ໂຈຊົວ ນ໊ອກ ຄລິດໂກ ໃນຍົກ 11 ຄວ້າແຊ໊ມໂລກ WBA




ຜົນປາກົດວ່າ ໂຈຊົວ ຍັງຄົງໂຫດຢ່າງຕໍ່ເນື່ອງ ເຖິງວ່າຈະຖືກ ຄລິດໂກ ຊົກລົ້ມ ໄປລົງພື້ນ ແຕ່ລາວເອງກໍລຸກຂຶ້ນ ມາພິກສະຖານະການເດີນໜ້າບຸກ ເຂົ້າໃສ່ ຄລິດໂກ ໃນອີກ 4 ຕໍ່ມາ ຈົນມາເຖິງຍົກທີ 11 ໂຈຊົວ ອາ ໄສຈັງຫວະຕັດລຳຕົວເຂົ້າທີ່ປາຍ ຄາງຈົນ ຄລິດໂກ ເສຍຫຼັກ ກ່ອນ ຈະຕາມຊ້ຳເຂົ້າອີກ 3 ໝັດ ລົ້ມ ລົງໄປນອນທີ່ພື້ນຄັ້ງທີ 1. ແຕ່ ຄລິດໂກ ຍັງລຸກຂຶ້ນມາສູ້ຕໍ່ ກ່ອນ ຖືກໝັດ ໂຈຊົວ ສົ່ງ ຄລິດໂກ ຫງາຍລົ້ມກົ້ນຈ້ຳເບົ້າກາງເວລທີຄັ້ງທີ 2 ແຕ່ກຳມະການຍັງບໍ່ຢຸດຕິ ການຊົກເຫັນ ຄລິດໂກ ຍັງໄຫວຢູ່ ລຸກຂຶ້ນມາເປັນເປົ້າໃຫ້ ໂຈຊົວ ຊົກ ລົງໄປນອນກັບພື້ນອີກຄັ້ງ ກຳມະ ການເຫັນທ່າບໍ່ດີ ເຮັດສັນຍານຢຸດ ຕິການຊົກ ເຮັດໃຫ້ ໂຈຊົວ ນ໊ອກ ຄລິດໂກ ໃນຍົກທີ 11 ຄວ້າສາຍ ແອວແຊ໊ມໂລກທີ່ຫວ່າງຂອງ ສະ ມາຄົມມວຍໂລກ ຫຼື WBA ໄປ ຄອງຢ່າງຍິ່ງໃຫຍ່.
ທັງນີ້ ແອນໂທນີ ໂຈຊົວ ຍັງ ຮັກສາສະຖິຕິຊົກ 19 ຄັ້ງຊະນະ ນ໊ອກທຸກຄັ້ງ ສ່ວນ ຄລິດໂກ ເສຍ ເປັນຄັ້ງທີ 4 ຈາກ 69 ຄັ້ງໃນ ອາຊີບ.