ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018

ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018 - 2254 - ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018
ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018 - kitchen vibe - ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018

ເມື່ອບໍ່ດົນມານີ້, ໂຮງ ຮຽນອະນຸບານປະຖົມມັດ ທະຍົມຕົ້ນ ປາດຖະໜາ, ໄດ້ ຈັດພິທີສະຫຼຸບສົກຮຽນ 2017-2018, ຂຶ້ນທີ່ຫໍວັດ ທະນະທໍາແຫ່ງຊາດ, ໂດຍ ການເຂົ້າຮ່ວມຂອງທ່ານ ຊົມພູ ແກ້ວປັນຍາ ຫົວໜ້າ ພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຜູ້ປະກອບການ, ຜູ້ອໍານວຍການໂຮງຮຽນ, ພະນັກງານ, ຄູ-ອາຈານ, ຜູ້ປົກ ຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.

 

ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018 - Visit Laos Visit SALANA BOUTIQUE HOTEL - ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018

ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018 - 7411 - ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018

ໂຮງຮຽນຊັບປັນຍາສະຫລຸບສົກຮຽນ 2016-2017

ໂຮງຮຽນ ມສ ສັນຕິພາບຫ້ວຍຊາຍເປີດສົກຮຽນໃໝ່

ຜູ້ອໍານວຍການໂຮງ ຮຽນ ປາດຖະໜາ ໃຫ້ຮູ້ວ່າ: ການປະຕິບັດແຜນພັດທະ ນາການສຶກສາສົກຮຽນ 2017-2018 ໂຮງຮຽນໄດ້ ສົ່ງນັກຮຽນເຂົ້າສອບເສັງ ນັກຮຽນເກັ່ງຊັ້ນ ປ5 ຂັ້ນກຸ່ມ ຈໍານວນ 9 ຄົນ, ຍິງ 7 ຄົນ, ໂດຍເສັງໄດ້ 9 ຄົນ, ຂັ້ນ ເມືອງ 4 ຄົນ, ຍິງ 2 ຄົນ, ຜ່ານເຂົ້າໄປເສັງໃນຂັ້ນ ນະຄອນຫຼວງ ເຊິ່ງສາດມາດ ຍາດ ໄດ້ອັນດັບ 1 ແລະ ອັນດັບ 2 ຂັ້ນ ນະຄອນຫຼວງ ໃນວິຊາຄະນິດສາດ ແລະ ໄດ້ອັນດັບ 4 (ລາງວັນຊົມ ເຊີຍ) ຈໍານວນ 2 ຄົນ ໃນວິ ຊາພາສາລາວ ແລະ ໂລກ ອ້ອມ ຕົວ; ໄດ້ສົ່ງນັກຮຽນຊັ້ນ ມ 4 ເຂົ້າຮ່ວມສອບເສັງ ຄັດເລືອກນັກຮຽນເກັ່ງຂັ້ນ ເມືອງຈໍານວນ 10 ຄົນ ແລະ ສາມາດສອບເສັງໄດ້ 8 ຄົນ, ຍິງ 7 ຄົນ ໃນນັ້ນ, ສອບເສັງ ໄດ້ອັນດັບ 1 ຈໍານວນ 3 ຄົນ ໃນວິຊາພາສາລາວ, ເຄມີ ສາດ ແລະ ຟີຊິກສາດ, ອັນດັບທີ 2 ຈໍາວນ 2 ຄົນ ໃນ ວິຊາພາສາລາວ ແລະ ຄະນິດ ສາດ, ອັນດັບທີ 3 ຈໍານວນ 1 ຄົນ ໃນວິຊາຟີຊິກສາດ ແລະ ສາມາດຍາດໄດ້ອັນດັບ 3 ໃນ ຂັ້ນນະຄອນຫຼວງ ຈໍານວນ 1 ຄົນ ໃນວິຊາເຄມີສາດ. ສໍາ ລັບຜົນການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນ ປະຖົມສຶກ ສາ ຊັ້ນ ປ1 ສອບເສັງເລື່ອນ ຊັ້ນໄດ້ທັງໝົດ 98,50%, ປ2 ໄດ້ 99,15%, ປ3 ໄດ້ 99,25%, ປ4ໄດ້ 96,12% ແລະ ປ5 ສອບເສັງຈົບ ຊັ້ນໄດ້ທັງໝົດ 100%; ຜົນ ການເລື່ອນຂັ້ນ ມ1 ສອບເສັງ ເລື່ອນຊັ້ນໄດ້ທັງໝົດ 100%, ມ2 ໄດ້ 96,08% ແລະ ມ3 ສອບເສັງເລື່ອນຊັ້ນໄດ້ ທັງໝົດ 100%.

ສ່ວນແຜນພັດທະນາ ການສຶກສາ ປະຈໍາສົກຮຽນ 2018-2019 ແມ່ນຈະເອົາ ໃຈໃສ່ປັບປຸງ ແລະ ພັດທະນາ ຄຸນນະພາບການຮຽນ-ການສອນຢູ່ໃນແຕ່ລະຊັ້ນຮຽນ ໃຫ້ສອດຄ່ອງກັບຍຸກສະໄໝ ເພື່ອພັດທະນາຄຸນະພາບ ການຮຽນ-ການສອນໃຫ້ ນັບມື້ນັບດີຂຶ້ນເລື່ອຍໆ.

ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018 - 2254 - ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018

ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018 - 3 - ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!