ນຳສະເໜີໂທລະສັບຊຳຊຸງກາແລັກຊີ ເອັສ 8 ແລະ ເອັສ 8 ພລັສ

- kitchen vibe - ນຳສະເໜີໂທລະສັບຊຳຊຸງກາແລັກຊີ ເອັສ 8 ແລະ ເອັສ 8 ພລັສ

- Samsung 300x194 - ນຳສະເໜີໂທລະສັບຊຳຊຸງກາແລັກຊີ ເອັສ 8 ແລະ ເອັສ 8 ພລັສ
         ບໍລິສັດ ລາວຊຳຊຸງ ເອເລັກໂຕນິກ ຈຳກັດຜູ້ດຽວ, ໄດ້ຈັດພິທີນຳສະເໜີໂທລະສັບຊຳຊຸງ ກາແລັກຊີ ເອັສ8 ແລະ ເອັສ8 ພລັສ ຂຶ້ນຢ່າງເປັນທາງການໃນວັນທີ 26 ເມສານີ້ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຊຶງໂຮ ຊອຍ ອຳນວຍການບໍລິສັດດັ່ງກ່າວ, ມີບັນດານັກທຸລະກິດ, ຫ້າງຮ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.

ທ່ານນາງ ສະຣັນຢາ ໄພບູນນຸກູນກິດ ຫົວໜ້າພະແນກໄອທີ ແລະ ການສື່ສານໂທລະສັບມືຖື ບໍລິສັດ ລາວຊຳຊຸງ ກ່າວວ່າ: ຊຳຊຸງ ກາແລັກຊີ ເອັສ8 ແລະ ເອັສ 8 ພລັສ ເປັນນະວັດຕະກຳໃໝ່ລ່າສຸດແຫ່ງຍຸກນີ້, ໂດຍສະເພາະຮູບຮ່າງພາຍນອກສວຍງາມ, ມີຂະໜາດໜ້າຈໍໃຫຍ່ຂຶ້ນ, ແຕ່ບໍ່ໄດ້ເພີ່ມຂະໜາດຂອງຕົວເຄື່ອງ, ກະທັດຫັດ ແລະ ນຳໃຊ້ຢ່າງສະດວກສະບາຍ, ທີ່ມາພ້ອມກັບຄວາມຫລາກຫລາຍຂອງເຄື່ອງຫລີ້ນພາຍໃນຕົວເຄື່ອງ, ພ້ອມນີ້ຍັງມີລະບົບຄວາມປອດໄພຂອງຕົວເຄື່ອງທີ່ທັນສະໄໝກວ່າເກົ່າ, ສາມາດກັນນ້ຳ, ກັນຝຸ່ນ ແລະ ປະຢັດພະລັງງານໄດ້ສູງຂຶ້ນ. ປັດຈຸບັນສາມາດຫາຊື້  ໄດ້ຕາມສາຂາຈໍາໜ່າຍຊໍາຸງໃນນະຄອນຫລວງວຽງຈັນ.

- Visit Laos Visit SALANA BOUTIQUE HOTEL - ນຳສະເໜີໂທລະສັບຊຳຊຸງກາແລັກຊີ ເອັສ 8 ແລະ ເອັສ 8 ພລັສ
- 3 - ນຳສະເໜີໂທລະສັບຊຳຊຸງກາແລັກຊີ ເອັສ 8 ແລະ ເອັສ 8 ພລັສ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!