ສວນພຶກສາສະຫລອງວັນເດັກພ້ອມວາງສີລາລຶກສ້າງເຮືອນຊົນເຜົ່າ

- 8411 - ສວນພຶກສາສະຫລອງວັນເດັກພ້ອມວາງສີລາລຶກສ້າງເຮືອນຊົນເຜົ່າ
- kitchen vibe - ສວນພຶກສາສະຫລອງວັນເດັກພ້ອມວາງສີລາລຶກສ້າງເຮືອນຊົນເຜົ່າ

ໃນວັນທີ 1ມິຖຸນາ ນີ້ ເຊິ່ງເປັນວັນປູກຕົ້ນໄມ້ແຫ່ງ ຊາດແລະສະຫຼອງວັນເດັກ ນ້ອຍສາກົນ, ສວນພຶກສາ ເມືອງນາຊາຍທອງ, ນະ ຄອນຫຼວງວຽງຈັນ ໄດ້ສ້າງ ຂະບວນການປູກຕົ້ນໄມ້,ທັງຫຼອງວັນເດັກນ້ອຍສາກົນ ແລະຖືໂອກາດນີ້ວາງສີລາ ລຶກກໍ່ສ້າງເຮືອນຈຳລອງ ຂອງຊົນເຜົ່າເຊັ່ນ: ລາວລຸ່ມ2ຫຼັງ,ເຜົ່າລາວເທິງ3 ຫຼັງ ແລະ ເຜົ່າມົ້ງ3 ຫຼັງ.ໂດຍການເຂົ້າ ຮ່ວມຂອງ ທ່ານ ເຢ່ຍເກີຢາ ນໍຈໍຈົງຕົວຮອງປະທານສູນ ກາງແນວລາວສ້າງຊາດ, ແລະ ທ່ານ ເຈົ້າເມືອງນາ ຊາຍທອງ;ພ້ອມດ້ວຍຜູ້ປົກ ຄອງ,ພະນັກງານຄູອາຈານແລະນ້ອງນ້ອຍນັກຮຽນໃນ ເມືອງດັ່ງກ່າວເຂົ້າຮ່ວມ ຫຼາຍກວ່າ1000 ຄົນ.

 

- Visit Laos Visit SALANA BOUTIQUE HOTEL - ສວນພຶກສາສະຫລອງວັນເດັກພ້ອມວາງສີລາລຶກສ້າງເຮືອນຊົນເຜົ່າ

- 666 - ສວນພຶກສາສະຫລອງວັນເດັກພ້ອມວາງສີລາລຶກສ້າງເຮືອນຊົນເຜົ່າ

ນະຄອນຫລວງວຽງຈັນສະຫລອງວັນເດັກຢ່າງສົມຊື່

ສະຫລອງວັນ​ເດັກ​ ເກີດ​ການ​ສວຍ​ໂອກາດ​ເກັບ​ຄ່າ​ຝາກ​ລົດ​ຢ່າງ​ບໍ່ມີ​ຕົນ​ໂຕ

ທ່ານ ພູວົງ ພະມີສິດ ຜູ້ ລົງທຶນພັດທະນາສວນພຶກ ສາກ່າວວ່າ: ການຈະສ້າງ ເຮືອນຈຳລອງຊົນເຜົ່ານີ້,ເປົ້າ ໝາຍເພື່ອໃຫ້ນັກທ່ອງທ່ຽວ ໄດ້ມີໂອກາດສຶກສາວັດທະ ນະທຳຮີດຄອງປະເພນີການດຳລົງຊີວິດຂອງເຜົ່າຕ່າງໆຂອງລາວ ແລະຈະພັດທະ ນາໃຫ້ເປັນບ່ອນທ່ອງທ່ຽວ ແລະ ບ່ອນຝຶກອົບຮົມອາ ຊີບຕ່າງໆໃຫ້ປະຊາຊົນອີກ ດ້ວຍຄື: ການເຮັດນ້ຳຢາ ລ້າງຖ້ວຍລ້າງຈານ, ສະບູ, ນ້ຳຫອມ ແລະ ອື່ນໆ

ໃນໂອກາດສະເຫຼີມສະ ຫຼອງອັນມີຄວາມໝາຍ ຄວາມສຳຄັນນີ້ ທາງສວນ ພຶກສາກໍໄດ້ຈັດ ໃຫ້ມີຫຼາຍ ກິດຈະກໍາສຳລັບເດັກນ້ອຍ ເຍົາວະຊົນຢ່າງມີບັນຍາ ກາດຟົດຟື້ນ.

- 8411 - ສວນພຶກສາສະຫລອງວັນເດັກພ້ອມວາງສີລາລຶກສ້າງເຮືອນຊົນເຜົ່າ

- 4 - ສວນພຶກສາສະຫລອງວັນເດັກພ້ອມວາງສີລາລຶກສ້າງເຮືອນຊົນເຜົ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!