ສ ເກົາຫລີ – ອາເມລິກາ ກຽມປະກາດຢຸດ ຊ້ອມຮົບທາງທະຫານໃນອາທິດນີ້

ສ ເກົາຫລີ - ອາເມລິກາ ກຽມປະກາດຢຸດ ຊ້ອມຮົບທາງທະຫານໃນອາທິດນີ້ - 1529219741487 960x0 - ສ ເກົາຫລີ – ອາເມລິກາ ກຽມປະກາດຢຸດ ຊ້ອມຮົບທາງທະຫານໃນອາທິດນີ້
ສ ເກົາຫລີ - ອາເມລິກາ ກຽມປະກາດຢຸດ ຊ້ອມຮົບທາງທະຫານໃນອາທິດນີ້ - kitchen vibe - ສ ເກົາຫລີ – ອາເມລິກາ ກຽມປະກາດຢຸດ ຊ້ອມຮົບທາງທະຫານໃນອາທິດນີ້

ສຳນັກ​ຂ່າວ​ຍອນ​ຮັບ​ຂອງ ສ ​ເກົາຫລີ ລາຍ​ງານ​ວ່າ: ສ ​ເກົາຫລີ ​ແລະ ອາ​ເມ​ລິ​ກາ ກຽມ​ປະກາດ​ຢຸດ​ປະຕິບັດ​ການ​ຊ້ອມ​ຮົບ​ທາງ​ທະຫານ​ຄັ້ງ​ໃຫຍ່​ໃນ​ອາທິດ​ນີ້ ​ໂດຍ​ຈະ​ຮື້ຟື້ນການ​ຊ້ອມ​ຮົບ ຖ້າ ສປປ ​ເກົາຫລີ ບໍ່​ຍອມ​ປະຕິບັດ​ຕາມ​ສັນຍາ​ປົດ​ອາວຸດ​ນິວ​ເຄຼຍ.

ສື່ ສ ​ເກົາ​ຫລີ ລາຍ​ງານ​ອ້າງ​ແຫ​ລ່ງຂ່າວ​ລັດຖະບານ​ວ່າ: ການ​ຢຸດ​ປະຕິບັດ​ການ​ຊ້ອມ​ຮົບ​ຮ່ວມ​ຈະ​ສົ່ງ​ຜົນ​ຕໍ່​ການ​ຊ້ອມ​ຮົບ​ຂະໜາດ​ໃຫຍ່​ນັ້ນ, ​ແຕ່​ຈະ​ບໍ່​ກະທົບ​ການ​ຝຶກ​ຊ້ອມ​ທາງ​ທະຫານ​ຕາມ​ປົກກະຕິ. ປະທານາທິບໍດີ ​ໂດ​ນັນ ທຣຳ ຂອງ​ອາ​ເມ​ລິ​ກາ ກ່າວ​ສະ​ແດງ​ຄວາມ​ປະຫລາດ​ໃຈ​ຕໍ່​ເຈົ້າໜ້າ​ທີ່ ສ ​ເກົາຫລີ ​ແລະ ອາ​ເມ​ລິ​ກາວ່າ: ທ່ານ​ສັນຍາ​ວ່າ​ຈະ​ຢຸດ​ການ​ຊ້ອມ​ຮົບ​ຮ່ວມ​ພາຍຫລັງ​ກອງ​ປະຊຸມ​ສຸດ​ຍອດ​ກັບທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ​ເກົາຫລີ ທີ່​ສິງກະ​ໂປ ​ໃນ​ອາທິດ​ຜ່ານ​ມາ ​ເຊິ່ງ​ເຈົ້າໜ້າ​ທີ່ ສ ​ເກົາຫລີ ຍັງ​ບໍ່​ຮູ້​ແນ່ນອນ​ວ່າ​ໝາຍ​ຄວາມ​ເຖິງ​ການ​ຊ້ອມ​ຮົບ​ຮ່ວມ​ໃນ​ດ້ານ​ໃດ​ແດ່ ​ແລະ ປະທານາທິບໍດີ ມຸນ ​ແຈ​ອິນ ຂອງ ສ ​ເກົາຫລີ ​ໄດ້​ຂໍ​ໃຫ້​ເຈົ້າໜ້າ​ທີ່​ໃຫ້ການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ. ທັງ​ນີ້ ທະຫານ​ອາ​ເມ​ລິ​ກາ​ປະມານ 28.500 ຄົນ​ປະຈຳການ​ຢູ່ ສ ​ເກົາຫລີ ​ເຊິ່ງຕໍ່​ເນື່ອງ​ມາ​ແຕ່​ສະ​ໄໝ​ສົງຄາມ​ເກົາຫລີ​ສິ້ນສຸດ​ລົງ​ໃນ​ປີ 1953.

ສ ເກົາຫລີ - ອາເມລິກາ ກຽມປະກາດຢຸດ ຊ້ອມຮົບທາງທະຫານໃນອາທິດນີ້ - Visit Laos Visit SALANA BOUTIQUE HOTEL - ສ ເກົາຫລີ – ອາເມລິກາ ກຽມປະກາດຢຸດ ຊ້ອມຮົບທາງທະຫານໃນອາທິດນີ້
ສ ເກົາຫລີ - ອາເມລິກາ ກຽມປະກາດຢຸດ ຊ້ອມຮົບທາງທະຫານໃນອາທິດນີ້ - 5 - ສ ເກົາຫລີ – ອາເມລິກາ ກຽມປະກາດຢຸດ ຊ້ອມຮົບທາງທະຫານໃນອາທິດນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!