ອາລີບາບາເປີດສຳນັກງານ ແຫ່ງທຳອິດໃນອາຊຽນ

ອາລີບາບາເປີດສຳນັກງານ ແຫ່ງທຳອິດໃນອາຊຽນ - GettyImages 963158306 - ອາລີບາບາເປີດສຳນັກງານ ແຫ່ງທຳອິດໃນອາຊຽນ
ອາລີບາບາເປີດສຳນັກງານ ແຫ່ງທຳອິດໃນອາຊຽນ - kitchen vibe - ອາລີບາບາເປີດສຳນັກງານ ແຫ່ງທຳອິດໃນອາຊຽນ

ສຳນັກງານ​ແຫ່ງ​ໃໝ່​ໃນ​ມາ​ເລ​ເຊຍ​ຂອງ ອາລີ​ບາ​ບາ ກຣຸບ ​ເຊິ່ງຖື​ເປັນສຳນັກງານ​ແຫ່ງ​ທຳ​ອິດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ເປີດ​ດຳ​ເນີນ​ການ​ໃນ​ວັນ​ທີ 17 ມິຖຸນາ​ນີ້. ຊີ້​ໃຫ້​ເຫັນ​ເຖິງ​ການ​ຂະຫຍາຍ​ທຸລະ​ກິດ​ຢ່າງ​ຕໍ່​ເນື່ອງ​ຂອງ​ບໍລິສັດ​ໃນ​ພາກພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ອາລີບາບາເປີດສຳນັກງານ ແຫ່ງທຳອິດໃນອາຊຽນ - 5a7hhej7caaa5jg9ceieh - ອາລີບາບາເປີດສຳນັກງານ ແຫ່ງທຳອິດໃນອາຊຽນ

ອາລີບາບາເປີດສຳນັກງານ ແຫ່ງທຳອິດໃນອາຊຽນ - Visit Laos Visit SALANA BOUTIQUE HOTEL - ອາລີບາບາເປີດສຳນັກງານ ແຫ່ງທຳອິດໃນອາຊຽນ

​ໂດຍ ອາລີ​ບາ​ບາ ​ໄດ້​ສ້າງ eHub ນາໆ​ຊາດ​ແຫ່ງ​ທຳ​ອິດ​ຂຶ້ນ ພາຍ​ໃຕ້​ໂຄງການ Electronic World Trade Platform (eWTP) initiative ​ໂດຍ​ຕັ້ງ​ເປົ້າຈະ​ໃຫ້​ອາຄານ​ສຳນັກງານ​ແຫ່ງ​ນີ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ປະກອບ​ການ SMEs ​ແລະ ຊ່ວຍ​ລັດຖະບານ​ມາ​ເລ​ເຊຍ​ໃນ​ການ​ຝຶກ​ອົບຮົມ​ຜູ້​ມີ​ຄວາມ​ສາມາດ​ຮຸ່ນ​ໃໝ່.

ທ່ານ ​ແຈ໊ກ ມ່າ ຜູ້​ສ້າງຕັ້ງ ອາລີ​ບາ​ບາ ​ແລະ ປະທານ​ບໍລິຫານ ກ່າວ​ກັບ​ສຳນັກ​ຂ່າວ​ຊິນ​ຮົວວ່າ: ອາລີ​ບາ​ບາ ມີ​ແຜນ​ຈະ​ເນັ້ນດຳ​ເນີນ​ການ​ໃຫ້​ເລິກ​ເຊິ່ງຍິ່ງ​ຂຶ້ນ​ໃນ​ມາ​ເລ​ເຊຍ ​ແລະ ມີ​ຂະ​ບວນການ​ທີ່​ຈະຈ້າງ​ວຽກ​ປະຊາຊົນ​ໃນ​ພື້ນທີ່ ​ເຊິ່ງອາດ​ຈະ​ຫລາຍ​ກວ່າ 1.000 ຄົນ​ໃນ​ອະນາຄົດ ​ໂດຍ​ທ່ານ​ກ່າວ​ວ່າ: ການ​ລົງທຶນ​ຂອງ ອາລີ​ບາ​ບາ ທີ່​ມີ​ມູນ​ຄ່າ​ສູງ​ກວ່າ 100 ລ້ານ​ໂດ​ລາ​ສະຫະລັດ.

ທັງ​ນີ້, ອາລີ​ບາ​ບາ ຂະຫຍາຍ​ທຸລະ​ກິດ​ໃນ​ມາ​ເລ​ເຊຍ​ນອກ​ເໜືອ​ຈາກ eWTP ​ໂດຍ​ໄດ້​ສ້າງ​ສູນ​ຂໍ້​ມູນ​ຄອມ​ພິວ​ເຕີ​ຄລາວ, ​ໃຫ້​ບໍລິການ​ຈ່າຍ​ເງິນ​ທາງ​ສະມາ​ດ​ໂຟນ Alipay ​ແລະ ​ໄດ້​ຝຶກ​ອົບຮົມ​ບຸກຄົນ​ທົ່ວ​ໄປ​ນັບ​ພັນ​ຄົນ ລວມທັງ​ຜູ້​ປະກອບ​ການ ​ແລະ ຜູ້​ຊ່ຽວຊານ​ລະບົບ​ຄລາວ ພາຍ​ໃຕ້​ໂຄງການ​ທີ່​ຫລວງຫລາຍ.

ກ່ອນ​ໜ້າ​ພິທີ​ເປີດ, ທ່ານ ​ແຈ໊ກ ມ່າ ສະ​ແດງຄວາມ​ຫວັງ​ທີ່​ຈະ​ໄດ້​ເຂົ້າພົບ​ນາຍົກລັດຖະມົນຕີ ມະຫາ​ທີ ​ໂມ​ຮຳ​ເໝັດ ​ເຊິ່ງມີ​ວິ​ໄສທັດ​ທີ່​ຈະ​ເຮັດ​ໃຫ້​ມາ​ເລ​ເຊຍ​ເປັນ​ສູນ​ກາງ​ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ຂໍ້​ມູນ​ຂ່າວສານ ນັບ​ແຕ່ 20 ປີ​ກ່ອນ ​ເນື່ອງ​ຈາກ​ທັງ​ສອງຄືກ​ັນຫລາຍ​ຢ່າງ​ເຊັ່ນ: ການ​ເຊື່ອຕໍ່​ພະລັງ​ຂອງ​ອິນ​ເຕີ​ເນັດ, ​ເຕັກ​ໂນ​ໂລ​ຊີ, ຄົນ​ຮຸ່ນ​ໃໝ່ ລວມທັງ​ສົນ​ໃຈ​ຈະ​ໃຊ້​ເຕັກ​ໂນ​ໂລ​ຊີ​ເພີ່ມ​ຄວາມ​ແຂງ​ແຮງ​ໃຫ້​ກະສິກຳ​ໃນ​ຊົນນະບົດ.

ອາລີບາບາເປີດສຳນັກງານ ແຫ່ງທຳອິດໃນອາຊຽນ - 5 - ອາລີບາບາເປີດສຳນັກງານ ແຫ່ງທຳອິດໃນອາຊຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!