ແຮ່ປາດີຕໍ່ສຸຂະພາບ ແລະ ຄວາມງາມ


ປະເທດຍີ່ປຸ່ນໄດ້ຄິດຄົ້ນ ແລະພັດທະນາ Placenta ຈາກແຮ່ປາ ວ່າມີຄວາມບໍລິສຸດ, ຄວາມສະອາດ ແລະ ມີຄຸນປະໂຫຍດກ່ວາແຮ່ຈາກສັດປະເພດອື່ນ ແລະ ມີຄວາມໃກ້ຄຽງກັບມະນຸດຫລາຍທີ່ສຸດ ຈົນເຮັດໃຫ້ນັກວິທະຍາສາດຍີ່ປຸ່ນໄດ້ພະຍາຍາມຄິດຄົ້ນຫາວິທີການໃໝ່ໆເພື່ອໃຫ້ໄດ້ຄຸນຄ່າສູງສຸດຈາກປາແຊວມັອນ ນັ້ນກໍແມ່ນວິທີການສະກັດສານອາຫານຈາກຮັງໄຂ່ຂອງປາແຊວມັອນ Salmon Ovary Peptide(SOP) ຫລື Salmon Placenta ໂດຍຜົນການວິໄຈພົບວ່າ : ເຍື່ອຫຸ້ມຈາກຮັງໄຂ່ປາແຊວມັອນ ຫລື ແຮ່ປາແຊວມັອນນັ້ນມີສານອາຫານຕ່າງໆໃກ້ຄຽງກັບສິ່ງທີ່ຮ່າງກາຍ ແລະ ຜິວໜັງຂອງມະນຸດຕ້ອງການຫລາຍທີ່ສຸດ ເພາະມີກົດອະມິໂນ “Growth Factor” ໂດຍຄຸນສົມບັດເດັ່ນໆຂອງມັນກໍແມ່ນຊ່ວຍຟື້ນຟູລະບົບການເຮັດວຽກຕ່າງໆຂອງຮ່າງກາຍໃຫ້ດີຂຶ້ນໃນຂະນະທີ່ເຮົານອນຫລັບ ເຊິ່ງລະບົບພາຍໃນຕ່າງໆຈະຟື້ນຟູໄດ້ຄືກັບຕອນເຮົາອາຍຸຍັງນ້ອຍ ເຮັດໃຫ້ຮ່າງກາຍຟື້ນຟູຜິວໜັງຕອນນອນໄດ້ຄືກັບໄວບ່າວສາວທີ່ພັກຜ່ອນຫລາຍໆໜ້າກໍບໍ່ເຊື່ອມໂຊມ.
- ຊ່ວຍເພີ່ມການຮັກສາຄວາມດຸ່ນດ່ຽງຂອງລະບົບໄຫລວຽນເລືອດ ເຊິ່ງເປັນປະໂຫຍດຕໍ່ຮ່າງກາຍ ແລະ ຜິວໜັງ.
- ຊ່ວຍເຮັດໃຫ້ຮ່າງກາຍຫລັ່ງ Growth Hormones ຈຶ່ງເຮັດໃຫ້ລະບົບໄຫລວຽນເລືອດດີຂຶ້ນ ເຖິງວ່າເຮົາຈະເຮັດວຽກໜັກ ຫລື ນອນເດິກ ອາການຂອບຕາດຳຄຳ້ໜ້າໂຊມກໍຈະຫາຍໄປ.
- ປົກປ້ອງສະພາບຜິວບໍ່ໃຫ້ແຫ້ງລອກ ເພາະຊ່ວຍໃຫ້ຜິວເກັບນຳ້ໄດ້ດີຂຶ້ນ ແລະ ເພີ່ມຄວາມສົດໃສໃຫ້ກັບຜິວທີ່ແຫ້ງລອກຈາກແສງແດດ.
4. ຝ້າ ແລະ ຮອຍຫ່ຽວໜ້ອຍລົງ ເນື່ອງຈາກລະບົບການຜະລິດເມັດສີີຫລຸດລົງ.
- ກະຕຸ້ນການສະໝານຜິວ ແລະ ຊ່ວຍເລັ່ງການສະໝານບາດແຜຕ່າງໆ.
- ສ້າງຄວາມແໜ້ນໃຫ້ແກ່ຜິວໜ້າ.
- ກະຕຸ້ນໃຫ້ເກີດການສ້າງຄໍລາເຈັນ ແລະ ອີລາສຕິນໃນຊັ້ນຜິວ ເຮັດໃຫ້ຜິວເບິ່ງອ່ອນກ່ວາອາຍຸ.
- ຊ່ວຍປັບຄວາມດຸ່ນດ່ຽງຮໍໂມນຕ່າງໆໃນຮ່າງກາຍໃຫ້ເປັນປົກກະຕິ ເຊິ່ງຖ້າຮໍໂມນບໍ່ປົກກະຕິຈະມີຜົນເຮັດໃຫ້ຂອບຕາດຳຄໍ້າ ຍ້ອນເສັ້ນເລືອດບໍລິເວນອ້ອມດວງຕາໄຫລວຽນບໍ່ເຕັມທີ່, ຫລຸດບັນຫາຄວາມມັນເທິງໃບໜ້າ ເຊິ່ງເປັນສາເຫດຂອງການເກີດສິວ ແລະ ຍັງຊ່ວຍຫລຸດຂະບວນການສ້າງເມັດສີ ຈຶ່ງເຮັດໃຫ້ຜິວຂາວສົດໃສແບບທຳມະຊາດ ເຊິ່ງສານນີ້ຊ່ວຍກະຕຸ້ນໃຫ້ເກີດການໄຫລວຽນໃນລະບົບເລືອດກ້ອງດວງຕາ ແລະ ເຮັດໃຫ້ຜິວບໍ່ດຳຄຳ້.
ສະນັ້ນ, ທ່ານໃດຢາກໄດ້ຄຸນປະໂຫຍດທັງ 8 ຂໍ້ທີ່ກ່າວມາຂ້າງເທິງນັ້ນ ກໍຄວນຫາອາຫານເສີມທີ່ມີສ່ວນປະສົມຂອງແຮ່ປາແຊວມັອນມາກິນ ຫລື ຈະກິນປາແຊວມັອນເປັນປະຈຳກໍໄດ້ຄືກັນ.