

ຂໍສະເໜີຕໍ່ທ່ານຜູ້ອ່ານແຕ່ແຖວທຳອິດຂອງບົດນີ້ໂລດວ່າ ຢ່າຫາວ່າຈານແຫຍ່ຫລົບລີ້ນປີ້ນຄວາມ ເພາະຄັ້ງ ໜຶ່ງເຄີຍຂຽນ (ໃນຄໍລຳນີ້ລະ) ວ່າ ເບື່ອເວົ້າເລື່ອງບັນຫາພາສາລາວໃນຍຸກນີ້ ເພາະເວົ້າມາຫລາຍເທື່ອ ແລະ ມີ ຫລາຍຄົນເວົ້າ ແຕ່ຈັງຫວະການປ່ຽນແປງກໍຍັງຢູ່ໃນເກຍເຕົ່າ ເລັ່ງເທົ່າໃດມັນກໍຍັງຄືບຄານໄປຄືເຕົ່າ. ມີບາງຄົນ ໂຍນບັນຫາໄປເບື້ອງສະພາວ່າບໍ່ໄດ້ກຳນົດມາດຕະການທາງກົດໝາຍຄັກແນ່ ເພື່ອຄຸ້ມຄອງ ແລະ ພັດທະນາພາສາ ລາວ ເຊັ່ນໃນແຜນສ້າງກົດໝາຍ ຕະຫລອດອາຍຸການຂອງສະພາແຫ່ງຊາດຊຸດທີ 7 ຜ່ານມານັ້ນ ໃນເບື້ອງຕົ້ນວ່າ ຈະມີຮ່າງກົດໝາຍວ່າດ້ວຍພາສາລາວ ແຕ່ສຸດທ້າຍກົດໝາຍອື່ນທີ່ອ້າງວ່າມີ “ບູລິມະສິດ” ກວ່າກໍຍາດຄິວ (ຄິວ- ພາສາອັງກິດແປວ່າ “ແຖວ”). ຈານແຫຍ່ວ່າ ເລື່ອງນີ້ຈະໂຍນຄວາມຜິດໃສ່ຜູ້ນັ້ນຜູ້ນີ້ ຫລື ອົງການນັ້ນອົງການນີ້ບໍ່ ໄດ້ດອກ ບໍ່ເຊື່ອກໍລອງເບິ່ງກົດໝາຍອື່ນໆທີ່ສະພາແຫ່ງຊາດຮັບຮອງເອົາແລ້ວ ເຊັ່ນກົດໝາຍວ່າດ້ວຍການພິມຈຳ ໜ່າຍທີ່ປະກາດໃຊ້ມາເຫິງເຕີບແລ້ວ ແຕ່ໃນຮ້ານຈຳໜ່າຍປຶ້ມແຫ່ງລັດຂອງພວກເຮົາກໍຍັງມີປຶ້ມທີ່ບໍ່ໄດ້ມີທະບຽນ ອະນຸຍາດພິມຕັ້ງຮຽງກັບປຶ້ມທີ່ຖືກກົດໝາຍ (ມີທະບຽນອະນຸຍາດພິມ) ເບິ່ງແຕ່ເທົ່ານີ້ກໍພໍພິສູດໄດ້ວ່າ ແສນຈະມີ ຮ້ອຍລະບຽບ-ພັນກົດໝາຍ ແຕ່ຖ້າຂາດປະຕິບັດພັດເລີ່ນເລີ້ “ເຢີກ” ເທົ່າໃດມັນກໍບໍ່ຂຶ້ນດອກ. ທີ່ຕ້ອງກ້ຽວມາ ເວົ້າເລື່ອງບັນຫາພາສາລາວຕາມຄວາມຮູ້ແຄບໆຂອງຈານແຫຍ່ໃນມື້ນີ້ກໍຍ້ອນໄດ້ກຳລັງໃຈຈາກໂຄສົກລັດຖະ ບານ, ທ່ານລັດຖະມົນຕີ ຈະເລີນ ເຢຍປາວເຮີ ໄດ້ໂອ້ລົມຊີ້ທິດ ເຍືອງທາງແກ່ເຫລົ່າທັບຄົນສື່, ນັກປາດອາຈານ ດ້ານພາສາໃຫ້ສ້າງຄວາມເອກະພາບໃນການໃຊ້ພາສາລາວ, ພັດທະນາພາສາລາວໃຫ້ກ້າວໄກ, ທັນຍຸກທັນສະໄໝ ເປັນເຄື່ອງມືທີ່ຄົມແຫລມຖືກຕ້ອງແມ້ນຢຳໃນການສຶກສາຮຽນຮູ້ ແລະ ວຽກງານໂຄສະນາ. ທ່ານ ດຣ. ຈະເລີນ ເປັນຜູ້ນຳຄົນໜຶ່ງທີ່ເອົາໃຈໃສ່ຊຸກຍູ້ການໃຊ້ພາສາລາວໃຫ້ຖືກຕ້ອງມາຕະຫລອດ. ແນວໃດກໍຕາມ, ເຖິງຈະມີ ຂໍ້ແນະນຳ ຫລື ຕຳລາພິເສດໃນກຳມື ແຕ່ຖ້າຂາດມາດຕະການຕົວຈິງໃນທາງປະຕິບັດແລ້ວກໍຄົງຈະ “ເປິ !” ຄືຜ່ານ ມາຫັ້ນລະ. ກອງປະຊຸມ “ພົບປະ” ເພື່ອປຶກສາຫາລືກ່ຽວກັບພາສາລາວນີ້ເຮັດກັນມານັບເທື່ອບໍ່ໄດ້ ແຕ່ສຸດທ້າຍກໍ ເປັນການ “ພົບ-ປະ” ຄືພົບແລ້ວກໍປະ-ປ່ອຍຕາມເດີມ. ຈານແຫຍ່ວ່າຄັ້ງນີ້ພວກເຮົາ ຄວນຊອກແບບທົດລອງ ຕົວຈິງຈະດີບໍ ເພື່ອໃຫ້ຄຳແນະນຳຂອງທ່ານໂຄສົກລັດຖະບານກາຍເປັນຈິງ ຄືໜຶ່ງ: ລອງຊຸກຍູ້ໃຫ້ມີການສ້າງຕັ້ງ “ວັນພາສາລາວ” ຫລື ຈະຕັ້ງຊື່ໃຫ້ກິນໃຈກວ່ານີ້ແລ້ວແຕ່. ໃນແຕ່ລະປີພໍຮອດວັນນີ້, ທົ່ວສັງຄົມຕ້ອງຈັດຮູບ ການສະຫລອງທີ່ຕິດພັນກັບການສົ່ງເສີມການໃຊ້ພາສາລາວໃຫ້ຖືກຕ້ອງ ໂດຍແມ່ນພາກສ່ວນກ່ຽວຂ້ອງ ນຳພາ ເຮັດ, ໃນນັ້ນວົງການສື່, ວົງການວັນນະກຳຂອງພວກເຮົາຕ້ອງອອກໜ້າພາທາງ. ໃນວັນດັ່ງກ່າວຄວນມີການປະ ກາດລາຍຊື່-ມອບລາງວັນ, ຍ້ອງຍໍ ຫລື ມີນະໂຍບາຍຢ່າງອື່ນຕໍ່ຜູ້ທີ່ໃຊ້ພາສາລາວທີ່ຖືກຕ້ອງ ເຊິ່ງການເອົາບຸກຄົນ ໃນວົງການສື່, ວົງການວັນນະກຳ, ໂຄສົກ, ນັກສະແດງ ແລະ ບໍ່ຄວນເວັ້ນຜູ້ນຳຂັ້ນຕ່າງໆວ່າແມ່ນໃຜໃຊ້ພາສາລາວ ຖືກຕ້ອງທີ່ສຸດ. ທາງເບື້ອງໜັງສືພິມກໍຄວນມີຄໍລຳສະຫລຸບເລື່ອງການໃຊ້ພາສາລາວປະຈຳປີ, ປະກາດຊື່ເຈົ້າຂອງ ຄໍລຳ, ເພື່ອນໆຮ່ວມປາກກາທີ່ເປັນຕົວແບບໃນການໃຊ້ພາສາລາວ. ຈານແຫຍ່ວ່າຖ້າມີເງື່ອນໄຂ ແລະ ກ້າເຮັດໃນ ລະດັບນີ້ແລ້ວ ພວກເຮົາຄົງຈະເຫັນຜົນໃນລະດັບໃດລະດັບໜຶ່ງຢ່າງແນ່ນອນ ແລະ ມັນກໍຈະເປັນ “ຄ່າເມື່ອຍ” ສຳລັບທ່ານລັດຖະມົນຕີໂຄສົກລັດຖະບານຢ່າງບໍ່ຕ້ອງສົງໄສແລ !.