ອາເຈນຕິນາ ປະກາດຍົກເລີກ ເກມອຸ່ນເຄື່ອງກັບ ອິດສະລາແອນ

- 647798 - ອາເຈນຕິນາ ປະກາດຍົກເລີກ ເກມອຸ່ນເຄື່ອງກັບ ອິດສະລາແອນ
- kitchen vibe - ອາເຈນຕິນາ ປະກາດຍົກເລີກ ເກມອຸ່ນເຄື່ອງກັບ ອິດສະລາແອນ

ສະມາຄົມບານ​ເຕະ​ອາ​ເຈນ​ຕິ​ນາ ປະກາດ​ຍົກ​ເລີກ​ເກ​ມອຸ່ນ​ເຄື່ອງ​ລະຫວ່າງ ທີ​ມຊາດ​ອາ​ເຈນຕິ​ນາ ກັບ ອິດສະ​ລາ​ແອນ ທີ່​ມີ​ກຳນົດ​ຈະ​ແຂ່ງຂັນ​ກັນ​ທີ່​ສະໜາມ ​ເທດ​ດີ ​ໂຄລ​ເລດ ສະ​ເຕດ້ຽມ ​ໃນ​ເຢລູຊາ​ເລ​ັມ ຕາ​ເວັນ​ຕົກ ​ໃນ​ວັນ​ທີ 9 ມິຖຸນາ​ນີ້​ແລ້ວ ​ເນື່ອງ​ຈາກ​ເຫດຜົນ​ທາງ​ດ້ານ​ຄວາມ​ປອດ​ໄພ, ຫລັງ​ເກີດ​ເຫດການ​ຮຸນ​ແຮງ​ຂຶ້ນ​ໃນ​ເຂດ​ກາຊາ.

ລາຍ​ງານ​ຂ່າວ​ລະບຸ​ວ່າ: ​ເຖິງ​ວ່າ​ທ່ານ ​ເບ​ນຈາ​ມິນ ​ເນ​ຕັນ​ຢາ​ຮູ ນາຍົກລັດຖະມົນຕີຂອງ​ອິດສະ​ລາ​ແອນ ຈະ​ພະຍາຍາມ​ເຈລະຈາ​ໃຫ້ການ​ແຂ່ງຂັນ​ນັດ​ນີ້​ດຳ​ເນີນ​ຕໍ່​ໄປ​ຕາມ​ກຳນົດ, ​ແຕ່​ວ່າ​ທ່ານ ​ເມົາຣິຊິ​ໂອ ມາຄຣີ ປະທານາທິບໍດີ​ຂອງ​ອາ​ເຈນ​ຕິ​ນາ ຢືນຢັນ​ວ່າ: ທ່ານ​ບໍ່​ສາມາດ​ຈະ​ຊ່ວຍ​ຫຍັງ​ໄດ້ ​ເຊິ່ງ​ເຮັດ​ໃຫ້​ເກ​ມ​ແຂ່ງຂັນ​ລະຫວ່າງ ອິດສະ​ລາ​ແອນ ກັບ ທີ​ມ​ຊາດ​ອາ​ເຈນ​ຕິ​ນາ ​ເຊິ່ງ​ເປັນ​ເກ​ມລັບ​ແຂ່ງ​ນັດ​ສຸດ​ທ້າຍ​ກ່ອນ​ບິນ​ໄປ​ລຸຍ​ບານ​ໂລກ 2018 ທີ່ຣັດ​ເຊຍ​ຂອງ​ທີ​ມອິດສະ​ລາ​ແອນ​ຕ້ອງ​ຖືກ​ຍົກ​ເລີກ​ໄປ​ໃນ​ທີ່​ສຸດ.

ຂະນະ​ທີ່ ກອນ​ຊາ​ໂລ ອິກວາ​ອິນ ດາວ​ຍິງ​ຄົນ​ດັງ​ຈາກ​ຢູ​ເວນ​ຕຸ​ສ ​ໃຫ້​ສຳພາດ​​ແບບ​ໂລ່ງ​ໃຈ​ວ່າ: ​ໃນ​ທີ່​ສຸດ​ສະມາຄົມ​ບານ​ເຕະ​ອາ​ເຈນ​ຕິ​ນາ​ກໍ​ເຮັດ​ໃຫ້​ສິ່ງ​ທີ່​ຖືກຕ້ອງ ຄວາມ​ປອດ​ໄພ ​ແລະ ສາມັນ​ສຳນຶກ​ຄື​ສິ່ງ​ທີ່​ຕ້ອງ​ຄຳນຶງ​ເຖິງ​ເປັນອັນ​ດັບ​ທຳ​ອິດ.

- 4 - ອາເຈນຕິນາ ປະກາດຍົກເລີກ ເກມອຸ່ນເຄື່ອງກັບ ອິດສະລາແອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!