ເພື່ອເດັກໆ ຈະໄດ້ໃຫຍ່ກ້າໜ້າບານຢ່າງສົມບູນ


# ວິເສດ ສະແຫວງສຶກສາ
ຍ້ອນວ່າ ວັນເດັກ-ສາກົນ (1 ມິຖຸນາ) ພວມຈະໝູນ ວຽນຂ່ຽນມາອີກຮອບໜຶ່ງ ໃນປີນີ້ ກໍເລີຍຢາກເວົ້າກ່ຽວ ກັບສະພາບຂອງເດັກໆ ຢູ່ບ້ານ ເພິ່ນ, ເມືອງທ່ານ ເຊິ່ງບາງ ເລື່ອງກໍຜ່ານມາດົນແລ້ວ, ບາງເລື່ອງກໍເກົ່າໝັງຍັງພໍ ເປັນບົດຮຽນໄດ້ຢູ່.
+ ນ້ຳນົມແມ່ຊ່ວຍຫລຸດອັດຕາການໄຫລຕາຍໃນເດັກ
+ ລາວຈະສຸມໃສ່ວຽກງານສົ່ງເສີມການລ້ຽງລູກດ້ວຍນ້ຳນົມແມ່ໃຫ້ດີຂຶ້ນ
ທີ່ປະເທດ ອີຣານ ມີຂ່າວ ບອກວ່າທາງການຂອງປະ ເທດນີ້ ເອົາໃຈໃສ່ເປັນພິເສດ ບໍ່ໃຫ້ເດັກນັກຮຽນເສບຕິດສື່ ສັງຄົມອອນລາຍ ຈາກຕ່າງ ປະເທດເຊິ່ງທາງການຄິດວ່າຈະເຮັດໃຫ້ເດັກມີແນວຄິດ ແຕກປອກອອກທາງເພາະ ເປັນເລື່ອງຄວບຄຸມຍາກຖ້າ ປ່ອຍໃຫ້ເດັກເສບຕາມໃຈ.
ດັ່ງນັ້ນກະຊວງສຶກສາ ອີຣານ ຈຶ່ງໄດ້ມີຄຳສັ່ງເດັດ ຂາດຫ້າມໂຮງຮຽນທຸກແຫ່ງ ໃຊ້ເຄືອຂ່າຍສັງຄົມອອນລາຍຂອງຕ່າງປະເທດ ເຊັ່ນລະບົບ ເທເລກຣາມ (Telegsam) ເຊິ່ງນິຍົມໃຊ້ກັນຫລາຍເປັນ ອັນດັບທີໜຶ່ງ ໃນອີຣານ, ຮອງ ລົງມາກໍແມ່ນ ອິນສະຕາແກຼມ (Instagsam) ແລະ ແອັບ (APP) ສ່ວນເຟດບຸກ ແລະ ທະວິດເຕີ (Face book, Twitter) ເຊິ່ງມີຄົນນິຍົມ ໃຊ້ໜ້ອຍນັ້ນ ໄດ້ຖືກທາງການ ສະກັດກັ້ນໄວ້ແຕ່ດົນແລ້ວ.
ໜັງສືພິມ The Nation (ເດິເນເຊິນ) ສະບັບວັນທີ 17 ເດືອນເມສາປີນີ້ໄດ້ຍົກໃຫ້ ເຫັນປະໂຫຍກຄຳສັ່ງອັນ ເດັດຂາດຂອງກະຊວງສຶກ ສາ ອີຣານທີ່ບອກວ່າ: “ໂຮງ ຮຽນທຸກແຫ່ງຕ້ອງນຳໃຊ້ແຕ່ເຄືອຂ່າຍສື່ສານສັງຄົມຂອງພາຍໃນເທົ່ານັ້ນ”.
ສຳລັບ ຢູ່ ຍີ່ປຸ່ນ ນັ້ນ ກໍມີ ຂ່າວດີສຳລັບຜູ້ເປັນ ພໍ່-ແມ່ ທີ່ມີລູກໂດຍບໍ່ໄດ້ແຕ່ງດອງ ຫລື ຈະເອີ້ນວ່າ “ພໍ່ໂທນ” “ແມ່ໂທນ” ກໍໄດ້. ພໍ່ໂທນ- ແມ່ໂທນ ນີ້ມີສອງປະເພດ, ປະເພດທີ 1 ແມ່ນຜູ້ທີ່ໄດ້ແຕ່ງ ດອງ ແລະ ມີລູກກ່ອນຈະມີ ການຢ່າຮ້າງ ຫລື ຝ່າຍໃດ ຝ່າຍໜຶ່ງເສຍຊີວິດ. ສ່ວນປະ ເພດທີສອງນັ້ນ ແມ່ນຜູ້ທີ່ມີລູກ ໂດຍບໍ່ໄດ້ແຕ່ງດອງ. ໃນເມື່ອ ກ່ອນນັ້ນມີແຕ່ ພໍ່ໂທນ- ແມ່ ໂທນ ປະເພດທີ 1 ເທ່ົານັ້ນ ທີ່ ໄດ້ຮັບນະໂຍບາຍດ້ານການ ເງິນຈາກລັດຖະບານໃນ ຮູບຫລຸດພາສີ ເພື່ອແບ່ງເບົາ ພາລະແບກຫາບດ້ານການ ເງິນໃນການລ້ຽງລູກພຽງ ຄົນດຽວ.
ສ່ວນພໍ່ໂທນ, ແມ່ໂທນ ປະເພດທີ 2 ນັ້ນ, ບໍ່ໄດ້ຮັບນະ ໂຍບາຍຫລຸດພາສີທັງໆ ທີ່ມີ ພາລະລ້ຽງລູກເຊັ່ນກັນ.
ຍ້ອນແນມເຫັນຊ່ອງ ຫວ່າງດັ່ງກ່າວ, ທາງກະ ຊວງສາທາລະນະສຸກ, ແຮງ ງານ ແລະ ສະຫວັດດີການ ຍີ່ປຸ່ນ ຈິ່ງໄດ້ປັບປຸງກົດໝາຍ ກ່ຽວກັບການລ້ຽງດູ ແລະ ເບິ່ງແຍງລູກ, ກົດໝາຍສະ ບັບປັບປຸງ ດັ່ງກ່າວໄດ້ເລີ່ມ ມີ ຜົນສັກ ສິດແຕ່ເດືອນເມສາ ປີນີ້ເປັນຕົ້ນມາ, ພາສີທີ່ໄດ້ ຮັບສ່ວນຫລຸດນັ້ນແມ່ນເງິນ ຄ່າບໍລິ ການສະຖານທີ່ຕ່າງໆ ສຳລັບ ເບິ່ງແຍງລ້ຽງດູເດັກ.
ຄາດວ່າພໍ່ໂທນ-ແມ່ໂທນທີ່ຈຳນວນ 2.700 ຄົນ ຈະໄດ້ຮັບນະໂຍບາຍດີໆນີ້ (ແຫລ່ງຂ່າວ ວຽງຈັນທາມ 23/8/2017).
ສຸດທ້າຍແມ່ນເລື່ອງຈາກ ກຳປູເຈຍ ປະເທດແປະຊາຍ ແດນປະເທດລາວພວກເຮົາ. ໃນວັນທີ 28 ເດືອນ ມີນາ ປີ 2017, ລັດຖະບານ ກຳປູເຈຍ ໄດ້ອອກມາດຕະການຫ້າມ ຊື້-ຂາຍ ນ້ຳນົມແມ່ລູກອ່ອນ ຊາວກຳປູເຈຍເພື່ອສົ່ງອອກ ໄປສະຫະລັດອາເມລິກາທີ່ມີ ຄວາມຕ້ອງການນ້ຳນົມຈາກເຕົ້ານົມແມ່ແທ້ໆ ເພື່ອລ້ຽງ ລູກ. ຄຳສັ່ງຫ້າມນີ້ມີຂຶ້ນເມື່ອ ສືບຮູ້ວ່າ: ບໍລິສັດ ແອມໂບ ຊີແລບທີ່ຮັບຊື້ນ້ຳນົມ ໄດ້ສະ ແຫວງຫາຜົນກຳໄລຈາກ ການສົ່ງອອກນ້ຳນົມແມ່ລູກ ອ່ອນກຳປູເຈຍໄປສະຫະລັດ, ດ້ວຍການຊື້ຖືກ-ຂາຍແພງ.
ໃນຄຳສັ່ງຫ້າມນັ້ນ ມີ ປະໂຫຍກຄຳເວົ້າເດັດໆວ່າ: “ເຖິງວ່າກຳປູເຈຍຈະເປັນປະ ເທດທຸກຍາກ ແຕ່ກໍບໍ່ໄດ້ຈົນ ເຖິງຂັ້ນຕ້ອງຫາລາຍໄດ້ ຈາກການຂາຍນ້ຳນົມແມ່ລູກອ່ອນ” ມາດຕະການຂອງລັດ ຖະບານກຳປູເຈຍນີ້ ໄດ້ຮັບ ການສະໜັບສະໜູນຈາກ ອົງການອຸຍນີເຊັບ ແລະ ກຸ່ມ ປົກປ້ອງສິດທິຂອງແມ່ຍິງ ກຳປູເຈຍ ເຊິ່ງມີຄຳເຫັນວ່າ “ ນ້ຳນົມແມ່ຍິງກຳປູເຈຍ ຕ້ອງມີໄວ້ສຳລັບເດັກກຳປູ ເຈຍຈຳນວນຫລວງຫລາຍທີ່ຍັງຂາດສານອາຫານ…”

