ບາເຊໂລນາ ຮັບເງິນຈາກຜູ້ສະໜັບ ສະໜູນຢ່າງມະຫາສານ
June 27, 2018 - 6:47 PM


ຟອບສ໌ ວາລະສານດ້ານການເງິນ ຈັດອັນດັບສະໂມສອນທີ່ໄດ້ຮັບເງິນຈາກຜູ້ສະໜັບສະໜູນ ປາກົດວ່າເປັນ ບາເຊໂລນາ ທີ່ໄດ້ຮັບຫລາຍທີ່ສຸດເຖິງ 187 ລ້ານປອນ ຈາກການເຊັນສັນຍາກັບ ໄນກີ້ ບໍລິສັດຜະລິດຕະພັນກິລາຍັກໃຫຍ່ຂອງໂລກ ແລະ ຣາຄຸເທນ ບໍລິສັດອີຄອມເມີສ໌ ລວມທັງຜູ້ສະໜັບສະໜູນຈາກພາກສ່ວນອື່ນໆ ໂດຍມີລາຍໄດ້ເໜືອກວ່າ ແມນຢູ ເຖິງ 34 ລ້ານປອນ. ອັນດັບ 2 ເປັນຂອງ ແມນເຊັສເຕີ ຢູໄນເຕັດ 153 ລ້ານປອນ, ອັນດັບ 3 ຣີລ ມາດຣິດ 151 ລ້ານປອນ, ອັນດັບ 4 ເຊລຊີ 102 ລ້ານປອນ, ອັນດັບ 5 ບາເຢີນ ມິວນິກ 91 ລ້ານປອນ, ອັນດັບ 6 ປາຣີສ ແຊງແຊກແມງ 76 ລ້ານປອນ, ອັນດັບ 7 ອາເຊນອລ 71 ລ້ານປອນ, ອັນດັບ 8 ລິເວີພູລ 70 ລ້ານປອນ, ອັນດັບ 9 ສະເປີ 61 ລ້ານປອນ ແລະ ອັນດັບ 10 ແມນເຊັສເຕີ ຊິຕີ້ 59 ລ້ານປອນ.