ນາຍົກລັດຖະມົນຕີຫວຽດນາມຢ້ຽມຢາມລາວ ຢ່າງເປັນທາງການ

- kitchen vibe - ນາຍົກລັດຖະມົນຕີຫວຽດນາມຢ້ຽມຢາມລາວ ຢ່າງເປັນທາງການ

- Laos Vietnam 1 300x195 - ນາຍົກລັດຖະມົນຕີຫວຽດນາມຢ້ຽມຢາມລາວ ຢ່າງເປັນທາງການ
ໂດຍຕອບສະໜອງຕາມການເຊີນຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງລັດຖະບານຫວຽດນາມໄດ້ເດີນທາງມາຢ້ຽມຢາມ ສປປ ລາວຢ່າງເປັນທາງການແຕ່ວັນທີ 26-27 ເມສານີ້, ເຊິ່ງເປັນການຢ້ຽມຢາມທາງການຄັ້ງທຳອິດ ແລະ ເປັນການເຄື່ອນໄຫວກິດຈະກຳສະເຫລີມສະຫລອງ “ປີສາມັກຄີມິດຕະພາບລາວ-ຫວຽດນາມ 2017”.

ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດທີ່ສຳນັກງານນາຍົກລັດຖະມົນຕີ, ຫລັງຈາກນັ້ນໄດ້ມີການພົບປະສອງຝ່າຍລະຫວ່າງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ພ້ອມດ້ວຍຄະນະພາຍໃຕ້ບັນຍາກາດແຫ່ງຄວາມອົບອຸ່ນ, ສະໜິດສະໜົມ ໂດຍສອງຝ່າຍໄດ້ປຶກສາຫາລືຢ່າງກົງໄປກົງມາດ້ວຍຄວາມຈິງໃຈກ່ຽວກັບການທົບທວນຄືນການຈັດຕັ້ງຜັນຂະຫຍາຍເນື້ອໃນຂອງຖະແຫລງການຮ່ວມ ແລະ ຂໍ້ຕົກລົງຂັ້ນສູງຕ່າງໆ, ໂດຍສະເພາະແມ່ນຜົນຂອງກອງປະຊຸມຄັ້ງທີ 39 ຂອງຄະນະກຳມະການຮ່ວມມືທະວິພາຄີຂອງສອງລັດຖະບານ ແລະ ຈະສືບຕໍ່ເສີມຂະຫຍາຍການຈັດຕັ້ງປະຕິບັດການຮ່ວມມືໃນຕໍ່ໜ້າໃຫ້ມີປະສິດທິຜົນສູງກວ່າເກົ່າ. ພ້ອມນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືກັນໃນບັນຫາສາກົນ ແລະ ພາກພື້ນທີ່ສອງຝ່າຍມີຄວາມສົນໃຈ, ພ້ອມທັງຢືນຢັນສືບຕໍ່ການປະສານສົມທົບຢ່າງແໜ້ນແຟ້ນຢູ່ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະໃນເວທີ ສປຊ, ອາຊຽນ ແລະ ບັນດາກົນໄກການຮ່ວມມືໃນອະນຸພາກພື້ນອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີຫວຽດນາມຢ້ຽມຢາມລາວ ຢ່າງເປັນທາງການ

ຫລັງຈາກນັ້ນນາຍົກລັດຖະມົນຕີທັງສອງໄດ້ເຂົ້າຮ່ວມເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືຈຳນວນ 8 ສະບັບຄື: (1). ຂໍ້ຕົກລົງລະຫວ່າງກະຊວງໂຍທາທິການ ແລະ ຂົນສົ່ງລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງຫວຽດນາມວ່າດ້ວຍການຮ່ວມລົງທຶນເພື່ອພັດທະນາທ່າເຮືອຫວຸ້ງອ່າງ (ທ່າທຽບເຮືອ 1, 2 ແລະ 3) ເປັນທ່າເຮືອສາກົນລາວ-ຫວຽດນາມ. (2) ຂໍ້ຕົກລົງວ່າດ້ວຍການລົງທຶນກໍ່ສ້າງເສັ້ນທາງລົດໄຟວຽງຈັນ-ທ່າແຂກ-ມາຢູ-ເຕີນເອີບ-ຫວຸ້ງອ່າງ.(3). ຂໍ້ຕົກລົງວ່າດ້ວຍການລົງທຶນກໍ່ສ້າງເສັ້ນທາງພູທິດເຜິ້ງແຂວງຫລວງພະບາງຫາຊາຍແດນນາຊອນຕິດກັບເມືອງດຽນບຽນແຂວງດຽນບຽນຫວຽດນາມ.(4) ຂໍ້ຕົກລົງວ່າດ້ວຍການສຶກສາຄວາມເປັນໄປໄດ້ບັນດາໂຄງການ ຍົກລະດັບເສັ້ນທາງ 18B ແຂວງອັດຕະປື, ເສັ້ນທາງມາແຕ່ບ້ານປຸ່ງທ່າ-ລຽບແມ່ນ້ຳທາມາ-ເພຍລີແຂວງໄຊສົມບູນ, ເສັ້ນທາງແຕ່ແຂວງໄຊສົມບູນ-ເຕເບເລ-ພູກ່ອງເຂົ້າ-ຊ້ຳຫໍ້ປາດົງແຂວງໄຊສົມບູນຂອງລາວ. (5) ອະນຸສັນຍາເພື່ອປັບປຸງສັນຍາວ່າດ້ວຍສິນຄ້າຜ່ານແດນລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽດນາມໃນປີ 2009. (6) ອະນຸສັນຍາວ່າດ້ວຍການຮ່ວມມືທາງດ້ານການສຶກສາລະຫວ່າງລັດຖະບານສອງປະເທດວ່າດ້ວຍການສ້າງບຸກຄະລາກອນ. (7) ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມກ່ຽວກັບໂຄງການກໍ່ສ້າງສາງພັກນ້ຳມັນທ່າເຮືອຮອນລາ ແລະ ລະບົບທໍ່ສົ່ງນ້ຳມັນຮອນລາ-ຄຳມ່ວນ  ແລະ (8) ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຊື້-ຂາຍໄຟຟ້າຢູ່ໂຮງງານໄຟຟ້າພະລັງຄວາມຮ້ອນເຊກອງລະຫວ່າງກຸ່ມບໍລິສັດພະລັງງານໄຟຟ້າ ຫວຽດນາມ ແລະ ກຸ່ມບໍລິສັດພອນສັກລາວ. ໃນໂອກາດດັ່ງກ່າວທ່ານນາຍົກຫວຽດນາມໄດ້ມອບປຶ້ມວັດຈະນານຸກົມລາວ-ຫວຽດ, ຫວຽດ-ລາວ ໃຫ້ຝ່າຍລາວ ຈຳນວນໜຶ່ງ, ເຊິ່ງເປັນຜົນງານຮ່ວມມືສ້າງລະຫວ່າງກະຊວງສຶກສາລາວ ແລະ ຫວຽດ, ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ໄດ້ຮ່ວມກັນເປີດປີສາມັກຄີມິດຕະພາບລາວ-ຫວຽດນາມ ເພື່ອສະເຫລີມສະຫລອງສອງວັນປະຫວັດສາດຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດສອງປະເທດຄົບຮອບ 55 ປີຢ່າງເປັນທາງການ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມໃຫ້ເລິກເຊິ່ງກວ່າເກົ່າ.

- 5 - ນາຍົກລັດຖະມົນຕີຫວຽດນາມຢ້ຽມຢາມລາວ ຢ່າງເປັນທາງການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!