ພັນລະຍາການນຳ ແລະ ນັກທຸລະກິດຍິງ ແຂວງສະຫວັນນະເຂດມອບນົມໃຫ້ເດັກທີ່ກຳລັງປິ່ນປົວ ຢູ່ໂຮງໝໍແຂວງ
June 5, 2018 - 5:15 PM


ໃນໂອກາດສະເຫລີມສະ ຫລອງວັນເດັກນ້ອຍສາກົນ (ວັນທີ 1 ມິຖຸນາ)ນີ້ໃຫ້ ເປັນຂະບວນຟົດຟື້ນ, ບັນດາ ພັນລະຍາການນຳ ແຂວງສະ ຫວັນນະເຂດ, ນຳໂດຍ ທ່ານ ນາງ ວິລາວັນ ພົມວິຫານ ພັນ ລະຍາທ່ານເຈົ້າແຂວງສະ ຫວັນນະເຂດ ພ້ອມດ້ວຍຄະ ນະສະມາຄົມນັກທຸລະກິດຍິງ ແລະ ສະຫະພັນແມ່ຍິງແຂວງ ໄດ້ໄປຢ້ຽມຢາມເດັກ ທີ່ກຳ ລັງປິ່ນປົວຢູ່ຕຶກເດັກໂຮງໝໍ ແຂວງ ພ້ອມທັງມອບເຄື່ອງ ເພື່ອຊຸກຍູ້ກຳລັງໃຈໃຫ້ເດັກ ແລະ ຜູ້ປົກຄອງຈຳນວນໜຶ່ງ. ປະກອບມີນົມຈຳນວນ 60 ແກັດ, ເຂົ້າໜົມ 50 ຖົງເພື່ອ ເປັນກຳລັງໃຈໃຫ້ເດັກ ນ້ອຍ ແລະ ຜູ້ປົກຄອງຂອງ ເຂົາເຈົ້າທີ່ກຳລັງປິ່ນປົວຢູ່ ໂຮງໝໍແຂວງສະຫວັນນະ ເຂດໃຫ້ຫາຍຈາກພະຍາດ ໂລຄາໂດຍໄວ./.
+ ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ
+ ເປີດການກໍ່ສ້າງໂຮງໝໍກະເສມຣາດອິນເຕີເນຊັນແນວ ທີ່ວຽງຈັນ

