ນຳ​ສະ​ເຫ​ນີຜະລິດຕະພັນຄີມຊ່ວຍຜ່ອນ ຄາຍອິດເມື່ອຍ “ ລອງ​ການ​ອຍ ”

ນຳ​ສະ​ເຫ​ນີຜະລິດຕະພັນຄີມຊ່ວຍຜ່ອນ ຄາຍອິດເມື່ອຍ “ ລອງ​ການ​ອຍ ” - lounganoid - ນຳ​ສະ​ເຫ​ນີຜະລິດຕະພັນຄີມຊ່ວຍຜ່ອນ ຄາຍອິດເມື່ອຍ “ ລອງ​ການ​ອຍ ”
ນຳ​ສະ​ເຫ​ນີຜະລິດຕະພັນຄີມຊ່ວຍຜ່ອນ ຄາຍອິດເມື່ອຍ “ ລອງ​ການ​ອຍ ” - kitchen vibe - ນຳ​ສະ​ເຫ​ນີຜະລິດຕະພັນຄີມຊ່ວຍຜ່ອນ ຄາຍອິດເມື່ອຍ “ ລອງ​ການ​ອຍ ”

ໃນວັນທີ 28 ມິຖຸນານີ້,  ບໍລິສັດ ລ້ານຊ້າງພຣີເມຍ ໄດ້ນໍາສະ​ເຫ​ນີ ຜະລິດຕະພັນ  ລອງການອຍ, ຊຶ່ງເປັນຄີມຊ່ວຍບັນເທົາອາການອັກເສບ  ຂອງເຊວກະດູກຂໍ້ເຂົ່າ, ພາວະອັກເສບຂອງກ້າມຊີ້ນ,  ລວມທັງຊ່ວຍຫລຸດຜ່ອນອາການປວດບວມຊ້ຳ ແລະ ບັນ​ເມົາ​ຄວາມອິດເມື່ອຍລົງ​ໄດ້.

ເຂົ້າຮ່ວມພິທີດັ່ງກ່າວມີ,   ໂດຍທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງ ງານ ແລະ ບໍ່ແຮ່, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງ  ຈາກກະຊວງສາທາລະນະສຸກ, ແຜນການ ແລະ ການລົງທຶນ,  ອຸດສາຫະກຳ ແລະ ການຄ້າ,  ການເງິນ ແລະ ບັນ ດານັກທຸກິດ.  ຄີມ ລອງການອຍ ເໝາະສໍາລັບອາການປວດເມື່ອຍ  ຈາກການທ່ອງທ່ຽວພະຈົນໄພ, ນັ່ງດົນ,  ໃສ່ເກີບສົ້ນສູງ, ຢືນດົນ, ຍ່າງໄກ,  ການຫລີ້ນກິລາປະເພດຕ່າງໆ  ແລະ ອາການປວດເມື່ອຍທົ່ວໄປຕາມຮ່າງກາຍ.

ນຳ​ສະ​ເຫ​ນີຜະລິດຕະພັນຄີມຊ່ວຍຜ່ອນ ຄາຍອິດເມື່ອຍ “ ລອງ​ການ​ອຍ ” - Visit Laos Visit SALANA BOUTIQUE HOTEL - ນຳ​ສະ​ເຫ​ນີຜະລິດຕະພັນຄີມຊ່ວຍຜ່ອນ ຄາຍອິດເມື່ອຍ “ ລອງ​ການ​ອຍ ”

ທ່ານ ພັນທະຈິດ ອິນທິລາດ ປະທານທີ່ປຶກສາບໍລິສັັດ  ລ້ານຊ້າງພຣີເມຍ ໃນນາມຜູ້ນຳເຂົ້າ  ແລະ ຈຳໜ່າຍຜະລິດຕະພັນ ລອງການອຍຢ່າງ​ເປັນ​ທາງ  ໃນປະເທດລາວ ກ່າວວ່າ: ຜະລິດຕະພັນດັ່ງກ່າວ,  ເໝາະສຳລັບທຸກເພດທຸກໄວ ໃນການຊ່ວຍຫລຸດຜ່ອນ  ແລະ ບັນເທົາອາການປວດເມື່ອຍຕ່າງໆ   ທີ່ສຳຄັນ ແມ່ນເປັນຜະລິດຕະພັນທີ່ມີປະສິດພາບສູງ.  ດັ່ງນັ້ນ, ຈຶ່ງຕັດສິນໃຈນຳເຂົ້າຈຳໜ່າຍ​ໃນລາວ  ເພື່ອໃຫ້ຄົນລາວໄດ້ຊົມໃຊ້  ໂດຍຈະເລີ່ມຈຳໜ່າຍສູ່​ຕະຫລາດແຕ່ມື້​ເປີດ​ໂຕເປັນຕົ້ນໄປ.  ທ່ານໃດສົນໃຈເປັນຕົວແທນຈຳໜ່າຍ  ສາມາດຕິດຕໍ່ໄດ້ ທີ່ ບໍລິສັດ ລ້ານຊ້າງພຣີເມຍ ຕັ້ງຢູ່ບ້ານໂພນປາເປົ້າ,  ເມືອງ ສີສັດຕະນາກ, ນະຄອນຫລວງວຽງຈັນ  ໂທລະສັບ 030 – 598 8878.

ຜູ້​ບໍລິການ​ລະດັບ​ສູງ​ຂອງ​ຜະລິດ​ຕະພັນ ລອງ​ການ​ອຍ ​ໃຫ້​ຮູ້​ວ່າ: ຈາກຈຸດເລີ່ມຕົ້ນໃນປີ 1994, ສາສະດາຈານ ດຣ.ອຸສະນີ ວິເນດເຂດຄໍານວນ  (ນັກວິໄຈຈາກປະເທດໄທ) ໄດ້ເລີ່ມວິໄຈແກ່ນໝາກລໍາໃຍ  ຈົນຄົ້ນພົບສານອອກລິດສໍາຄັນ,  ຊຶ່ງມີລາຍງານທາງການແພດວ່າ  ສາມາດຮັກສາ ແລະ ບັນເທົາອາການເຊື່ອມອັກເສບ ຂອງເຊວກະດູກຂໍ້ເຂົ່າ, ພາວະອັກເສບຂອງກ້າມຊີ້ນ,  ລົດອາການປວດບວມ, ບວມຊ້ຳ ແລະ ຈາກການທົດລອງທາງຄຣີນິກ  ໄດ້ຜົນສຳເລັດເມື່ອພົບວ່າ ໂຄງສ້າງກະດູກຂໍ້  ແລະ ກ້າມຊີ້ນຂອງຜູ້ປ່ວຍແຂງແຮງຂຶ້ນ ພາຍຫລັງທີ່ໃຊ້ຄີມ ດັ່ງກ່າວ.          ລອງການອຍ ຄືນະວັດຕະກໍາທໍາມະຊາດບໍາບັດ,  ໂດຍຢືນຢັນດ້ວຍຜົນງານວິໄຈກວ່າ 10 ປີ  ແລະ ສາມາດຊະນະເລີດ 3 ລາງວັນນະວັດຕະກຳດີເດັ່ນຈາກ​ສາກົນມາແລ້ວ.

 

ນຳ​ສະ​ເຫ​ນີຜະລິດຕະພັນຄີມຊ່ວຍຜ່ອນ ຄາຍອິດເມື່ອຍ “ ລອງ​ການ​ອຍ ” - 4 - ນຳ​ສະ​ເຫ​ນີຜະລິດຕະພັນຄີມຊ່ວຍຜ່ອນ ຄາຍອິດເມື່ອຍ “ ລອງ​ການ​ອຍ ”
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!