ລັດຍອມຮັບການແກ້ໄຂໜີ້ 3 ແຈ ຍັງມີຄວາມຫຍຸ້ງຍາກ


ການແກ້ໄຂໜີ້ 3 ແຈ ທີ່ປະກອບມີລັດຖະບານ, ທະນາຄານ ແລະ ນັກທຸລະກິດໃນບັນດາໂຄງການລົງທຶນຕ່າງໆຂອງລັດຖະບານ, ໄດ້ຮັບການຊັກຖາມຫລາຍຈາກສະມາຊິກສະພາແຫ່ງຊາດ, ຊຶ່ງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ຊີ້ແຈງວ່າ: ສໍາລັບການແກ້ໄຂບັນຫາດັ່ງກ່າວ, ຕ້ອງດໍາເນີນໄປຕາມຂັ້ນຕ້ອນ, ຕາມເງື່ອນໄຂ ແລະ ກົນໄກການອວ່າຍໜີ້ໃນລະບົບດັ່ງກ່າວ ແລະ ເພື່ອເຮັດໃຫ້ຫົວໜ່ວຍທຸລະກິດ ແລະທະນາຄານມີສະພາບຄ່ອງ, ທັງເປັນການກະຕຸ້ນເສດຖະກິດໃຫ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ .ຜ່ານການສັງລວມໜີ້ສິນທີ່ສອດຄ່ອງກັບເງື່ອນໄຂດັ່ງກ່າວໃນທົ່ວປະເທດຈາກກະຊວງແຜນການ ແລະ ການລົງທຶນ ແລະ ທະນາຄານແຫ່ງສປປ ລາວ ມີທັງໝົດ 3.250 ຕື້ກີບ, ປັດຈຸບັນ ໄດ້ມີບໍລິສັດທີ່ໄດ້ປະຕິບັດມອບພັນທະອາກອນ ແລະ ປະກອບເອກະສານຄົບຖ້ວນຕາມເງື່ອນໄຂ ເພື່ອຂໍຊຳລະລວມທັງໝົດ 3.169 ກວ່າຕື້ກີບເທົ່າກັບ 97,54% ຂອງແຜນການ. ໃນນີ້ ໄດ້ມອບພັນທະບັດສຳເລັດແລ້ວລວມເປັນເງິນທັງໝົດ 2.817 ກວ່າຕື້ກີບແລະ ຍັງບໍ່ສາມາດອອກພັນທະບັດຍ້ອຍໃຫ້ທະນາຄານທຸລະກິດຈໍານນໜຶ່ງ ເປັນຕົ້ນແມ່ນທະນາຄານພົງສະຫວັນ, ລາວ-ຫວຽດ ແລະ ຮ່ວມພັດທະນາ ຍັງບໍ່ຍິນຍອມຮັບພັນທະບັດຈຳນວນ 352 ກວ່າຕື້ກີບ, ສ່ວນບັນດາບໍລິສັດທີ່ຍັງບໍ່ທັນປະກອບເອກກະສານຊຳລະມີ 79 ກວ່າຕື້ກີບ, ນອກນີ້ຍັງມີບັນດາໂຄງການທີ່ຂໍສະເໜີອວ່າຍໜີ້ 3 ແຈ ແຕ່ບໍ່ໄດ້ຮັບການພິຈາລະນາແມ່ນຕິດພັນກັບຫລາຍບັນຫາ ເປັນຕົ້ນ: ໂຄງການທີ່ບໍ່ສອດຄ່ອງກັບເງື່ອນໄຂ ແລະ ປະກອບເອກະສານເຖິງກະຊວງແຜນການ ແລະ ການລົງທຶນ ບໍ່ທັນຕາມກຳນົດແວລາ.
ທ່ານລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ສໍາລັບທິດທາງແກ້ໄຂໃນຕໍ່ໜ້ານີ້, ສະເໜີໃຫ້ມີມາດຕະການແກ້ໄຂຢ່າງຮັດກຸມຕາມໜ້າທີ່ຄວາມຮັບຜິດຊອບແລະ ພາລະບົດບາດ ຄື: ໃຫ້ກະຊວງແຜນການ ແລະ ການລົງທຶນເປັນເຈົ້າການຈັດສັນຂອບແຜນງົບປະມານລົງທຶນປະຈຳ 5 ປີໃຫ້ບັນດາຂະແໜງການແລະ ທ້ອງຖິ່ນ ບົນພື້ນຖານຂອບງົບປະມານແຫ່ງລັດ 5 ປີທີ່ສະພາແຫ່ງຊາດໄດ້ຮັບຮອງຕາມຂອບແຜນງົບປະມານຂອງຕົນ ແລະ ທະນາຄານແຫ່ງສປປ ລາວ ເປັນເຈົ້າການຕິດຕາມ ແລະ ປະເມີນປະສິດທິຜົນໃນການປະກອບສິນເຊື່ອຂອງບັນດາທະນາຄານເພື່ອບໍ່ໃຫ້ເກີດມີໜີ້ເສຍ.