ເພີ່ມພະລັງໃນການເຮັດວຽກໂດຍການຈັດໂຕະ
June 19, 2018 - 1:16 PM


- ອາລົມສົດໃສດ້ວຍອຸປະກອນເຄື່ອງຂຽນງາມໆ : ປ່ຽນຈາກອຸປະກອນເທິງໂຕະເຮັດວຽກແບບເກົ່າໆ ແລ້ວລອງຫາອຸປະ ກອນທີ່ອອກແບບງາມໆໜ້າຮັກໆເຂົ້າມາຈັດໂຕະເຮັດວຽກທັງບິກ, ສໍ, ປຶ້ມບັນທຶກທີ່ມີລວດລາຍງາມໆ ຫລື ຕະຫລົກ ເພື່ອຊ່ວຍໃຫ້ການເຮັດວຽກເບິ່ງບໍ່ໜ້າເບື່ອ.
- ພັກຜ່ອນສາຍຕາດ້ວຍຕົ້ນໄມ້ນ້ອຍໆ : ພັກຜ່ອນສາຍຕາຈາກໜ້າຈໍຄອມພິວເຕີໂດຍສີຂຽວ ຫລື ສີເຫລືອງຂອງດອກໄມ້ນ້ອຍໆຢູ່ຂ້າງໂຕະເຮັດວຽກ ເຖິງວ່າຈະເປັນພຽງດອກດຽວ ຫລື ຈັດວາງແບບກະຖາງນ້ອຍໆຮຽງກັນ ກໍຊ່ວຍໃຫ້ສາຍຕາທີ່ອິດເມື່ອຍອ່ອນເພຍຈາກການເຮັດວຽກກັບມາສົດໃສໄດ້ອີກ.
- ຕື່ມພະລັງດ້ວຍຂອບຮູບແຮງບັນດານໃຈ : ຫາມຸມນ້ອຍໆສຳລັບວາງຂອບຮູບງາມໆທີ່ຊ່ວຍສ້າງແຮງບັນດານໃຈໃຫ້ກັບທ່ານ ບໍ່ວ່າຈະເປັນຮູບຖ່າຍຂອງທ່ານເອງ ຫລື ຄົນທີ່ທ່ານຮັກ ລວມທັງຮູບພາບທຳມະຊາດ ເພາະເມື່ອທ່ານຮູ້ສຶກເມື່ອຍ ຫລື ເບື່ອຈາກວຽກຍາມໃດ ກໍພັກຜ່ອນເບິ່ງຮູບງາມໆເຫລົ່ານັ້ນໃຫ້ຮູ້ສຶກສົດຊື່ນຫ້າວຫັນ ພ້ອມເຮັດວຽກໄດ້ອີກ.
- ຕື່ມພະລັງໂດຍກະຕຸກນຳ້ທີ່ອອກແບບໜ້າຮັກ : ຫາກກະປ໋ອງ ຫລື ຈອກນຳ້ໜ້າຮັກທີ່ສາມາດໃສ່ໄດ້ທັງນຳ້ຮ້ອນ ແລະ ນຳ້ເຢັນຕິດໄວ້ໂຕະຈັກໜ່ວຍ ຈຶ່ງສາມາດໃສ່ນຳ້ເຢັນໆວາງໄວ້ຂ້າງໆຮູ້ສຶກເຫງົານອນຍາມໃດກໍເປີດດື່ມໄດ້ ຈະຊ່ວຍໃຫ້ສົດຊື່ນຂຶ້ນ ຫລື ຈະເອົາໄວ້ໃສ່ກາເຟຮ້ອນໆດື່ມຕອນເຊົ້າກ່ອນເຮັດວຽກກໍຍັງໄດ້.
- ພັກສະໝອງໂດຍໜັງສືຄາຍຄຽດ : ວາງໜັງສືເຫລັ້ມມັກໄວ້ເທິງໂຕະຈັກ 2 – 3 ເຫລັ້ມ ສຳລັບຫາຂໍ້ຄິດໃໝ່ໆໃນການເຮັດວຽກ ຫລື ຈະເອົາໄວ້ອ່ານຄາຍຄຽດ ແລະ ຍັງຊ່ວຍອັບເດດຂໍ້ມູນຂ່າວສານໃໝ່ໆໄດ້ສະເໝີ ແລະ ຍັງບໍ່ເປັນບ່ອນຈົດຈ້ອງວ່າທ່ານຈະເປີດໜ້າເວັບໄຊຈົນຫົວໜ້າສັງເກດເຫັນນຳອີກ, ແຕ່ກໍຄວນຈະເລືອກອ່ານສະເພາະຕອນພັກຜ່ອນ, ຕອນເຄັ່ງຄຽດ ຫລື ຢາກອັບເດດຂໍ້ມູນແທ້ໆ ເພາະຖ້າອ່ານເລື້ອຍໆກໍຈະບໍ່ເປັນເລື່ອງດີຄືກັນ.
- ຫລຸດຄວາມງ່ວງເຫງົາໂດຍຫູຟັງ ແລະ ເພງທີ່ມັກ : ຢ່າລືມເອົາຫູຟັງແບບພົກພາສາຍນ້ອຍໆສຳລັບຟັງເພງມ່ວນໆໃນເວ ລາເຮັດວຽກໄວ້ນຳ ບາງເທື່ອມື້ໃດທີ່ຮູ້ສຶກບໍ່ຫ້າວຫັນ ຫລື ຢາກໄດ້ຄວາມຄຶກຄື້ນ ຈະໄດ້ເຮັດວຽກໄປພ້ອມກັບເພງທີ່ທ່ານມັກ ຢ່າງ ໜ້ອຍກໍຊ່ວຍໃຫ້ທ່ານເຊົາງ່ວງເຫງົາຫາວນອນຂຶ້ນມາໄດ້.
- ຫລຸດຄວາມເຢັນຈາກເຄື່ອງປັບອາກາດຂ້າງໆໂຕະໂດຍຜ້າພັນຄໍຜືນງາມ : ເຊື່ອວ່າຫລາຍໆຫ້ອງການມັກເປີດເຄື່ອງປັບອາກາດຈົນເຢັນເພື່ອຫລຸດຄວາມຮ້ອນຈາກອາກາດພາຍນອກ ຈົນຄົນທີ່ນັ່ງຢູ່ໃກ້ໆເຄື່ອງປັບອາກາດທີ່ສຸດຮູ້ສຶກໜາວ, ລອງຫາຜ້າພັນຄໍໍງາມໆທີ່ຈະຊ່ວຍປ້ອງກັນໄດ້ທັງລົມໜາວ ແລະ ແສງແດດພາຍນອກຕິດໂຕະເຮັດວຽກໄວ້ຈັກຜືນ ຮັບຮອງໄດ້ໃຊ້ປະໂຫຍດແນ່ນອນ.