ການປູກພືດລະດູແລ້ງປີນີ້ລື່ນແຜນການ
April 27, 2017 - 7:27 PM


115% ຂອງແຜນການ (140 ພັນເຮັກຕາ) ຍ້ອນພືດບາງປະເພດສາມາດປູກໄດ້ຫລາຍຮອບວຽນ ແລະ ນຳໃຊ້ເນື້ອທີ່ປ່າໃນການປູກພືດຫລາຍປະເພດ ພົ້ນເດັ່ນກວ່າໝູ່ແມ່ນພາກກາງປູກໄດ້ຫລາຍກວ່າ 70 ພັນເຮັກຕາ, ພາກເໜືອ 50 ພັນກວ່າເຮັກຕາ ແລະ ພາກໃຕ້ 39 ພັນກວ່າເຮັກຕາ ແລະ ຄາດວ່າການປູກພືດລະດູແລ້ງປີນີ້ຍັງຈະສືບຕໍ່ເພີ່ມຂື້ນເນື່ອງຈາກມີຫລາຍທ້ອງຖິ່ນຍັງສືບຕໍ່ປູກຢູ່,ສ່ວນພືດທີ່ນິຍົມປູກຫລາຍກວ່າໝູ່ແມ່ນສາລີອາຫານສັດ, ສາລີຫວານ, ມັນຕົ້ນ,ຖົ່ວດິນ, ເຜືອກມັນ ແລະ ພືດອາຍຸສັ້ນຕາມລະດູການອື່ນໆ, ຊຶ່ງເຫັນວ່າສາມາດເກັບກູ້ ແລະ ສະໜອງໃຫ້ຕະຫລາດພາຍໃນໄດ້ເປັນຢ່າງດີ. ສ່ວນຂະແໜງກະສິກຳກໍໄດ້ສົ່ງພະນັກງານວິຊາການຂອງຕົນລົງຊຸກຍູ້ການເກັບກ່ຽວມ້ຽນມັດເຂົ້ານາແຊງ, ຕິດພັນກັບການກະກຽມປູກເຂົ້ານາປີຢູ່ແຕ່ລະທ້ອງຖິ່ນເພື່ອໃຫ້ທັນກັບລະດູການ.