ເມສຊີອີຣານ ປະກາດລາທີມຊາດ
June 29, 2018 - 5:08 PM


ຊາດາ ອັນມູນ ດາວຍິງທີມຊາດອີຣານ ປະກາດເລີກຫລິ້ນໃຫ້ທີມຊາດແລ້ວດ້ວຍອາຍຸພຽງ 23 ປີ ຫລັງອ້າງວ່າແມ່ຂອງລາວບໍ່ສະບາຍ ເພາະຮັບບໍ່ໄດ້ທີ່ເຫັນລູກຊາຍຖືກແຟນບານເພື່ອນຮ່ວມຊາດວິຈານຢ່າງໜັກ.
ອັນມູນ ເຈົ້າຂອງສາຍາເມສຊີແຫ່ງອີຣານ ຍິງໄປເຖິງ 23 ປະຕູຈາກການລົງຫລິ້ນໃຫ້ທີມຊາດ 33 ນັດ ແລະ ຍິງ 11 ປະຕູຈາກ 14 ເກມໃນຮອບຄັດເລືອກ ແຕ່ຍິງບໍ່ໄດ້ຈັກປະຕູໃນບານໂລກ 2018 ທີ່ອີຣານຕົກຮອບທຳອິດ ໂດຍເປັນອັນດັບ 3 ຂອງກຸ່ມ B ຈົນເຮັດໃຫ້ຖືກໂຈມຕີຢ່າງໜັກ.
ເຖິງວ່າຈະຮູ້ສຶກເຈັບປວດຕໍ່ການຕັດສິນໃຈຫັນຫລັງໃຫ້ທີມຊາດໃນຄັ້ງນີ້, ແຕ່ ອັນມູນ ບອກວ່າ ລາວບໍ່ສາມາດທົນເຫັນແມ່ຕ້ອງບໍ່ສະບາຍຈາກສຽງວິຈານທີ່ມີຕໍ່ຕົນເອງ ແລະ ເພື່ອນຮ່ວມທີມບໍ່ໄດ້ເຊັ່ນກັນ.