ຄາດໝາຍພົ້ນທຸກຍັງແກ່ຍາວສາມສອກອອກສາມວາ
ໂດຍ: ກ້ອງສ່ອງ ອິດສະຫລະ
ເປັນອັນວ່າ, ມາຮອດປັດ ຈຸບັນຜົນສະຫລຸບອອກມາ ຢ່າງຈະແຈ້ງກໍຄືປະເທດຊາດ ຂອງພວກເຮົາຍັງບໍ່ທັນສາ ມາດຫລຸດພົ້ນອອກຈາກ ຄວາມທຸກຍາກ ແລະ ດ້ອຍ ພັດທະນາໄດ້ເທື່ອ.
+ ແຂວງຄໍາມ່ວນສາມາດລຶບລ້າງເມືອງທຸກຍາກໄດ້ 100%
+ ເຊກອງຫາລືການປະຕິບັດນະໂຍບາຍປະກັນສຸຂະພາບໃຫ້ຜູ້ທຸກຍາກຂາດເຂີນ
ຕໍ່ຄຳຢືນຢັນນີ້, ໂດຍທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເປັນຜູ້ໃຫ້ຄວາມ ກະຈ່າງແຈ້ງ ແລະ ກ່າວໃນ ໂອກາດກອງປະຊຸມສະໄໝ ສາມັນເທື່ອທີ 5 ຂອງສະພາ ແຫ່ງຊາດຊຸດທີ 8 ເມື່ອວັນ ທີ 8 ມິຖຸນາຜ່ານມານີ້ເອງ, ອັນສາເຫດທີ່ເຮັດໃຫ້ປະເທດລາວເຮົາບໍ່ທັນສາມາດຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາໄດ້ກໍ ຍ້ອນທາງອົງການສະຫະປະ ຊາຊາດໄດ້ມາກວດກາຢ່າງ ຄັກແນ່ຖືວ່າຍັງຂາດໜຶ່ງ ມາດຖານໃນສາມ ເງື່ອນໄຂ ທີ່ອົງການດັ່ງກ່າວໄດ້ວາງ ອອກ.
ໃນສາມເງື່ອນໄຂທີ່ວ່າ ນີ້ກໍໄດ້ແກ່: ອັນທີໜຶ່ງກໍ ແມ່ນລາຍໄດ້ແຫ່ງຊາດ ຫລື ຈີເອັນໄອ (GNI), ສອງ ແມ່ນດັດຊະນີຊັບສິນມະນຸດ ຫລື ເອັສເອໄອ (SAI) ແລະ ດັດຊະນີຄວາມບອບບາງ ທາງດ້ານເສດຖະກິດ.
ເມື່ອມາປຽບທຽບໃສ່ ຜົນກວດກາຂອງອົງການ ສະຫະປະຊາຊາດເຮົາປະ ຕິບັດໄດ້ດັ່ງນີ້; ຕໍ່ລາຍໄດ້ ແຫ່ງຊາດພວກເຮົາໄດ້ 1.996 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ທຽບໃສ່ມາດຖານ ເງື່ອນໄຂທີ່ອົງການສະຫະ ປະຊາຊາດວາງອອກແມ່ນ 1.230 ໂດລາຕໍ່ຄົນຕໍ່ປີ, ສະ ແດງວ່າເຮົາເຮັດໄດ້ລື່ນຄາດໝາຍແລ້ວ, ຕໍ່ດັດຊະນີຊັບ ສິນມະນຸດພວກ ເຮົາກໍບັນ ລຸໄດ້ 72,8 ມາດຕະຖານ ຂອງອົງການສະຫະປະຊາດວາງອອກແມ່ນ 66 ກໍຖືວ່າ ເຮົາໄດ້ລື່ນຄາດໝາຍ. ອັນທີ ສາມຄວາມບອບບາງທາງ ດ້ານເສດຖະກິດທີ່ທາງອົງ ການສະຫະປະຊາຊາດໄດ້ ວາງ ອອກຕ້ອງໃຫ້ຕ່ຳກວ່າ ລະດັບ 32 ແຕ່ລາວເຮົາພັດ ໄດ້ລື່ນກວ່າ 33,7 ກໍເລີຍຖືກ ເສັງຕົກໃນມາດຖານນີ້.
ອີງໃສ່ເງື່ອນໄຂ ທີ່ກ່າວ ມາຂ້າງເທິງນັ້ນ, ຖ້າຈະຕັ້ງ ໂຈດກັນວ່າເປັນຫຍັງພວກ ເຮົາຈຶ່ງເສັງຕົກໃນຂໍ້ທີສາມ ນີ້? ຖ້າຈະໃຫ້ເຮົາຕອບສັ້ນໆ ກໍຍ້ອນປະຊາຊົນເຮົາບໍ່ທັນມີລາຍໄດ້ທີ່ເປັນກອບເປັນກຳ ເທື່ອ, ໂດຍສະເພາະຢູ່ແຖວ ຊົນນະບົດຫ່າງໄກສອກຫລີກ ຍັງມີຄວາມທຸກຍາກລຳບາກຢູ່, ບໍ່ມີລາຍໄດ້ທີ່ແນ່ນອນ, ຍັງຂາດໆເຂີນໆ, ອີກປະການ ໜຶ່ງລາຍໄດ້ຂອງປະຊາຊົນກໍຕ້ອງໄດ້ມາຈາກການຜະລິດ ແລະ ອາຊີບທີ່ໝັ້ນຄົງຍືນຍົງ ອີ່ຫລີ, ມັນບໍ່ແມ່ນໄດ້ມາຈາກ ການຂາຍດິນດອນຕອນຫຍ້າແລ້ວໄປຊື້ລົດໃຫຍ່ຂີ່ຢ່າງ ໂກ້ໆ, ບໍ່ແມ່ນໄດ້ມາຈາກການ ໄປ ລັກຕັດໄມ້ໃນປ່າມາຂາຍ, ບໍ່ແມ່ນໄດ້ມາຈາກການຂາຍ ຢາບ້າຄ້າຢາເມົາ, ບໍ່ແມ່ນໄດ້ ມາຈາກການໄປລ່າສັດປ່າ ມາຂາຍຕາມບ້ານຕາມ ເມືອງ ໃນແຕ່ລະມື້ ແລະ ບໍ່ແມ່ນ ໄດ້ມາຈາກໄປຫາເລາະຕົ້ມ ຕຸນຊື້ຈ້າງ ແລະ ສໍ້ລາດບັງ ຫລວງ.
ທີ່ຍົກບັນຫານີ້ຂຶ້ນມາກໍ ຢາກໃຫ້ພວກເຮົາພາກັນວາດ ພາບເບິ່ງວ່າ ການພັດທະນາ ທີ່ກ້າວໜ້າຂະຫຍາຍຕົວໃນ ດ້ານການຜະລິດຂອງປະຊາຊົນເຮົາແທ້ໆ ນັ້ນມີຫຍັງແດ່? ຊາເຮົາໄປເຫັນຢູ່ແຖວຊົນນະ ບົດພາບສີເດັ່ນໆ ກໍແມ່ນການ ປູກຢາງພາລາ ແລະ ປູກພືດ ຜັກຕ່າງໆ. ສ່ວນການປູກເຂົ້າ ສ່ວນຫລາຍກໍພໍກຸ້ມປາກກຸ້ມ ທ້ອງເຫລືອກິນ ຈຶ່ງຂາຍໃນ ແຕ່ລະປີ, ຄອບຄົວທີ່ມີເງື່ອນ ໄຂ ແລະ ດຸໝັ້ນແດ່ກໍພໍໄດ້ ຂາຍງົວ-ຂາຍຄວາຍ, ສ່ວນ ອັນທີ່ເຫັນໃນການປ່ຽນແປງ ຢູ່ຊົນນະບົດ ທີ່ເປັນຕາຢ້ານກໍ ແມ່ນຂະບວນການຂາຍຢາ ບ້າກັບກິນຢາບ້າ, ຂະບວນ ການໄປລັກຊ໊ອດເອົາປາມາ ຂາຍ, ເຂົ້າປ່າຫາເກັບຜັກຫັກ ໜໍ່ ແລະ ຍິງສັດປ່າມາຂາຍ.
ອາໄສຕໍ່ພະນັກງານລົງກໍ່ສ້າງຮາກຖານສາມສ້າງບາງທ້ອງຖິ່ນເພິ່ນກໍເຮັດບໍ່ທົ່ວບໍ່ ເຖິງ, ຊ້ຳບໍ່ໜຳບາງຄົນໄປ ຫາລັກຕັດໄມ້ນຳເຂົາ, ໄປ ຊອກປັບໄໝປະຊາຊົນເຮັດ ຜິດກົດໝາຍແລ້ວເອົາເງິນ ເຂົ້າຖົງຕົນເອງ ເພີ່ນວ່າ: ເປັນ ເງິນທົດແທນຄ່າສີ້ນເປືອງ ຄ່ານ້ຳມູກນ້ຳມັນ, ເອົາໄປຊື້ ເປັດຊື້ໄກ່, ຊື້ເຫລົ້າຊື້ເບຍຍົກ ຈອກຕາມຮ້ານຍິບແຍບ, ສຸດ ທ້າຍເງິນຄ່າປັບໄໝລັດກໍບໍ່ໄດ້ ແລະ ຕົນເອງກໍປັດຖົງກ້ຽງ ເອີດເຕີດ.
ຈາກປາກົດການ ທີ່ເຮົາ ໄດ້ຍົກມາເວົ້ານີ້, ມັນເລີຍໄປ ເຂົ້າລ໋ອກກັບບາງຕອນໃນບົດປະກອບຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດທີ່ໄດ້ ຕີລາຄາໃນໂອກາດກອງປະ ຊຸມສະໄໝສາມັນເທື່ອທີ 5 ຂອງ ສະພາແຫ່ງຊາດຊຸດທີ 8 ແມ່ນຖືກຕ້ອງທີ່ສຸດກ່ຽວ ກັບບັນຫາການເຕີບໂຕທາງ ເສດຖະກິດແມ່ນຍັງບໍ່ທັນໜັກ ແໜ້ນ, ສ່ວນໃຫຍ່ອີງໃສແຕ່ ການລົງທຶນໃນການກໍ່ສ້າງ ພື້ນຖານໂຄງລ່າງ ແລະ ການ ຂຸດຄົ້ນຊັບພະຍາກອນທຳມະຊາດ, ເຊິ່ງຂະແໜງການ ເຫລົ່ານີ້ຍັງບໍ່ທັນໄດ້ສ້າງລາຍຮັບ ແລະ ສ້າງວຽກເຮັດງານ ທຳທີ່ແທ້ຈິງໃຫ້ແກ່ປະຊາຊົນລາວ ແລະ ແຮງງານລາວເທົ່າ ທີ່ຄວນ, ເພາະສະນັ້ນ, ຈຶ່ງເວົ້າ ໄດ້ວ່າຄາດໝາຍພົ້ນທຸກຂອງປະເທດເຮົາຍັງແກ່ຍາວໄປ ສາມສອກອອກສາມວາ ແລະ ຍັງຈະສາວຢຶດສາວໄຍຖ້າບໍ່ ຕັດສິນໃຈພ້ອມກັນເຢີກ.