ປະຫວັດຄວາມເປັນມາຂອງເຜົ່າແສກ


ໂດຍ: ຊາຍພະເນຈອນ
ບ້ານທອກ, ນາຍໍ ແລະ ໂພນສະຫວ່າງ , ເມືອງ ທ່າແຂກ, ແຂວງຄໍາມ່ວນ ຕັ້ງຢູ່ຫ່າງຈາກເທສະບານ ເມືອງ ໄປປະມານ 15 ກິໂລ ແມັດກໍຈະຮອດສາມບ້ານ ນີ້ແລ້ວ, ເປັນບ້ານຂອງຊົນ ເຜົ່າແສກ ທີ່ໄດ້ອົບພະຍົກ ໜີຈາກສົງຄາມຈີນໃນສະ ໄໝກ່ອນແລ້ວມາຕັ້ງພູມລໍາ ເນົາຢູ່ທີ່ນີ້ມາເປັນເວລາຫຼາຍຮ້ອຍປີແລ້ວດ້ວຍການປະ ກອບອາຊີບຖາງປ່າເຮັດໄຮ່-ເຮັດນາປູກເຂົ້າເປັນຕົ້ນຕໍ ແລະ ເຮັດສວນປູກພືດ ຜັກ- ໝາກໄມ້, ລ້ຽງງົວ-ຄວາຍ, ໝູ, ແບ້, ສັດປີກ ເພື່ອຮັບໃຊ້ ຊີວິດປະຈໍາວັນຂອງເຂົາເຈົ້າ.


+ ຄົ້ນຄວ້າ, ປະກອບຄຳເຫັນກ່ຽວກັບຊົນເຜົ່າທີ່ມີຊື່ເອີ້ນວ່າ: ບຣູ
+ ເປີດນຳໃຊ້ເຮືອນ ລໍມະນີ ເປັນສູນຈຳໜ່າຍຜະລິດຕະພັນເຜົ່າເມີ້ຍ
ໃນສະໄໝກ່ອນການ ຕັ້ງບ້ານເຮືອນຢູ່ທໍາອິດແມ່ນໄດ້ມາ, ປຸກຕູບຫຼືປຸກແບບ ຖຽງນາ ເປັນທີ່ຢູ່ອາໄສ ແລະ ມີພຽງບ້ານດຽວທີ່ເປັນບ້ານກົກບ້ານເຄົ້າຂອງຊົນເຜົ່າ ນີ້ຄືບ້ານທອກເຊິ່ງຕັ້ງຢູ່ໃກ້ ກັບແຄມແມ່ນໍ້າໂດນ ທີ່ມີ ຄວາມງົດງາມ ແລະ ອຸດົມ ສົມບູນໄປດ້ວຍຊີວິດນາໆ ພັນ, ອຸດົມສົມບູນໄປດ້ວຍ ປູປາກຸ້ງຫອຍ ແລະ ສາມາດ ລ້ຽງຊີບຂອງເຂົາເຈົ້າໄດ້. ຫຼາຍປີຕໍ່ມາ, ຈໍານວນພົນ ໄດ້ເພີ່ມຂຶ້ນແລ້ວ ກໍໄດ້ຍົກ ຍ້າຍອອກໄປປຸກຕູບປຸກຖຽງ ອອກໄປຈາກນັ້ນກໍໃສ່ຊື່ວ່າ: ບ້ານນາຍໍ. ແລ້ວປະຊາຊົນ ຈໍານວນໜຶ່ງພາກັນຍົກຍ້າຍອອກໄປປຸກເຮືອນປຸກຊານ ຢູ່ແຄມທົ່ງນາອີກຕ່າງຫາກ ແລະ ກາຍເປັນບ້ານທີສາມ ທີ່ມີຊື່ວ່າ: ບ້ານໂພນສະ ຫວ່າງ. ເປັນບ້ານທີ່ບໍ່ໃຫຍ່ ພໍ ປານໃດປັດຈຸບັນແຕ່ລະບ້ານມີປະມານ15-20 ຫຼັງ ເຮືອນເທົ່ານັ້ນ, ແຕ່ລະບ້ານ ໄດ້ ມີວັດໂຮງຮຽນປະຖົມບໍ່ ທັນມີໂຮງຮຽນມັດທະຍົມ ແລະ ສຸກສາລາ, ບໍ່ທັນມີ ໄຟຟ້າຄໍ່າແລງມາແມ່ນໃຕ້ ກະບອງ-ຕະກຽງ, ໃຊ້ແຕ່ນໍ້າ ສ້າງເຮືອນຢູ່ອາໄສຂອງ ເຜົ່າແສກເປັນປະເພດເຮືອນກັນສູງຊັ້ນດຽວມີກ້ອງລ່າງ, ມີເກົ້າເສົາ, ແອ້ມແປ້ນຫຼືຝາ ໄມ້ເຮ້ຍ ແລະ ມຸງຫຍ້າ ຫຼືສັງ ກະສີ. ພາຍໃນເຮືອນແບ່ງ ເປັນສາມ ຄື: ຫ້ອງນອນຂອງ ລູກສາວ, ຫ້ອງກາງເປັນ ຫ້ອງນອນຂອງພໍ່-ແມ່ ແລະ ຫ້ອງທີສາມ ເປັນຫ້ອງຮ້ານ ພະເພື່ອບູຊາກາບໄຫ້ວມື້ວັນ ພະວັນສິນ ແລະ ມີເຮືອນ ຄົວຢູ່ຂ້າງເຮືອນໃຫຍ່ມີເຊຍ ບ່ອນນັ່ງຫຼິ້ນ, ປຸກເທີບ ຕໍ່ອອກ ຈາກເຊຍເຮືອນໃຫຍ່ ໄວ້ເປັນ ບ່ອນນອນຂອງລູກຊາຍ, ມີ ຊານຕໍ່ອອກໄປເປັນບ່ອນ ໄວ້ໄຫນໍ້າ-ໂອ່ງນໍ້າ.
ອາຊີບຫຼັກຂອງຊົນເຜົ່າແສກແມ່ນການ ເຮັດໄຮ່ປູກ ເຂົ້າ-ສາລີ, ປູກໝາກແຕງ, ໝາກໂມ ແລະ ເຜືອກມັນ ຕ່າງໆ ການດໍາລົງຊີວິດ ຂອງ ຊົນເຜົ່າແຊກແມ່ນລຽບ ງ່າຍຫາກິນກັບທໍາມະຊາດ ດ້ວຍການເຂົ້າປ່າລ່າສັດ, ຫາໜໍ່ໄມ້, ໜໍ່ບຸ່ນ-ໜໍ່ຫວາຍ ເກັບຜັກຫາເຫັດມາເປັນ ການລ້ຽງຊີບ ແລະ ອາໄສ ສາຍນ້ຳ.
ທີ່ໃສເຢັນ ແລະ ອຸດົມ ສົມບູນ ໄປດ້ວຍປູ, ປາ, ກຸ້ງ, ຫອຍເປັນບ່ອນຫາກິນເຂົາ ເຈົ້າ ໃນແຕ່ລະວັນ. ຊົນເຜົ່າ ແສກນອກຈາກນັບຖືສາສະໜາພຸດແລ້ວຍັງຖືຜີນໍາອີກ ເຊິ່ງມັນສະແດງອອກຢູ່ແຕ່ ລະບ້ານຈະມີຫໍຜີທີ່ປຸກໄວ້ຢູ່ ກາງປ່າເລິກ ເປັນເຂດຫວງ ຫ້າມບໍ່ໃຫ້ຜູ້ຄົນເຂົ້າໄປທໍາ ລາຍປ່າໄມ້-ຕັດໄມ້ເປັນອັນ ຂາດ, ເປັນບ່ອນທໍາ ພິທີກໍາ ຕ່າງໆເຊັ່ນ: ທຸກໆປີເມື່ອ ຮອດ ເດືອນຫົກລາວກໍຈະມີການ ທໍາພິ ທີລ້ຽງຜີມະເຫສັກ ຫຼັກ ເມືອງ ດ້ວຍການຂ້າງົວ, ຄວາຍ, ໝູ ແລະ ເຫຼົ້າໄຫ, ໄກ່ ໂຕຕາມຄວາມເຊື່ອຂອງເຂົາເຈົ້າວ່າ: ເມື່ອຮອດຍາມລ້ຽງ ຜີແລ້ວກັບບໍ່ພາກັນເຮັດກໍຈະ ເຮັດໃຫ້ຄົນໃນບ້ານເຈັບໄຂ້ ໄດ້ປ່ວຍຈົນເຖິງຂັ້ນເສຍ ຊີວິດໄດ້ ແລະ ຊາວບ້ານຈະ ອອກໄປໃສກໍຕ້ອງໄດ້ຄອບ ໄດ້ເລົ່າເຈົ້າຖິ່ນເຈົ້າຖານ-ຜີ ມະເຫສັກຫຼັກເມືອງໃຫ້ຄຸ້ມ ຄອງປອດໄພເວລາກັບມາ ຮອດບ້ານຮອດຊ່ອງແລ້ວ ກໍຕ້ອງໄດ້ບອກໄດ້ຄອບອີກ ເທື່ອໜຶ່ງ.
ຖ້າຜູ້ໃດມີບັນຫາຕ່າງໆ ເກີດຂຶ້ນພາຍໃນຄອບຄົວຫຼື ເກີດຂຶ້ນກັບພີ່ກັບນ້ອງຫຼືຢາກ ໃຫ້ວຽກງານໃດໜຶ່ງສໍາເລັດຕາມຈຸດປະສົງກໍຕ້ອງໄດ້ໄປບະໄປບົນຜີມະເຫສັກຫຼັກ ເມືອງເພື່ອໃຫ້ເພິ່ນຊ່ວຍຄຸມ ຄອງຮັກສາ ແລະ ອື່ນໆ ຢ່າງງົມງວາຍ.
ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ ເຊິ່ງມາ ຮອດປັດຈຸບັນກໍໄດ້ 40ກວ່າ ປີແລ້ວ ແລະ ສາມບ້ານຊົນ ເຜົ່ານີ້ກໍໄດ້ຮັບການປັບປຸງ ແລະ ພັດທະນາໄປຕາມ ຍຸກ ຕາມສະໄໝ ເຫັນໄດ້ຫຼາຍ ດ້ານທີ່ພົ້ນເດັ່ນ ແລະ ມີຄວາມ ກ້າວໜ້າເປັນຕົ້ນ: ແຕ່ລະ ຄອບຄົວໄດ້ມີເຮືອນຢູ່ອາໄສແບບຖາວອນ, ມີຫ້ອງນໍ້າ ສະອາດ, ຢູ່ສະອາດ- ກິນສະ ອາດ ແລະ ນຸ່ງຖືສະອາດ, ມີໂຮງຮຽນປະຖົມ-ມັດທະ ຍົມຕົ້ນ, ມີຄູອາຈານສ້າງ ເງື່ອນໄຂໃຫ້ຄວາມສະດວກແກ່ເດັກ ນ້ອຍຢູ່ໃນເກນອາ ຍຸໄດ້ເຂົ້າໂຮງຮຽນເປັນປົກກະຕິການເຊື່ອຖືງົມງວາຍ ກໍໄດ້ລົບລ້າງໄປ ມີວັດວາ ອາຮາມ ມີຄູບາຈົວປະຈໍາຢູ່ ວັດ ສ້າງຄວາມສະດວກໃຫ້ ແກ່ການເຮັດບຸນສິນກິນ ທານ ແລະ ທໍາພິທີທາງ ສາສະໜາ, ໄດ້ຢຸດຕິການ ຖາງປ່າເຮັດໄຮ່ ແລະ ຫັນມາ ເຮັດສວນ ຄົງ ທີ່ປູກພືດຜັກ- ໝາກໄມ້, ເຮັດນາປູກເຂົ້າ, ລ້ຽງງົວ- ຄວາຍ, ແລະ ສັດ ປີກ. ຕ່າງໆເພື່ອເປັນເສດ ຖະກິດຄອບຄົວ, ປະຊາຊົນ ຮູ້ຈັກຊື້-ຂາຍ ຫາລາຍໄດ້ ຊ່ວຍໃຫ້ຊີວິດການເປັນຢູ່ ດີຂຶ້ນເປັນລຳດັບ.
ມາຮອດ ປັດຈຸບັນນີ້ ສາມ ບ້ານດັ່ງກ່າວ ໄດ້ຖືກ ໂຮມເຂົ້າເປັນບ້ານດຽວ ແລະ ໃສ່ຊື່ວ່າ: ບ້ານ ທອກ ນາຍໍ, ທີ່ມີການພັດທະນາ ດີຂຶ້ນ./.

