ບາເຊໂລນາ ສ້າງປະຕິຫານຖະຫລົ່ມ ປາຣິສ ແຊັງແຊັກແມງ 6-1 ຜ່ານເຂົ້າຮອບທີມຸດທ້າຍ ຢູຟາ ແຊ໊ມປຽນລີກ
March 9, 2017 - 4:46 PM


ບາເຊໂລນາ ໄດ້ປະຕູຈາກ ຫລຸຍ ຊົວເຣດ ໃນນາທີ 3, ເລ ແວງ ຄູກຊາວາ ເຮັດເຂົ້າປະຕູຕົວເອງໃນນາທີ 40, ລິໂອເນລ ເມສຊີ ໃນນາທີ 50 (ຈຸດໂທດ), ເນມາ ໃນນາທີ 88 ແລະ 90 (ຈຸດໂທດ), ເຊກີ ໂຣແບໂຕ ໄລຍະຕໍ່ເວລານາທີ 96 ທາງ ປາຮິສ ແຊັງແຊັກແມງ ໄດ້ປະຕູຕີໄຂ່ແຕກຈາກ ເອດິນສັນ ຄາວານີ ນາທີ 62 ລວມຜົນການແຂ່ງຂັນ 2 ນັດ ບາເຊໂລນາ ຊະນະ ປາຣິສ ແຊັງແຊັກແມງ 6-5 ຜ່ານເຂົ້າສູ່ຕໍ່ໄປໄດ້ຢ່າງສຸດຍອດ.