ການກໍ່ສ້າງເຂື່ອນນ້ຳງື່ມ 4 ຄືບໜ້າກວ່າ 16%


ເມື່ອບໍ່ດົນມານີ້, ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຄຳມະນີ ອິນທິລາດ ພ້ອມຄະນະ, ໄດ້ໄປຕິດຕາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 4 ໂດຍມີຄະນະອໍານວຍການ, ພະນັກງານ ແລະ ກຳມະກອນໂຄງການດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ຮັບຟັງລາຍງານວ່າ: ເຂື່ອນນ້ຳງື່ມ 4 ຕັ້ງຢູ່ເມືອງພູກູດແຂວງຊຽງຂວາງ, ໄດ້ລົງມືຈັດຕັ້ງປະຕິບັດມາແຕ່ເດືອນຕຸລາ 2017, ໂດຍແມ່ນລັດວິສາຫະກິດໄຟຟ້າລາວເປັນເຈົ້າຂອງໂຄງການ ແລະ ບໍລິສັດ ຊາຍນາ ເນຊັນແນວ ເຮວີ ມາຊິນເນຣີ ຄອບໂປເຣຊັນ (China National Heavy Machinery Corporation) ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 700 ລ້ານກວ່າໂດລາສະຫະລັດ, ເປັນເຂື່ອນຄອນກຣີດອັດແໜ້ນ, ມີລວງຍາວ 228 ແມັດ, ຄວາມສູງຂອງສັນເຂື່ອນ 74 ແມັດ, ໄດ້ມີການເຈາະອຸໂມງສົ່ງນ້ຳຈາກໜ້າເຂື່ອນໄປຫາເຮືອນຈັກຜະລິດໄຟຟ້າຍາວ 16,5 ກິໂລແມັດ, ມີກຳລັງຕິດຕັ້ງ 240 ເມກາວັດ ແລະ ກະແສໄຟຟ້າທີ່ຜະລິດໄດ້ຈະຖືກເຊື່ອມຕໍ່ເຂົ້າກັບສາຍສົ່ງຂອງລັດວິສາຫະກິດໄຟຟ້າລາວເພື່ອສະໜອງການຊົມໃຊ້ພາຍໃນ ແລະ ສົ່ງອອກ, ຊຶ່ງຄາດວ່າຈະໃຫ້ສຳເລັດການກໍ່ສ້າງໃນປີ 2021 ແລະ ມາຮອດປັດຈຸບັນ, ການກໍ່ສ້າງແມ່ນມີຄວາມຄືບໜ້າຫລາຍກວ່າ 16%.
ຜູ້ຮັບພິຊອບໂຄງການເຂື່ອນດັ່ງກ່າວໃຫ້ຮູ້ວ່າ: ອ່າງເກັບນ້ຳຂອງເຂື່ອນຈະກວມເອົາສ່ວນໜຶ່ງຂອງເມືອງແປກ ແລະ ເມືອງພູກູດ, ຊຶ່ງຄາດວ່າຈະສົ່ງຜົນກະທົບຕໍ່ສິ່ງປຸກສ້າງ ແລະ ເນື້ອທີ່ທຳການຜະລິດຂອງປະຊາຊົນຈຳນວນໜຶ່ງ, ຊຶ່ງຈະໄດ້ມີການຊົດເຊີຍໃຫ້ປະຊາຊົນ. ປັດຈຸບັນຢູ່ໃນຂັ້ນຕອນຊອກເນື້ອທີ່ດິນ ເພື່ອສ້າງບ້ານຈັດສັນ ແລະ ສິ່ງອຳນວຍຄວາມສະດວກ, ລວມທັງສາທາລະນຸ ປະໂພກອື່ນໆ, ພ້ອມທັງເນື້ອທີ່ການຜະລິດໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ.
ຈາກນັ້ນ, ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສືບຕໍ່ໄປ ຢ້ຽມຢາມເຂື່ອນນ້ຳງຽບ 2, ເຂື່ອນນ້ຳແຈ, ເຂື່ອນນ້ຳຈຽນ ຊຶ່ງຕັ້ງຢູ່ເມືອງຄູນແຂວງຊຽງຂວາງ ແລະ ເມືອງທ່າໂທມແຂວງໄຊສົມບູນ ແລະ ສະຖານີສາຍສົ່ງໄຟຟ້າຈຳນວນໜຶ່ງ.