ໂຄງການອອກແບບອາພອນລາວ ເພື່ອປີທ່ອງທ່ຽວ

- F - ໂຄງການອອກແບບອາພອນລາວ ເພື່ອປີທ່ອງທ່ຽວ
- kitchen vibe - ໂຄງການອອກແບບອາພອນລາວ ເພື່ອປີທ່ອງທ່ຽວ

ໃນວັນທີ 22 ພຶດສະພານີ້, ຢູ່ທີ່ນະຄອນຫລວງ ວຽງ ຈັນ, ໂຄງການພັດທະນາ ໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ໂຄງການສົ່ງເສີມນັກອອກ ແບບໜຸ່ມນ້ອຍຂອງລາວ ພາຍໃຕ້ລາວແຟຊັນວີກ ຮ່ວມມືກັນຈັດໂຄງການອອກແບບອາພອນລາວ ເພື່ອ ປີທ່ອງທ່ຽວລາວ 2018. ໂດຍການເຂົ້າຮ່ວມ ຂອງ ທ່ານ ນາງ ປານີ ໄຊຍະວົງ ຜູ້ ກໍ່ຕັ້ງລາວແຟຊັນວີກ, ທັງເປັນຜູ້ ອຳນວຍການ ໂຄງ ການພັດທະນານັກອອກ ແບບໜຸ່ມນ້ອຍຂອງລາວ, ທ່ານ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ແລະ ມີນັກອອກແບບໜຸ່ມນ້ອຍດີ ເດັ່ນຂອງລາວ ແລະ ສື່ມວນ ຊົນເຂົ້າຮ່ວມນຳດ້ວຍ.

 

- Visit Laos Visit SALANA BOUTIQUE HOTEL - ໂຄງການອອກແບບອາພອນລາວ ເພື່ອປີທ່ອງທ່ຽວ

- F1 - ໂຄງການອອກແບບອາພອນລາວ ເພື່ອປີທ່ອງທ່ຽວ

ເມືອງເລົ່າງາມເປີດປີທ່ອງທ່ຽວຕິດພັນກັບເທດສະການດອກກາເຟຄຳ ແລະ ຫັດຖະກຳຊົນເຜົ່າ

ລະມາມສຳເລັດການອົບຮົມຫັດຖະກຳ ການຈັກສານດ້ວຍໃບລານ

ທ່ານ ນາງ ປານີ ໄຊຍະ ວົງ ກ່າວວ່າ: ໂຄງການອອກ ແບບອາພອນລາວ ຄໍເລັກຊັນ ພິເສດເພື່ອປີທ່ອງທ່ຽວລາວ 2018 ນີ້, ບັນດາ ນັກອອກ ແບບໜຸ່ມນ້ອຍດີເດັ່ນຂອງ ລາວ ຈະໄດ້ອອກ ແບບ ແລະ ດັດແປງແຜ່ນແພພື້ນບ້ານ ຈາກແຕ່ລະແຂວງ ໃນລາວ ໃຫ້ກາຍເປັນຊຸດທີ່ທັນສະ ໄໝ ເຊິ່ງເປົ້າໝາຍຂອງໂຄງ ການພິເສດນີ້ ແມ່ນ ເພື່ອເພີ່ມ ມູນຄ່າ ແລະ ຄຸນຄ່າ ໃຫ້ແກ່ ແຜ່ນແພທ້ອງຖິ່ນລາວ ແລະ ເພື່ອໃຫ້ສາກົນຮູ້ວ່າ ແຜ່ນແພ ທ້ອງຖິ່ນຂອງລາວສາມາດນຳມາປະຍຸກເປັນອາພອນ ແລະ ແຟຊັນທີ່ທັນສະໄໝໄດ້. ສຳລັບແຜ່ນແພທ້ອງຖີ່ນ ທີ່ໄດ້ຄັດເລືອກມາຈາກ 17 ແຂວງນັ້ນແມ່ນຈະໄດ້ມອບໃຫ້ນັກອອກແບບໜຸ່ມນ້ອຍຂອງລາວ 15 ຄົນເພື່ອອອກ ແບບ ແລະ ຜະລິດເປັນຊຸດ ທີ່ທັນສະໄໝ, ເຊິ່ງຈະໄດ້ ສະແດງ ແລະ ແຂ່ງຂັນທີ່ ງານລາວແຟຊັນວີກ 2018 ໃນເດືອນກັນຍານີ້.

 

- F2 - ໂຄງການອອກແບບອາພອນລາວ ເພື່ອປີທ່ອງທ່ຽວ

ໂຄງການຮ່ວມມືດັ່ງ ກ່າວ, ເປັນການສົ່ງເສີມ ການທ່ອງທ່ຽວທາງວັດ ທະນະທຳ ໂດຍຜ່ານແຜ່ນ ແພ ທ້ອງຖິ່ນທີ່ເປັນເອກະ ລັກ ຂອງລາວ, ຫລັງຈາກ ທີ່ ນັກອອກແບບໜຸ່ມນ້ອຍ ຂອງລາວໄດ້ອອກແບບ ແລະ ຜະລິດເປັນທີ່ຮຽບ ຮ້ອຍແລ້ວ ແມ່ນຈະໄດ້ນຳ ໄປວາງສະແດງ ໃນງານຕະ ຫລາດນັດການທ່ອງທ່ຽວ ທີ່ມີສື່ສຽງ ທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງອາດຈະ ເຮັດໃຫ້ຊາວຕ່າງປະເທດມີ ຄວາມສົນໃຈໃນແຜ່ນແພ ຂອງລາວ ແລະ ທັງເປັນ ການດຶງດູດນັກທ່ອງທ່ຽວໃຫ້ ເຂົ້າມາທ່ຽວລາວຫລາຍຂຶ້ນ.

ທ້າວ ຄຳປຸ່ນ ແສງປະ ກາຍ, ໜຶ່ງໃນນັກອອກແບບ ໜຸ່ມນ້ອຍ ທີ່ມາຈາກນະຄອນ ຫລວງວຽງຈັນ ກ່າວວ່າ: ຮູ້ ສຶກດີໃຈ ແລະ ພາກພູມໃຈ ຫລາຍ ທີ່ໄດ້ມີໂອກາດເຂົ້າ ຮ່ວມໂຄງການດັ່ງກ່າວນີ້ ເພື່ອເປັນການສົ່ງເສີມວັດ ທະນະທຳຮີດຄອງປະເພນີ ອັນດີງາມຂອງລາວ ໃຫ້ເປັນ ທີ່ຮູ້ຈັກຂອງສາກົນຫລາຍ ຂຶ້ນ, ເຊິ່ງໃນໄລຍະທີ່ຜ່ານມາ ນ້ອງເອງເຄີຍນຳເອົາແຜ່ນ ແພຂອງລາວ ໂດຍສະເພາະ ແມ່ນແພຝ້າຍ, ໄໝມ້ອນລາວ ມາອອກແບບ ແລະ ຜະລິດ ເປັນຊຸດຕ່າງໆ ຮູ້ສຶກວ່າມີ ຄວາມງົດງາມໂດຍສະ ເພາະ ແມ່ນແຜ່ນແພທີ່ມາ ຈາກແຂວງຊຽງຂວາງ./.

 

- F - ໂຄງການອອກແບບອາພອນລາວ ເພື່ອປີທ່ອງທ່ຽວ

- 3 - ໂຄງການອອກແບບອາພອນລາວ ເພື່ອປີທ່ອງທ່ຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!