ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ 2030
ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ທີ່ອັດລົງເມື່ອບໍ່ດົນນີ້, ໂດຍໄດ້ມີມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ 2030 ຄື: ມາດຕາ 1 ຮັບຮອງເອົາການກຳນົດ 2 ເປົ້າໝາຍໃຫຍ່ ແລະ ຕົວເລກຄາດໝາຍຂອງການຈັດສັນເນື້ອທີ່ດິນແຕ່ລະປະເພດທີ່ກຳນົດຢູ່ໃນແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ 2030 ດັ່ງນີ້: (1) ເນື້ອທີ່ດິນຈະສະຫງວນ ແລະ ອະນຸລັກໄວ້ ເພື່ອເປັນເນື້ອທີ່ປ່າໄມ້ປົກຫຸ້ມ 70% ລວມທັງທີ່ດິນບໍລິເວນນ້ຳທີ່ນອນຢູ່ໃນເຂດພື້ນທີ່ດັ່ງກ່າວຂອງເນື້ອທີ່ທົ່ວປະເທດດັ່ງນີ້: ເນື້ອທີ່ດິນປ່າສະຫງວນຈຳນວນ 4,7 ລ້ານເຮັກຕາ ຫລື ເທົ່າກັບ 20%, ເນື້ອທີ່ດິນປ່າປ້ອງກັນຈຳນວນ 8,2 ລ້ານເຮັກຕາ ຫລື ເທົ່າກັບ 35%, ເນື້ອທີ່ດິນປ່າຜະລິດຈຳນວນ 3,1 ລ້ານເຮັກຕາ ຫລື ເທົ່າກັບ 13%, ເນື້ອທີ່ດິນປູກໄມ້ອຸດສາຫະກຳຈຳນວນ 0,5 ລ້ານເຮັກຕາ ຫລື ເທົ່າກັບ 2%. (2) ເນື້ອທີ່ດິນຈະນຳໃຊ້ ແລະ ພັດທະນາ 30% ລວມທັງທີ່ດິນບໍລິເວນນ້ຳທີ່ນອນຢູ່ໃນເຂດພື້ນທີ່ດັ່ງກ່າວຂອງເນື້ອທີ່ທົ່ວປະເທດດັ່ງນີ້: ເນື້ອທີ່ດິນກະສິກຳຈຳນວນ 4,5 ລ້ານເຮັກຕາ ຫລື ເທົ່າກັບ 19% ເຊິ່ງປະກອບມີ: ເນື້ອທີ່ດິນນາຈຳນວນ 2,0 ລ້ານເຮັກຕາ ຫລື ເທົ່າກັບ 8,4%, ເນື້ອທີ່ດິນປູກພືດລົ້ມລຸກ ຫລື ພືດອາຍຸສັ້ນຈຳນວນ 1,0 ລ້ານເຮັກຕາ ຫລື ເທົ່າກັບ 4,2%, ເນື້ອທີ່ດິນປູກໄມ້ໃຫ້ໝາກຈຳນວນ 0,8 ລ້ານເຮັກຕາ ຫລື ເທົ່າກັບ 3,4%, ເນື້ອທີ່ດິນທົ່ງຫຍ້າລ້ຽງສັດຈຳນວນ 0,7 ລ້ານເຮັກຕາ ຫລື ເທົ່າກັບ 3,0%. ເນື້ອທີ່ດິນທີ່ນຳໃຊ້ເຂົ້າໃນຂະແໜງການຕ່າງໆຈຳນວນ 2,56 ລ້ານເຮັກຕາ ຫລື ເທົ່າກັບ 11% ປະກອບມີ: ເນື້ອທີ່ດິນປຸກສ້າງຈຳນວນ 0,37 ລ້ານເຮັກຕາ ຫລື ເທົ່າກັບ 1,6%, ເນື້ອທີ່ດິນຄົມມະນາຄົມຈຳນວນ 0,18 ລ້ານເຮັກຕາ ຫລື ເທົ່າກັບ 0,8%, ເນື້ອທີ່ດິນປະເພດອື່ນລວມທັງທີ່ດິນອຸດສາຫະກຳ, ທີ່ດິນວັດທະນະທຳ ແລະ ທີ່ດິນປ້ອງກັນຊາດ-ປ້ອງກັນຄວາມສະຫງົບຈຳນວນ 2,05 ລ້ານເຮັກຕາ ຫລື ເທົ່າກັບ 8,6%.
ມາດຕາ 2 ຮັບຮອງເອົາບັນດານະໂຍບາຍ, ແຜນການ ແລະ ມາດຕະການໃນການຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ 2030 ຕາມການສະເໜີຂອງລັດຖະບານ. ນອກນັ້ນ ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ບາງມາດຕະການເພີ່ມຕື່ມຄື: 1. ຊີ້ນຳກະຊວງກ່ຽວຂ້ອງປັບປຸງ ແລະ ຮຽບຮຽງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດໃຫ້ຖືກຕາມຫລັກວິຊາການ, ໂດຍກຳນົດໃຫ້ມີຄວາມຊັດເຈນ, ຍຸດທະສາດໃນການພັດທະນາ ແລະ ນຳໃຊ້ທີ່ດິນແຕ່ລະປະເພດທີ່ກຳນົດໄວ້ໃນກົດໝາຍ. 2. ຊີ້ນຳກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນດຳເນີນການສຳຫລວດ, ເກັບກຳຂໍ້ມູນເນື້ອທີ່ດິນແຕ່ລະປະເພດ ເພື່ອກຳນົດຍຸດທະສາດ, ຈັດສັນ ແລະ ວາງແຜນການນຳໃຊ້ທີ່ດິນຂອງແຕ່ລະທ້ອງຖິ່ນ ແລະ ຂະແໜງການ ໂດຍໃຫ້ສອດຄ່ອງກັບມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ, ລົງວັນທີ 3 ສິງຫາ 2017, ກົດໝາຍ, ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ວິໄສທັດຮອດປີ 2030 ແລະ ຈຸດພິເສດທີ່ຕັ້ງພູມລຳເນົາຂອງແຕ່ລະທ້ອງຖິ່ນໃຫ້ສຳເລັດໃນປີ 2020 ແລ້ວນຳສະເໜີຕໍ່ສະພາປະຊາຊົນຂັ້ນແຂວງ, ສະພາແຫ່ງຊາດພິຈາລະນາຮັບຮອງເອົາ ເພື່ອໃຫ້ລັດຖະບານປະກາດໃຊ້ຢ່າງເປັນທາງການ. 3. ຄົ້ນຄວ້າຈັດຫາແຫລ່ງທຶນ ແລະ ສະໜອງງົບປະມານ, ຈັດຊື້ເຄື່ອງມື ວັດຖຸອຸປະກອນທີ່ຈຳເປັນຮັບໃຊ້ໃຫ້ແກ່ວຽກງານສຳຫລວດຈັດສັນທີ່ດິນ, ວາງແຜນນຳໃຊ້ທີ່ດິນ, ຂຶ້ນສຳມະໂນທີ່ດິນ, ຂຶ້ນທະບຽນອອກໃບຕາດິນ ແລະ ສ້າງຖານຂໍ້ມູນ-ຂ່າວສານກ່ຽວກັບທີ່ດິນ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວສຳເລັດຕາມແຜນການທີ່ໄດ້ກຳນົດໄວ້. 4 ເພີ່ມທະວີການຕິດຕາມກວດກາການຟື້ນຟູປ່າໄມ້ ແລະ ປູກໄມ້ທົດແທນຕາມສັນຍາພັດທະນາຂອງໂຄງການຕ່າງໆ ເປັນຕົ້ນໂຄງການພັດທະນາໄຟຟ້າ, ໂຄງການຂຸດຄົ້ນບໍ່ແຮ່, ໂຄງການພັດທະນາໂຄງລ່າງພື້ນຖານອື່ນ ເພື່ອຮັບປະກັນເຮັດໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມກວມເອົາ 70% ຕາມແຜນການ. 5 ຄົ້ນຄວ້າສ້າງແຜນພັດທະນາປ່າສະຫງວນແຫ່ງຊາດທີ່ມີເງື່ອນໄຂ ເພື່ອຍົກລະດັບໃຫ້ເປັນສວນອຸທະຍານແຫ່ງຊາດ ແນໃສ່ອະນຸລັກທຳມະຊາດ, ລະບົບນິເວດ, ຊີວະນາໆພັນ, ການສຶກສາ, ການທ່ອງທ່ຽວ, ສ້າງລາຍຮັບເຂົ້າງົບປະມານແຫ່ງຊາດ ແລະ ພັດທະນາຕາມທິດສີຂຽວ ແລະ ຍືນຍົງ. 6 ເພີ່ມທະວີການຄຸ້ມຄອງ ແລະ ການຕິດຕາມກວດກາການບຸກລຸກປ່າໄມ້, ຈັບຈອງ, ຄອບຄອງທີ່ດິນຜິດກົດໝາຍ ແລະ ການແກ້ໄຂຂໍ້ຂັດແຍ່ງ, ພ້ອມທັງປະຕິບັດມາດຕະການຢ່າງເດັດຂາດຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ລະເມີດກົດໝາຍ. 7 ປັບປຸງກົງຈັກການຈັດຕັ້ງ ແລະ ກົນໄກປະສານງານໃນການຄຸ້ມຄອງທີ່ດິນລະຫວ່າງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງໃຫ້ຈະແຈ້ງຊັດເຈນ, ມີປະສິດທິພາບ ແລະ ປະສິດທິຜົນ. 8 ຄົ້ນຄວ້າປັບປຸງກົດໝາຍ ແລະ ອອກນິຕິກຳໃຕ້ກົດໝາຍກ່ຽວກັບການຄຸ້ມຄອງນຳໃຊ້ທີ່ດິນ, ການຫັນປ່ຽນເນື້ອທີ່ດິນ ລວມທັງອັດຕາຄ່າທຳນຽມ ແລະ ຄ່າບໍລິການທີ່ດິນ ໂດຍໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນແຕ່ລະໄລຍະ.
ມາດຕາ 4 ມອບໃຫ້ຄະນະປະຈຳສະພາແຫ່ງຊາດ, ບັນດາກຳມາທິການ, ຄະນະເລຂາທິການສະພາແຫ່ງຊາດ, ກົງຈັກທີ່ຄະນະປະຈຳສະພາແຫ່ງຊາດສ້າງຕັ້ງ, ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຕິດຕາມກວດກາການຈັດຕັ້ງປະຕິບັດມະຕິສະບັບນີ້ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນຢ່າງເຂັ້ມງວດ.