ເມສຊີ ຂໍຍອມແລກທຸກແຊ້ມທີ່ໄດ້ກັບ ບາເຊໂລນາ ເພື່ອຂັນບານໂລກ

- news 3391772985 - ເມສຊີ ຂໍຍອມແລກທຸກແຊ້ມທີ່ໄດ້ກັບ ບາເຊໂລນາ ເພື່ອຂັນບານໂລກ
- kitchen vibe - ເມສຊີ ຂໍຍອມແລກທຸກແຊ້ມທີ່ໄດ້ກັບ ບາເຊໂລນາ ເພື່ອຂັນບານໂລກ

ລິ​ໂອ​ເນລ ​ເມສຊີ ນັກ​ເຕະ​ຈອມ​ເທັກ​ນິກ ອາຍຸ 30 ປີ ​ເຄີຍ​ຄວ້າ​ແຊ້ມກັບ ບາ​ເຊ​ໂລ​ນາ 32 ລາຍການ ​ແບ່ງ​ເປັນ ລາ​ລີ​ກາ 9 ສະ​ໄໝ, ​ໂກ​ປາ ​ເດລ ​ເຣ 6 ສະ​ໄໝ, ຢູຟາ ​ແຊມ​ປ້ຽນລີກ 4 ສະ​ໄໝ ​ແລະ ຄວ້າ​ລາງວັນ​ໝາກບານ​ຄຳ (ບັນ​ລົງ​ດໍ) 5 ສະ​ໄໝ, ​ແຕ່​ຜົນງານ​ກັບ​ທີ​ມຊາດ ​ເມສຊີ ປະສົບ​ຜົນສຳ​ເລັດ​ໃນ​ຊຸດ​ນ້ອຍ​ເທົ່າ​ນັ້ນ ຄື​ການ​ຄວ້າ​ແຊ້ມ​ໂລກ​ເຍົາວະ​ຊົນ ​ແລະ ຫລຽນ​ຄຳ ​ໂອ​ແລມປິກ 2008 ທີ່​ປັກ​ກິ່ງ, ​ແຕ່​ໃນ​ທີ​ມຊາດ​ຊຸດ​ໃຫຍ່ ບໍ່​ເຄີຍ​ປະສົບ​ຜົນສຳ​ເລັດ ​ໄດ້​ພຽງ​ຮອງ​ແຊ້ມບານ​ໂລກ 2014 ທີ່​ເບຣຊິນ ຫລັງ​ເສຍ​ໃຫ້ ​ເຢຍລະ​ມັນ ​0-1 ​ເຮັດ​ໃຫ້ບານ​ໂລກ 2018 ທີ່​ປະ​ເທດຣັດ​ເຊຍ ​ເຊິ່ງຈະ​ເປີດ​ສາກ​ຂຶ້ນ​ໃນ​ເດືອນ​ໜ້າ ຈະ​ເປັນ​ໂອກາດ​ສຸດ​ທ້າຍ​ຂອງ ​ເມສຊີ ກັບ ອາ​ເຈນ​ຕິ​ນາ ​​ເຊິ່ງຢູ່​ຮ່ວມ​ກຸ່ມ​ດີ ​ໂດຍ​ຈະ​ລົງສະໜາມ​ນັດ​ທຳ​ອິດ​ພົບ​ກັບ ​ໄອ​ຊ໌​ແລນ ​ໃນ​ວັນ​ທີ 16 ມິຖຸນາ 2018, ພົບ ​ໂຄ​ອາຊີ ​ໃນ​ວັນ​ທີ 21 ມິຖຸນາ 2018 ​ແລະ ພົບ ​ໄນ​ຈີຣີ ​ໃນ​ວັນ​ທີ 26 ມິຖຸນາ 2018.

ຫລ້າ​ສຸດ ​ເມສຊີ ກ່າວ​ຜ່ານ ​ເອລ ​ເຕຣ​ເກ ລາຍການ​ໂທລະພາບ​ໃນ​ບ້ານ​ເກີດ​ວ່າ: ຂ້ອຍ​ຍອມ​ແລກ​ແຊ້ມກັບ ບາ​ເຊ​ໂລ​ນາ ພຽງ​ເພື່ອ​ຂັນ​ແຊ້ມພຽງ​ລາຍການ​ດຽວ​ກັບ​ທີ​ມຊາດ ​ເພາະ​ການ​ຄວ້າ​ແຊ້ມກັບ ອາ​ເຈນ​ຕິ​ນາ ​ເປັນ​ສິ່ງ​ທີ່​ເໜືອກ​ວ່າ​ທຸກ​ຢ່າງ ​ແລະ ມັນ​ຄື​ສິ່ງ​ທີ່​ພິ​ເສດ ​ເຊິ່ງ ​ໄອ​ແລນ​ຊ໌ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຂົາ​ເປັນ​ທີ​ມທີ່​ແຂງ​ແກ່ນ​ຈາກ​ຜົນງານ​ໃນ ຢູ​ໂຣ, ​ໂຄຣອາຊີ ມີ​ກອງ​ກາງ​ທີ່​ໂດດ​ເດັ່ນ ​ແລະ ​ໄນ​ຈີຣີ ກໍ​ພ້ອມ​ຈະ​ຕໍ່ກອນ​ກັບ​ພວກ​ເຮົາ.

- Visit Laos Visit SALANA BOUTIQUE HOTEL - ເມສຊີ ຂໍຍອມແລກທຸກແຊ້ມທີ່ໄດ້ກັບ ບາເຊໂລນາ ເພື່ອຂັນບານໂລກ
- 5 - ເມສຊີ ຂໍຍອມແລກທຸກແຊ້ມທີ່ໄດ້ກັບ ບາເຊໂລນາ ເພື່ອຂັນບານໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!