ລາວເຈ​ລະ​ຈາ​​​​ເປັນ​ຄູ່​ຄ້າຜະລິດ​ຕະພັນ​ໄມ້​​ໃນຕະຫຼາດ​ອີ​ຢູ

- 258 - ລາວເຈ​ລະ​ຈາ​​​​ເປັນ​ຄູ່​ຄ້າຜະລິດ​ຕະພັນ​ໄມ້​​ໃນຕະຫຼາດ​ອີ​ຢູ
- kitchen vibe - ລາວເຈ​ລະ​ຈາ​​​​ເປັນ​ຄູ່​ຄ້າຜະລິດ​ຕະພັນ​ໄມ້​​ໃນຕະຫຼາດ​ອີ​ຢູ

ຈາກ​ຜົນ​ຂອງ​ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ລາວ​ກັບ​ສະຫະພາບ​ເອີຣົບ(EU),ກ່ຽວ​ກັບ​ແຜນ​ງານ “​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ປ່າ​ໄມ້,ການ​ຄຸ້ມ​ຄອງ​ແລະ​ການ​ຄ້າໄມ້​ ​ແບບ​ສະໝັກ​ໃຈ”(FLEGT VPA),​ເມື່ອ​ບໍ່​ມາ​ນີ້​ແລະໃນ​ວັນ​ທີ7​ພຶດສະພາ​ ນີ້.​ ສອງ​ຝ່າ​ຍກໍ​ໄດ້​ຮ່ວມ​ກັນ​ຖະ​ແຫຼງ​ຜົນ​ຂອງ​ການ​ເຈ​ລະຈາ​ດັ່ງກ່າວ​ຕໍ່​ສື່​ມວນ​ຊົນ,​​ ໂດ​ຍ   ທ່ານ​ ​ໂຣ​ເຣ ຣອດຣີ ​ເກັດ​ສ໌ ຫົວໜ້າ​ສິ່ງ​ແວດ​ລ້ອມ,ຄະນະ​ກຳມາ​ທິການ​ສະຫະ​ພາບ​ເອີຣົບ ກ່າວ​ວ່າ:​ຕະຫຼາດ EU ​ເປັນ​ຕະຫຼາດ​ໃຫຍ່​,​ເຊິ່ງການ​ເຈລະຈາ ​​ກໍ​ເພື່ອ​ອອກ​ໃບ​ຢັ້ງຢືນຄວາມ​ຖືກຕ້ອງ​ໃຫ້​ແກ່​ຜະລິດ​ຕະພັນ​ໄມ້ລາວ ​ເພື່ອ​ໃຫ້​ມີ​ຄວາມ​ສາມາດ​ນຳ​ເອົາ​ຜະລິດ​ຕະພັນ​ເຂົ້າ​ໄປ​ຕະຫຼາດ EU ​ໄດ້​ສະດວກ​ແລະ​ບໍ່​ຈຳ​ແນ​ກປະ​ເພດ​ໄມ້ ​,​ເຖິງ​ຈະ​ເປັນ​ໄມ້​ປູກ​ຫຼື​​ໄມ້​ຈາກ​ທຳ​ມະ​ຊາດແລະ​ການ​ເຈລະຈາ​ເທື່ອ​ນີ້​ເປັນ​ຄັ້ງທີ2 ​ແມ່ນ​ຕ້ອງການ​ສິ່ງ​ຢັ້ງ​ຢືນຈາກ​ລັດຖະບານ​ລາວ​ກ່ຽວ​ກັບ​ຄວາມ​ຖືກຕ້ອງ​​ຂອງ​ໄມ້,​ແຫຼ່ງກຳ​ເນີ​ດ,​ໂຮງງານ,ຄຸນນະພາ​ບ​ແລະ​ອື່ນໆ​ຕົ້ນຕກໍ​ແມ່ນ​ລະບຽບ​ການ​ຄຸ້ມ​ຄອງ​ຕ່າງໆ​ຂອງ​ພາກ​ລັດ​ແລະ​ຄຳ​ສັ່ງ​ເລກທີ15/ນຍ ຂອງ​ລັດຖະບານ​ລາວ. ກໍ​ເປັນ​ນະ​ໂຍບາຍ​ໜຶ່ງ​ທີ່​ສາມາດ​ສົ່ງ​ເສີມການ​ສົ່ງ​ອອກ ຢ່າງ​ຖືກຕ້ອງ.

ທ່ານ ພວງ ປະ​ຣິ​ສັກ ປຣະວົງ​ວຽງ​ຄຳ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ​ແລະ​​​ປ່າ​ໄມ້ ລາວ ກ່າວ​ວ່າ:ການ​​ເຈລະຈາ​ດັ່ງກ່າວ​ຍັງ​ຈະ​ມີ​ຂື້ນ​ອີກ​ຢູ່​ປະ​ເທດ​ນີວຊີ​ແລນ​ແລະ​​ແບນ​ຊິກ​ໃນ​ປີ2019 ​ເພື່ອ​ປັບປຸງ​ລະບົບ​ຕ່ອງ​ໂສ້​ການ​ສົ່ງ​ອອກ​ໄມ້​ໄປ​ຕະຫຼາດ​ດັ່ງກ່າວ​​ໃຫ້​ຖືກຕ້ອງ​ກວ່າ​ເກົ່າ ນັບ​ແຕ່​ນິຕິ​ກຳ​ກຳນົດ​ປະ​ເພດ​ໄມ້,​ແຫຼ່ງທີ່​ມາ​ຂອງ​ໄມ້,ການ​ພັດທະນາ​ໂຮງງານ,ການ​ຄຸ້ມ​ຄອງ​ແຮງ​ງານ,ຄຸນ​ນະພາ​ບຂອງ​ຜະລິ​ດຕະພັນ ​ໃຫ້​ໄດ້​ຕາມ​ເງື່ອນ​ໄຂ,​ມາດຕະຖານ​ຂອງສະຫະພາບ​ເອີຣົບ​,ຊຶ່ງ​ທັງ​ໝົດ​ແມ່ນ​ຂື້ນ​ຢູ່​ກັບ​ຝ່າຍ​ລາວ​ວ່າ​ຈະ​ບັນລຸ​ຈຸດ​ນັ້ນ​ຊ້າ​ຫຼື​ໄວ.

- Visit Laos Visit SALANA BOUTIQUE HOTEL - ລາວເຈ​ລະ​ຈາ​​​​ເປັນ​ຄູ່​ຄ້າຜະລິດ​ຕະພັນ​ໄມ້​​ໃນຕະຫຼາດ​ອີ​ຢູ

​ແນວ​ໃດ​ກໍ​ຕາມ ຜົນ​ຂອງ​ການ​ເຈລະຈາ​ຄັ້ງ​ທີ2​ນີ້ ກໍ​ສະ​ຫຼຸບ​ໄດ້​ແລ້ວ​ວ່າ ຈະ​ຮ່ວມ​ມື​ກັນ​​ໃນ​ ການ​ທົບ​ທວນ​ບັນດາ​ຮ່າງ​ນິຍາມ​ໄມ້​ທີ່​ຖືກຕ້ອງ​ຕາມ​ກົດໝາຍ(TLD)​ແລະ​ຜະລິດ​ຕະພັນ​ໄມ້ ທີ່​ກຳນົດ​ໄວ້​ໃນ​ສັນຍາ​ການ​ຄ້າ​ແບບ​ສະໝັກ​ໃຈ(VPA) ຊື່​ງ​ໄດ້​ດັດ​ປັບ​ແລະ​ຮັບຮອງ​ເອົາ​​ສົມບູນ​ຕາມ​ກົດໝາຍ​ຄື:ປ່າ​ຜະລິດ;ພັນທະ​ແຮງ​ງານ;ການ​ປຸງ​ແຕ່ງ​ໄມ້​ແລະ​ການ​ຄ້າ ທີ່​ໄດ້ບັນລຸ​ຄວາມ​ສຳ​ເລັດ​ແລະ​ສາມາດ​ນຳ​ໃຊ້​ໄດ້.ທັງ​ນີ້​ກໍ​ເພື່ອ​ຮ່ວມ​ກັນ​ຄຸ້ມ​ຄອງ​ການ​ຄ້າ​​ໄມ້​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ເຊິ່ງ​ຈະ​ສົ່ງ​ຜົນ​ດີ​ໃຫ່​ແກ່ຂະ​ແໜງ​ການ​ປ່າ​ໄມ້​ຂອງ ສປປລາວ​ແລະ​​ການ​ຄຸ້ມ​ຄອງ​ປ່າ​ໄມ້​ສາກົນ​ທີ່​ຍືນ​ຍົງ.

- 3 - ລາວເຈ​ລະ​ຈາ​​​​ເປັນ​ຄູ່​ຄ້າຜະລິດ​ຕະພັນ​ໄມ້​​ໃນຕະຫຼາດ​ອີ​ຢູ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!