ອະດີດປະທານປະເທດຢ້ຽມຢາມບັນດາໂຄງການລົງທຶນຂອງລັດຢູ່ແຂວງອັດຕະປື


ເມື່ອບໍ່ດົນຜ່ານມານີ້, ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມເຂື່ອນໄຟຟ້ານໍ້າກົງ 2 ເມືອງພູວົງ ແຂວງອັດຕະປື,ໂດຍມີທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມຄະນະນໍາຂອງແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດນີ້, ທ່ານອະດີດປະທານປະເທດ ໄດ້ຮັບຟັງລາຍງານຄວາມຄືບໜ້າການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 2 ເຊິິ່ງແມ່ນບໍລິສັດ ຈະເລີນເຊກອງພະລັງງານຈໍາກັດ ໄດ້ຊື້ຕໍ່ຈາກ ບໍລິສັດຮ່ວາງແອ໋ງ ສສ ຫວຽດນາມ, ໂຄງການດັ່ງກ່າວຕັ້ງຢູ່ຫ່າງຈາກເມືອງພູວົງ ໄປທາງທິດໃຕ້ປະມານ 27 ກິໂລແມັດ ມີເນື້ອທີ່ທັງໝົດ 861 ຕາລາງກິໂລແມັດ, ສາມາດກັກເກັບນໍ້າໄດ້ 71,4 ລ້ານແມັດກ້ອນ, ຕົວເຄື່ອນມີຄວາມຍາວ 210 ແມັດ, ຄວາມກວ້າງ 8 ແມັດ, ສູງ 50 ແມັດ, ມີຈັກປັ່ນໄຟ 3 ໜ່ວຍ, ລວມກໍລັງການຜະລິດທັງໝົດ 66 ເມກາວັດ. ມາຮອດປັດຈຸບັນກໍ່ສ້າງສຳເລັດແລ້ວ 98% ແລະ ກຳລັງທົດລອງຜະລິດກະແສໄຟຟ້າສົ່ງໃຫ້ໄຟຟ້າລາວ ເຊິ່ງສາມາດຜະລິດກະແສໄຟຟ້າໄດ້ທັງໝົດ 263 ກິໂລວັດໂມງຕໍ່ປີ ແລະ ຈະສ້າງລາຍຮັບສະເລ່ຍແຕ່ລະປີໄດ້ປະມານ 22 ລ້ານໂດລາສະຫະລັດ. ສ່ວນເຂື່ອນໄຟຟ້ານໍ້າກົງສາມ ບໍລິສັດຈະເລີນເຊກອງພະລັງງານ ຈໍາກັດ ໄດ້ເຂົ້າມາຖືຮຸ້ນ 100% ໃນປີ 2016 ຄາດວ່າການກໍ່ສ້າງຈະສຳເລັດໃນປີ 2020 ແລະ ມີກຳລັງຕິດຕັ້ງ 54 ເມກາວັດ.
ໂອກາດດັ່ງກ່າວ, ທ່ານ ຈູມມະລີ ໄຊຍະສອນ ໄດ້ໃຫ້ກຽດໂອ້ລົມ ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ບໍລິສັດທີ່ໄດ້ຕັດສິນໃຈໃນການກໍ່ສ້າງ ແລະ ເຮັດຖືກຕ້ອງຕາມເຕັກນິກສາກົນ ໂດຍມີວິຊາການທີ່ມີປະສົບການສູງ ແລະ ຊໍານານງານຈາກຕ່າງປະເທດເປັນທີ່ປືກສາ ເຊິ່ງຈະເຮັດໃຫ້ອາຍຸການນຳໃຊ້ເຂື່ອນດັ່ງກ່າວຍາວນານ ທັງຮັບປະກັນຄວາມສ່ຽງຕໍ່ອຸປະຕິເຫດຕ່າງໆທີ່ຈະເກີດຂຶ້ນ ເພື່ອຮັບໃຊ້ຜົນປະໂຫຍດລວມຂອງຊາດ ແລະ ທ້ອງຖິ່ນ. ພ້ອມນັ້ນ ທ່ານຍັງໄດ້ຊີ້ນຳໃຫ້ບໍລິສັດຕ້ອງໄດ້ປະສານສົມທົບກັບທ້ອງຖິ່ນຢ່າງໃກ້ຊິດ ເພື່ອບໍລິຫານຈັດການປ່ອຍນໍ້າຈາກເຂື່ອນໃຫ້ເປັນລະບົບ ຫລີກເວັ້ນຜົນກະທົບຕ່າງໆ ແລະ ຕ້ອງມີສ່ວນຮ່ວມໃນການສົ່ງເສີມທ້ອງຖິ່ນໃນການປະກອບອາຊີບ, ການສ້າງວຽກເຮັດງານທຳ, ຈັດສັນການທ່ອງທ່ຽວ ເພື່ອປະກອບສ່ວນເຂົ້າໃນການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ.
ຈາກນັ້ນທ່ານ ຈູມມາລີ ໄຊຍະສອນ ກໍໄດ້ໄປຢ້ຽມຢາມໂຄງການຊົນລະປະທານເຊນໍ້ານ້ອຍ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ສົກປີ 2012-2013 ລວມມີໜ້າວຽກຄື: ການກໍ່ສ້າງລະບົບຄອງເໝືອງ ຈຳນວນ 39 ເສັ້ນ ຄວາມຍາວ 43,25 ກິໂລແມັດ, ບຸກເບີກເນື້ອທີ່ນາ 1.000 ເຮັກຕາ ແລະ ກໍ່ສ້າງສູນບໍລິການເຕັກນິກກະສິກຳ ລວມມີມູນຄ່າທັງໝົດ 265 ຕື້ກວ່າກີບ ເພື່ອຈະສາມາດສະໜອງນໍ້າຫົດເນື້ອທີ່ນາໃນລະດູຝົນໄດ້ 1.500 ເຮັກຕາ ແລະ ຫົດເນື້ອທີ່ນາ 500 ເຮັກຕາ ໃນລະດູແລ້ງ ແລະ ຫົດເນື້ອທີ່ປູກພືດຊະນິດອື່ນໆໄດ້ 1.000 ເຮັກຕາ. ການຈັດຕັ້ງປະຕິບັດໂຄງການຄາດວ່າຈະໃຫ້ສຳເລັດໃນປີ 2020.