ແຟນບານຂູ່ຂ້າ ຄາຣິອຸສ ແຄ້ນເຮັດໃຫ້ ລິເວີພູລ ເສຍໃຫ້ ຣີລ ມາດຣິດ ຊິງຢູຟາ
May 28, 2018 - 6:43 PM


ລໍຣິສ ຄາຣິອຸສ ຜູ້ຮັກສາປະຕູຊາວເຢຍລະມັນຂອງ ລິເວີພູລ ທີ່ຫລິ້ນຜິດພາດຈົນເຮັດໃຫ້ ລິເວີພູລ ເສຍເຖິງ 2 ປະຕູ ຈາກການທີ່ອອກບານໄປຖືກຂາຂອງ ຄາຣິມ ເບນເຊມ່າ ໄຫລເຂົ້າປະຕູ ລວມເຖິງຮັບລູກຍິງຂອງ ແກເຣ໊ທ ເບລ ຜິດພາດເຂົ້າປະຕູ.
ຫລ້າສຸດ ຄາຣິອຸສ ຖືກແຟນບານຄຽດແຄ້ນ ເຖິງຂັ້ນສະແດງຂໍ້ຄວາມຂູ່ຂ້າຜ່ານໂລກອອນລາຍ ແລະ ລຸກລາມໄປຮອດຄອບຄົວຂອງລາວ ເຊິ່ງຂະນະນີ້ ເຈົ້າໜ້າທີ່ຕຳຫລວດກຳລັງສອບສວນຫາຄົນຂຽນຂໍ້ຄວາມຢູ່.
ນອກຈາກນີ້, ລິເວີພູລ ຍັງຕົກເປັນຂ່າວເລັ່ງຄວ້າຜູ້ຮັກສາປະຕູຄົນໃໝ່ເສີມທີມຊຳເມີນີ້, ຫລັງ ລໍຣິສ ຄາຣິອຸສ ມື 1 ຄົນປັດຈຸບັນ ເຮັດຜົນງານບໍ່ດີ ໂດຍມີຜູ້ຮັກສາປະຕູຫລາຍຄົນທີ່ເປັນເປົ້າໝາຍ ລິເວີພູລ ໃນເວລານີ້.