງ ກັນທາງຊ່ອງຄອດ, ປາກ ແລະ ທະວານໜັກ ໂດຍອາການຂອງພະຍາດນີ້ແມ່ນມີນຳ້ໜອງສີຂຽວ  ຫລື ສີເຫລືອງອອກຈາກອະໄວຍະວະເພດ, ມີອາການແສບອອກຮ້ອນເວລາຍ່ຽວ ແລະ ມີເລືອດອອກລະຫ່ວາງຮອບປະຈຳເດືອນໂດຍທົ່ວໄປຄົນປ່ວຍມັກບໍ່ສະແດງອາການ, ແຕ່ກໍເປັນພະຍາດທີ່ແຜ່ໄປສູ່ຜູ້ອື່ນໄດ້ງ່າຍ ແລະ ຫາກບໍ່ໄດ້ຮັບການປິ່ນປົວກໍອາດເຮັດໃຫ້ເປັນໝັນ, ເປັນພະຍາດປີກມົດລູກອັກເສບ ທັງຍັງແຜ່ໄປສູ່ລູກໃນທ້ອງໃນເວລາຖືພາໄດ້.

ພະຍາດໜອງໃນແທ້ ຖືເປັນພະຍາດຕິດຕໍ່ທາງເພດສຳພັນທີ່ພົບຫລາຍເປັນອັນດັບ 2 ໃນອັງກິດ ແລະ ຈຳນວນຜູ້ຕິດເຊື້ອກຳລັງສູງຂຶ້ນ ໂດຍໃນປີກ່ອນມີຜູ້ຕິດເຊື້ອປະມານ 34.958 ຄົນ ເພີ່ມຂຶ້ນ 19% ຈາກປີ 2013 ທີ່ມີຜູ້ຕິດເຊື້ອ 29.419 ຄົນ.

ພະຍາດໜອງໃນແທ້ອາດປົວບໍ່ເຊົາຂາດ - 3 - ພະຍາດໜອງໃນແທ້ອາດປົວບໍ່ເຊົາຂາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!