ອີຣານອະນຸຍາດໃຫ້ຜູ້ຍິງເຂົ້າ ສະໜາມບານໂລກເປັນເທື່ອທຳອິດ

ອີຣານອະນຸຍາດໃຫ້ຜູ້ຍິງເຂົ້າ ສະໜາມບານໂລກເປັນເທື່ອທຳອິດ - 1529550120046 960x0 - ອີຣານອະນຸຍາດໃຫ້ຜູ້ຍິງເຂົ້າ ສະໜາມບານໂລກເປັນເທື່ອທຳອິດ
ອີຣານອະນຸຍາດໃຫ້ຜູ້ຍິງເຂົ້າ ສະໜາມບານໂລກເປັນເທື່ອທຳອິດ - kitchen vibe - ອີຣານອະນຸຍາດໃຫ້ຜູ້ຍິງເຂົ້າ ສະໜາມບານໂລກເປັນເທື່ອທຳອິດ

ທາງ​ການ​ອີຣານອະນຸຍາດ​ໃຫ້ຜູ້ຍິງ​ເຂົ້າສະໜາມກິລາ​ໃນ​ນະຄອນ​ເຕຮາ​ລານ​ໄດ້ ​ເພື່ອ​ຮ່ວມ​ຊົມ​ການຖ່າຍ​ທອດ​ສົດ​ບານ​ໂລກ 2018 ທີ່ຣັດ​ເຊຍ ຄູ່​ລະຫວ່າງ ອີຣານ ກັບ ສະ​ເປ​ນ ​ໃນວັນ​ທີ 20 ມິຖຸນາ, ​ເຖິງ​ວ່າ ອີຣານ ຈະ​ເສຍ​ໄປ​ຢ່າງ​ໜ້າ​ເສຍດາຍ 1-0 ​ແຕ່​ຖື​ເປັນຄວາມ​ຍິນ​ດີ​ທີ່​ຜູ້ຍິງ​ອີຣານ​ໄດ້​ເຂົ້າສະໜາມ ​ເພື່ອ​ຮ່ວມ​ຊົມ​ການ​ແຂ່ງຂັນ​ບານ​ໂລກ​​ໄດ້​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ​ເກືອບ 40 ປີ.

ທີ​ມຊາດ​ອີຣານ ພົບ ສະ​ເປ​ນ ​ໃນ​ວັນ​ທີ 20 ມິຖຸນາ ​ເວລາ 01:00 ​ໂມງ ​ເປັນ​ການ​ລົງ​ສະໜາມ​ນັດ​ສອງ​ໃນ​ຮອບ​ແບ່ງ​ກຸ່ມ​ບານ​ໂລກ 2018. ຜູ້ຍິງ​ອີຣານ​ໄດ້​ເຂົ້າສະໜາມກິລາ​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ ​ເພື່ອ​ຊົມ​ການ​ແຂ່ງຂັນ​ຜ່ານ​ໜ້າ​ຈໍ​ຂະໜາດ​ໃຫຍ່​ໄດ້​ເປັນ​ເທື່ອ​ທຳ​ອິດ ນັບ​ແຕ່​ການ​ປະຕິວັດ​ອິດສະ​ລາມ​ຂອງ​ອີຣານ ​ໃນ​ປີ 1979. ສະພາ​ທ້ອງ​ຖິ່ນ​ນະຄອນຫລວງ​ເຕຮາ​ລານ​ລົງມະຕິ​ອະນຸມັດ​ໃນ​ນາທີ​ສຸດ​ທ້າຍ ​ເຊົ້າວັນ​ທີ 20 ມິຖຸນາ ​ເພື່ອ​ໃຫ້​ຜູ້ຍິງ​ເຂົ້າຊົມ​ການຖ່າຍ​ທອດ​ສົດ​ທີ່​ສະໜາມກິລາ​ໄດ້​ເປັນ​ເທື່ອ​ທຳ​ອິດ ພາຍຫລັງ​ອາທິດ​ກ່ອນ ອີຣານ ​ໄດ້​ຮັບ​ໄຊຊະນະ​ເທື່ອ​ທຳ​ອິດ​ໃນ​ບານ​​ໂລກ ນັບ​ແຕ່​ປີ 1998 ​ເຮັດ​ໃຫ້​ຜູ້​ຊາຍ ​ແລະ ຜູ້ຍິງ​ໃນ​ອີຣານ ອອກ​ມາສະ​ແດງ​ຄວາມ​ດີ​ໃຈ​ກັນ​ຖ້ວນ​ໜ້າ​ຕາມ​ຖະໜົນ​ເສັ້ນຕ່າງໆ.

ອີຣານອະນຸຍາດໃຫ້ຜູ້ຍິງເຂົ້າ ສະໜາມບານໂລກເປັນເທື່ອທຳອິດ - Visit Laos Visit SALANA BOUTIQUE HOTEL - ອີຣານອະນຸຍາດໃຫ້ຜູ້ຍິງເຂົ້າ ສະໜາມບານໂລກເປັນເທື່ອທຳອິດ
ອີຣານອະນຸຍາດໃຫ້ຜູ້ຍິງເຂົ້າ ສະໜາມບານໂລກເປັນເທື່ອທຳອິດ - 5 - ອີຣານອະນຸຍາດໃຫ້ຜູ້ຍິງເຂົ້າ ສະໜາມບານໂລກເປັນເທື່ອທຳອິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!