ຣັດເຊຍຖືກກົດດັນຢ່າງໜັກໃນກອງປະຊຸມ UN ກໍລະນີເຮືອບິນມາເລເຊຍຖືກຍິງຕົກ

- 1527647584344 960x0 - ຣັດເຊຍຖືກກົດດັນຢ່າງໜັກໃນກອງປະຊຸມ UN ກໍລະນີເຮືອບິນມາເລເຊຍຖືກຍິງຕົກ
- kitchen vibe - ຣັດເຊຍຖືກກົດດັນຢ່າງໜັກໃນກອງປະຊຸມ UN ກໍລະນີເຮືອບິນມາເລເຊຍຖືກຍິງຕົກ

ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 29 ພຶດສະພາ​ນີ້ ປະຕິ​ເສດ​ສຽງ​ຮຽກຮ້ອງທີ່​ສະຫະ​ປະຊາ​ຊາດ​ໃຫ້ຣັດ​ເຊຍ​ຍອມຮັບ​ວ່າ​ຢູ່​ເບື້ອງຫລັງ​ການ​ຍິງ​ເຮືອບິນ​ໂດຍສານ​ສາຍ​ການບິນ​ມາ​ເລ​ເຊຍ ​ແອ​ລາຍ ຖ້ຽວ​ບິນ​ທີ MH 17 ຈົນ​ຕົກ​ຢູ່​ອູ​ແກຣນ, ຫລັງ​ຈາກ​ການ​ສອບ​ສວນ​ພົບ​ວ່າ: ລູກ​ສອນ​ໄຟ​ຂອງຣັດ​ເຊຍ​ຖືກ​ນຳ​ມາ​ໃຊ້​ໃນ​ການ​ໂຈມ​ຕີຄັ້ງນີ້.

ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ເລື່ອງ​ອູ​ແກຣນ​ໃນ​ວັນ​ທີ 29 ພຶດສະພາ​ນີ້, ທ່ານ ສະ​ເຕຟ ບລ໊ອກ ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ໂຮນລັງ ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານຣັດ​ເຊຍ​ຍອມຮັບ​ຜົນ​ການ​ສອບ​ສວນ​ທີ່​ວ່າ: ​ເຮືອບິນ​ໂດຍສານ​ລຳ​ດັ່ງກ່າວ​ຖືກ​ຍິງ​ຕົກ​ໂດຍ​ລູກ​ສອນ​​ໄຟ​ຢູ​ເຄ ທີ່​ຜະລິດ​ໃນຣັດ​ເຊຍ. ຂະນະ​ທີ່​ທ່ານ ວາສຊິ​ລີ ​ເນ​ເບ​ນ​ເຊຍ ທູດຣັດ​ເຊຍ​ປະຈຳ​ສະຫະ​ປະຊາ​ຊາດ ກ່າວ​ວ່າ: ການ​ໃຊ້​ພາສາ​ໃນ​ການ​ຍື່ນ​ຄຳ​ຂາດ​ຕໍ່ຣັດ​ເຊຍ​ໃນ​ເລື່ອງນີ້ ບໍ່​ແມ່ນ​ວິທີ​ການ​ເວົ້າທີ່​ອະນຸຍາດ​ໃຫ້​ໃຊ້​ກັນ, ທ່ານ​ກ່າວ​ອີກ​ວ່າ: ຣັດ​ເຊຍ​ບໍ່​ສາມາດ​ຍອມຮັບ​ຜົນ​ການ​ສອບ​ສວນ​ຂອງ​ຄະນະ​ກຳມະການ​ທີ່​ມີ​ໂຮ​ນລັງ​ເປັນ​ຜູ້ນຳ​ໃນ​ຄັ້ງນີ້. ສຳລັບ​ເຮືອບິນ​ລຳ​ດັ່ງກ່າວ ມີ​ຜູ້​ໂດຍສານ 298 ຄົນ ກຳລັງ​ມຸ່ງ​ໜ້າ​ຈາກ​ນະຄອນຫລວງ​ອຳ​ສະ​ເຕີ​ດຳ​ໄປ​ນະຄອນຫລວງ​ກົວ​ລາ​ລຳ​ເປີ, ​ແຕ່​ຖືກ​ລູກ​ສອນ​ໄຟ​ຍິງ​ຕົກ​ໃນ​ເດືອນ​ກໍລະກົດ 2014 ຂະນະ​ທີ່​ບິນ​ຢູ່​ເໜືອ​ນ່ານຟ້າ​ອູ​ແກຣນ​ໃນ​ດິນ​ແດນ​ສ່ວນ​ທີ່​ກຸ່ມ​ກະບົດ​ທີ່ຣັດ​ເຊຍ​ໜູນ​ຫລັງ​ຄອບ​ຄອງ​ຢູ່ ຜູ້​ໂດຍສານ ​ແລະ ຈຸ​ບິນ​ເສຍ​ຊີວິດ​ທັງ​ໝົດ.

- Visit Laos Visit SALANA BOUTIQUE HOTEL - ຣັດເຊຍຖືກກົດດັນຢ່າງໜັກໃນກອງປະຊຸມ UN ກໍລະນີເຮືອບິນມາເລເຊຍຖືກຍິງຕົກ
- 4 - ຣັດເຊຍຖືກກົດດັນຢ່າງໜັກໃນກອງປະຊຸມ UN ກໍລະນີເຮືອບິນມາເລເຊຍຖືກຍິງຕົກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!